ທະຫານສະຫະລັດຄົນນຶ່ງ ທີ່ຖືກກັກຂັງຢູ່ໃນອັຟການິສຖານ
ມາໄດ້ເກືອບ 5 ປີ ໄດ້ຖືກປ່ອຍໂຕໃຫ້ກຳລັງສະຫະລັດ ໃນ
ການແລກປ່ຽນກັນກັບພວກກະບົດອັຟການິສຖານ 5 ຄົນ ທີ່
ຖືກຄຸມຂັງຢູ່ໃນຄຸກທະ ຫານຂອງສະຫະລັດ ທີ່ອ່າວກວາງຕາ
ນາໂມ ປະເທດຄີວບານັ້ນ.
ການທີ່ກຸ່ມຕາລີບັນປ່ອຍໂຕສິບເອກ Bowe Bergdahl ມີຂຶ້ນ
ພາຍຫຼັງການເຈລະຈາກັນມາເປັນເວລາຫຼາຍເດືອນ ພາຍໃຕ້
ການໄກ່ເກ່ຍຂອງລັດຖະບານປະເທດກາຕ້າ. ສິບເອກ Berg
dahlໄດ້ຮັບການກວດສຸຂະພາບຂັ້ນຕົ້ນ ທີ່ຖານທັບສະຫະລັດ
ແຫ່ງນຶ່ງໃນອັຟການິສຖານໃນວັນເສົາວານນີ້ ກ່ອນຈະບິນໄປຍັງ
ໂຮງໝໍທະຫານຂອງສະຫະ ລັດທີ່ເມືອງ Landstuhl ເຢຍຣະມັນ.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Chuck Hagel ກ່າວໃນວັນ
ອາທິດມື້ນີ້ວ່າ ທ່ານຫວັງວ່າການແລກປ່ຽນນັກໂທດຈະນຳໄປສູ່ຄວາມກ້າວໜ້າໃນ
ຄວາມສຳພັນກັບພວກກະບົດ. ທ່ານໃຫ້ຄວາມເຫັນດັ່ງກ່າວ ຫລັງຈາກໄດ້ເດີນທາງ
ໄປຮອດຖານທັບອາກາດ Bag-ram ໃນອັຟການິສຖານໂດຍບໍ່ມີການປະກາດໃຫ້
ຊາບລ່ວງໜ້າເພື່ອປຶກສາຫາລືກ່ຽວກັບການຖອນທະຫານຊຶ່ງຈະມີຂຶ້ນນັ້ນ.
ບັນດາເຈົ້າໜ້າທີ່ກ່າວວ່າ ການມອບໂຕສິບເອກ Bergdahl ໃຫ້ກຳລັງ ພິເສດຂອງ
ສະຫະລັດໃກ້ກັບຊາຍແດນປາກິສຖານ ໄດ້ດຳເນີນໄປໂດຍປາດສະຈາກຄວາມຮຸນ
ແຮງໃດໆ.
ໃນເວລາບໍ່ເທົ່າໃດຊົ່ວໂມງ ຫຼັງຈາກການປ່ອຍໂຕແລ້ວ ປະທານາທິບໍດີ ບາຣັກ ໂອ
ບາມາໄດ້ເປັນເຈົ້າພາບຕ້ອນຮັບ ພໍ່ແມ່ຂອງສິບເອກ Bergdahl ທີ່ທຳນຽບຂາວ
ແລະໄດ້ກ່າວຂອບອົກຂອບໃຈບັນດານັກການທູດປະເທດກາຕ້າ ແລະອັຟການິສ
ຖານສຳລັບ” ຄວາມພະຍາຍາມທີ່ບໍ່ຮູ້ອິດເມື່ອຍຂອງເຂົາເຈົ້າ” ເພື່ອໃຫ້ໄດ້
ຮັບການປ່ອຍໂຕ ທະ ຫານສະຫະລັດຄົນນີ້.
ທ່ານໂອບາມາ ກ່າວເຊັ່ນນີ້ ຢູ່ຄຽງຂ້າງກັບທ່ານ Bob ແລະນາງ Jani Bergdahl
ໂດຍກ່າວວ່າ ກາຕ້າໄດ້ໃຫ້ຄວາມໝັ້ນໃຈວ່າ ການປ່ອຍໂຕພວກກະບົດທັງ 5 ຄົນ
ນີ້ໃຫ້ແກ່ Doha ຈະບໍ່ເປັນໄພຕໍ່ຄວາມປອດໄພ ແຫ່ງຊາດຂອງສະຫະລັດ.
ພາຍໃຕ້ເງື່ອນໄຂຕ່າງໆກ່ຽວກັບການແລກປ່ຽນກັນນີ້ ພວກນັກໂທດທີ່ຄຸກໃນອ່າວ
ກວາງຕານາໂມ ຈະຖືກເກືອດຫ້າມ ບໍ່ໃຫ້ອອກຈາກກາຕ້າ ໄປຢ່າງນ້ອຍເປັນເວລາ
ນຶ່ງປີ