ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະ ຈີນ ຕົກລົງ ຈະບໍ່ສົ່ງເສີມ ການລັກຂະໂມຍ ທາງອິນເຕີແນັດ


US, China Agree Not to Conduct or Support Cyber Theft
please wait

No media source currently available

0:00 0:02:00 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະປະທານ
ປະເທດຈີນ ທ່ານສີ ຈິ້ນຜິງ ກ່າວວ່າ ປະເທດທັງສອງ ໄດ້ຕົກລົງ
ທີ່ຈະບໍ່ລົງມື ຫລື ໃຫ້ການສະໜັບສະໜຸນ ຕໍ່ການລັກຂະໂມຍ ຂໍ້
ມູນທາງອິນເຕີແນັດຊຶ່ງເປັນບັນຫາທີ່ສ້າງຄວາມເຄັ່ງຕຶງເພີ້ມທະ
ວີຂຶ້ນນັບມື້ ລະຫວ່າງປະເທດມະຫາອຳນາດທັງສອງຂອງໂລກ. ພວກຜູ້ນຳຂອງສະຫະລັດແລະຈີນ ໄດ້ທຳການປະກາດດັ່ງກ່າວ
ລຸນຫລັງການເຈລະຈາກ່ຽວກັບຫຼາຍໆບັນຫາຢູ່ທີ່ທຳນຽບຂາວໃນມື້ວັນສຸກແລ້ວ. ນັກຂ່າວ ວີໂອເອ Mary Salinas ມີລາຍງານກ່ຽວກັບເລື້ອງນີ້ ດັ່ງໄພສານ ຈະນຳເອົາລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະທານາທິບໍດີບາຣັກ ໂອບາມາ ແລະທ່ານສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຕົກລົງກັນ
ວ່າ ການຂະຫຍາຍການຮ່ວມມືອາດຈະສ້າງຄວາມອຸດົມຮັ່ງມີ ແລະຄວາມໝັ້ນຄົງເພີ້ມຂຶ້ນ
ແຕ່ກໍກ່າວວ່າ ຍັງມີວຽກງານອີກຫຼາຍສິ່ງຫຼາຍຢ່າງທີ່ຈະຕ້ອງໄດ້ກະທຳ.

ທ່ານໂອບາມາກ່າວວ່າ “ຂ້າພະເຈົ້າມີຄວາມໝັ້ນໝາຍ ທີ່ຈະຂະຫຍາຍ ການຮ່ວມມື ຂອງພວກເຮົາທັງໆທີ່ໃນຂະນະທີ່ພວກເຮົາພວມແກ້ໄຂບັນຫາການບໍ່ລົງຮອຍກັນ
ຢ່າງກົງໄປກົງມາແລະໃນທາງສ້າງສັນ. ນັ້ນຄືສິ່ງທີ່ປະທານປະເທດສີແລະຂ້າພະ
ເຈົ້າໄດ້ກະທຳ ໃນລະຫວ່າງການຢ້ຽມຢາມຄັ້ງນີ້.”

ມີລາຍງານວ່າ ພວກທ່ານທັງສອງໄດ້ສ້າງຄວາມກ້າວໜ້າ ກ່ຽວກັບຫຼາຍໆບັນຫາຮວມທັງ
ການປ່ຽນແປງຂອງດິນຟ້າອາກາດ ແລະຮັບຮູ້ວ່າຍັງມີການບໍ່ລົງຮອຍກັນຢູ່ໃນບັນຫາອີກ
ຈຳນວນນຶ່ງ ເຊັ່ນເລື້ອງສິດທິມະນຸດ ແລະການລັກລອບຂໍ້ມູນທາງອິນເຕີແນັດ.

ປະທານາທິບໍດີໂອບາກ່າວວ່າ “ຂ້າພະເຈົ້າໄດ້ຍົກຂຶ້ນມາໂອ້ລົມອີກຄັ້ງນຶ່ງເຖິງຄວາມ ວິຕົກກັງວົນອັນໃຫຍ່ຫຼວງຂອງພວກເຮົາ ກ່ຽວກັບໄພຂົ່ມຂູ່ທາງອິນເຕີແນັດທີ່ເພີ້ມ ທະວີຂຶ້ນຕໍ່ບັນດາບໍລິສັດ ແລະປະຊາຊົນຊາວອາເມຣິກັນ. ຂ້າພະເຈົ້າໄດ້ສະແດງ ໃຫ້ເຫັນວ່າ ມັນຕ້ອງຍຸດຕິລົງ.”

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ປະຕິເສດວ່າ ລັດຖະບານຂອງທ່ານບໍ່ມີສ່ວນພົວ ພັນໃດໆ.

ທ່ານສີ ຈີ້ນຜິງເວົ້າວ່າ “ຈີນ ແມ່ນຄັດຄ້ານຢ່າງແຂງຂັນ ແລະປາບປາມການລັກຂະ ໂມຍຄວາມລັບການຄ້າ ແລະຄວາມລັບອື່ນໆ ໃນການໂຈມຕີເຈາະຂໍ້ມູນທາງອິນ
ເຕີແນັດ.”

