ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຈະຈັດ ງານລ້ຽງ ທາງການ ຕ້ອນຮັບ ປ. ຝຣັ່ງ (ວີດີໂອ)


State Dinner for French President Preview
please wait

No media source currently available

0:00 0:01:00 0:00
ງານ​ກິນ​ລ້ຽງຮັບປະທານອາຫານຄໍ່າຢ່າງເປັນທາງການ​ເທື່ອທໍາ
​ອິດ ຂອງ​ປະທານາທິບໍດີ Barack Obama ໃນສະໄໝທີ​ສອງ
ຈະ​ເປັນ​ການ​ນຳສະ​ເໜີ​ ຢ່າງສົມກຽດທີ່​ສຸດ ຂອງສະຫະລັດ.

ທ່ານໂອບາມາ ແລະ​ສະຕີ​ໝາຍ​ເລກ​ນຶ່ງ ຈະ​ຕ້ອນຮັບປະທານາ
ທິບໍດີຝຣັ່ງ ທ່ານ Francois Hollande ​ພ້ອມດ້ວຍແຂກຜູ້​ມີ​ກຽດ
​ອີກ 350 ຄົນ ຢູ່​ທີ່​ທໍານຽບຂາວ ​ໃນ​ຕອນ​ແລງ​ວັນ​ອັງຄານ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ທໍານຽບຂາວ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ຊ່ວຍ​ເປີດ
ເຜີຍໃຫ້ຮູ້ລາຍການ​ອາຫານ​ແລງລ່ວງ​ໜ້າ ແກ່​ບັນດາ​ສື່ສະຫະ
ລັດ ​ແລະ​ຝຣັ່ງ.

ລາຍ​ຊື່​ເຫລົ້າ wine ​ແມ່ນ​ຂອງອາ​ເມຣິກັນທັງ​ໝົດ ​ໂດຍ​ການ​ເລືອກ​ມາ​ຈາກລັດ California
ລັດ Washington ​ແລະລັດ Virginia.

​ສ່ວນການໃຫ້​ຄວາມ​ບັນ​ເທີ​ງ​ນັ້ນ ໄດ້ແກ່ ນາງ Mary J Blige ຜູ້​ທີ່​ໄດ້​ຮັບ​ລາງວັນ Grammy
award ​ເຖິງ​ເກົ້າ​ເທື່ອ ນາງ​ເປັນນັກ​ຮ້ອງ ນັກ​ປະ​ພັນ​ເພງ ຜູ້​ສ້າງ ​ແລະ​ນັກສະ​ແດງ.

ໃນເລື່ອງອາຫານນັ້ນ ແມ່ນມາ​ຈາກ​ທົ່ວ​ປະ​ເທດ ຊຶ່ງລາຍການ​ອາຫານຮວມ​ທັງເ​ຍື່ອງທໍາ​ອິດ​
ໄດ້ແກ່ Osetra Caviar ມາຈາກລັດ Illinois ​ໄຂ່​ນົກ​ກະທາຫລື quail eggs ມາຈາກ​ລັດ
Pennsylvania ​ແລະ​ມັນຝຣັ່ງ 12 ຊະ​ນິດມາຈາກ ລັດ New York ລັດ Idaho ​ແລະລັດ
California.

ສະ​ລັດນັ້ນ ຈະ​ເປັນ​ການ​ໃຫ້​ກຽດ​ແກ່ ສະຕີີ​ໝາຍ​ເລກ​ນຶ່ງ ຄືມາຈາກ​ສວນ​ຄົວ ຂອງທໍານຽບ
ຂາວ. ອາຫານ​ຫຼັກທີ່​ສໍາ​ຄັນແມ່ນກະດູກ​ຂ້າງ​ແຫ້ງ​ງົວທີ່ໄດ້​ໝັກ​ໄວ້​ດົນ​ນານໂດຍຄອບທີ່ເປັນ​ ເຈົ້າ​ຂອງ​ຟາ​ມຈາກ​ລັດ Colorado.

ມ້ວນທ້າຍຄາບ​ເຂົ້າ ​ຈະ​ແມ່ນ chocolate ​cake ທີ່​ປະສົມ​ດ້ວຍ chocolate ​ມາຈາກ​ລັດ
Hawaii ​ແລະ​ໝາກກ້ຽງ​ ມາຈາກລັດ Florida ​ແລະ vanilla ice cream ມາຈາກ​ລັດ Pennsylvania.

ລາຍງານ: ປະທານາທິບໍດີຝຣັ່ງ ຢ້ຽມຢາມ ວໍຊິງຕັນ:

French President Visits With Obama At Jefferson's Monticello
please wait

No media source currently available

0:00 0:02:11 0:00
ລິງໂດຍກົງ
XS
SM
MD
LG