ຕອນເຊົ້າຂອງວັນຈັນ ທີ 19 ພະຈິກມື້ນີ້ ທ່ານ Obama ໄດ້ພົບປະກັນຄົນລະເທື່ອ ກັບປະທານາທິບໍດີ Thien Sein ແລະ ທ່ານນາງ Aung Saan Suu kyi ໃນນະຄອນຢ່າງກຸ້ງ.
ປະທານາທິບໍດີ ໂອບາມາ ຢ້ຽມຢາມ ມຽນມາ
໒໕
ນັກໂທດຄົນນຶ່ງ ສວມກອດຍາດພີ່ນ້ອງ ທີ່ໄປຕ້ອນຮັບຢູ່ທາງນອກຄຸກ ຫລັງຈາກຖືກປ່ອຍໂຕ ຮວມກັບນັກໂທດ ຄົນອື່ນໆອີກ ທັງໝົດ 450 ເມື່ອວັນທີ 15 ພະຈິກ 2012 ກ່ອນການເດີນທາງໄປຢ້ຽມຢາມ ຂອງປະທານາທິບໍດີ ໂອບາມາ ໃນວັນທີ 19 ພະຈິກ.
໒໖
ທະຫານຍາມຢູ່ປະຕູທາງເຂົ້າ ມະຫາວິທະຍາໄລຢ່າງກຸ້ງ, ວັນທີ 14 ພະຈິກ 2012, ບ່ອນທີ່ປະທານາທິບໍດີ ໂອບາມາ ມີກໍານົດກ່າວປະຖະກະຖາ ໃນລະຫວ່າງການຢ້ຽມຢາມ ໃນວັນທີ 19 ພະຈິກ 2012.(AP Photo/Gemunu A)
໒໗
ສື່ທັງຫລາຍຂອງມຽນມາ ຕ່າງກໍພາກັນລົງຂ່າວ ກ່ຽວກັບການຢ້ຽມຢາມ ຂອງທ່ານໂອບາມາ.