ທັງສອງຝ່າຍໄດ້ເຫັນພ້ອມນຳກັນ ກ່ຽວກັບການເອົາມາດຕະການໃນຂັ້ນຕໍ່ໆໄປ.

ປະທານາທິບໍດີໂອບາມາ ກ່າວວ່າ “ພວກເຮົາໄດ້ຕົກລົງກັນວ່າ ທັງລັດຖະບານສະຫະ ລັດ ແລະລັດຖະບານຈີນ ຈະບໍ່ລົງມືຫລືໃຫ້ການສະໜັບສະໜຸນ ແບບທີ່ຕົນຮູ້ ເພື່ອ ຊຸກຍູ້ໃຫ້ມີການລັກຂະໂມຍທາງອິນເຕີແນັດເອົາຊັບສິນທາງດ້ານສະຕິປັນຍາຮວມ
ທັງຄວາມລັບທາງດ້ານການຄ້າ ຫລືຂໍ້ມູນຄວາມລັບທາງດ້ານທຸລະກິດ ເພື່ອຄວາມ ໄດ້ປຽບທາງດ້ານການຄ້າ.”

ພວກຜູ້ນຳທັງສອງ ຍັງໄດ້ຕົກລົງກັນ ທີ່ຈະດຳເນີນການເພີ້ມຕື່ມກ່ຽວກັບສົນທິສັນຍາການ ລົງທຶນ ທີ່ທ່ານໂອບາມາກ່າວວ່າ ຈະຊ່ອຍໃຫ້ບັນດາບໍລິສັດຂອງອາເມຣິກັນສາມາດແຂ່ງ ຂັນໃນລະດັບທີ່ເທົ່າທຽມກັນນັ້ນ.

ຜູ້ນຳຂອງສະຫະລັດກ່າວວ່າ ທ່ານສີ ຈິ້ນຜິງ ໄດ້ມີຄວາມໝັ້ນໝາຍ ທີ່ຈະທຳການປະຕິຮູບ ເພື່ອອຳນວຍໃຫ້ກຳລັງຂອງຕະຫລາດມີບົດບາດຫຼາຍຂຶ້ນໃນເສດຖະກິດຂອງຈີນ.

ກ່ຽວກັບບັນຫາຂັດແຍ້ງ ໃນເລື້ອງເຂດນ້ຳແດນດິນຢູ່ທະເລຈີນໃຕ້ນັ້ນ ທ່ານໂອບາມາ\ໄດ້
ສະແດງຄວາມເປັນຫ່ວງຢ່າງໃຫຍ່ ໃນການຖົມເກາະດອນແລະເຮັດໃຫ້ເຂດດັ່ງກ່າວກາຍ ເປັນແຂ່ງຂັນທາງທະຫານ. ທ່ານສີ ຈິ້ນຜິງກ່າວວ່າ ຈີນມີຄວາມໝັ້ນໝາຍຕໍ່ສັນຕິພາບ ສະ ຖຽບແລະພາບ ແລະແກ້ໄຂບັນຫາຂັດແຍ້ງໂດຍຜ່ານການເຈລະຈາ.

ໃນຂະນະທີ່ ການຂັດແຍ້ງທີ່ສຳຄັນ ຍັງມີຢູ່ຕໍ່ມາ ແຕ່ພວກຜູ້ນຳທັງສອງ ແມ່ນໄດ້ເວົ້າເຖິງ ຄວາມກ້າວໜ້າທີ່ພວກທ່ານກ່າວວ່າ ໄດ້ມີຜົນໄປໃນທາງດີ ຕໍ່ໂລກແລ້ວນັ້ນ.

U.S. President Barack Obama and Chinese President Xi Jinping say the two countries have agreed not to conduct or support cyber theft, an increasingly tense issue between the two global powers. The leaders made the announcement following talks on several key issues at the White House on Friday. VOA's Mary Alice Salinas has more.

Presidents Obama and Xi agreed greater cooperation could boost prosperity and security, but said there is more work to do.

"I am committed to expanding our cooperation even as we address disagreement candidly and constructively. That's what President Xi and I have done on this visit."

They reported progress on issues including climate change, and acknowledged disagreement on others, like human rights and cyber theft.

"I raised once again our very serious concerns about growing cyber threats to America's companies and America's citizens. I indicated that it has to stop."

President Xi denied government involvement.

"China strongly opposes and combats the theft of commercial secrets and other kinds of hacking attacks."

The two sides agreed on measures to push forward.

"We have agreed that neither the U.S. government nor the Chinese government will conduct or knowingly support cyber-enabled theft of intellectual property including trade secrets or other confidential business information for commercial advantage."

The two leaders agreed to move ahead on an investment treaty that, Obama said, would "level the playing field for American companies."

The U.S. leader said Xi committed to reforms that would allow markets forces to play a larger role in the Chinese economy.

On the territorial dispute in South China Sea, Obama expressed "significant concerns" about land reclamation and militarizaton of the area. Xi said China is committed to peace, stability, and resolving disputes through dialogue.

While critical differences remain, both leaders touted progress they said is already having a global impact.

XS
SM
MD
LG