ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະທ່ານ
ເຈືອງ ເຕິ່ນ ຊາງ ປະທານປະເທດຫວຽດນາມໄດ້ປຶກສາຫາລື
ກັນກ່ຽວກັບເລື້ອງການຄ້າ ແລະສິດທິມະນຸດ ເວລາທ່ານທັງ
ສອງພົບປະກັນໃນວັນພະຫັດອາທິດແລ້ວນີ້ຢູ່ທີ່ທໍານຽບຂາວ.
ດັ່ງທີ່ ຜູ້ສື່ຂ່າວວີໂອເອ Ken Klein ລາຍງານມານັ້ນ ກໍແມ່ນ
ວ່າ ທ່ານທັງສອງ ໄດ້ຮັບປາກວ່າ ຈະຊ່ວຍກັນເລັ່ງລັດການ ເຮັດຂໍ້ຕົກລົງການຄ້າລະດັບຂົງເຂດຄືຂໍ້ຕົກລົງ TPP ນັ້ນ ໃຫ້
ສໍາເລັດພາຍໃນທ້າຍປີນີ້. ດາຣາມີລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ຫຼັງຈາກການພົບປະກັນ ປະທານາທິບໍດີ ບາຣັກ ໂອບາມາ
ບອກພວກນັກຂ່າວວ່າ ທ່ານ ແລະທ່ານ ເຈືອງ ເຕິ່ນ ຊາງ ປະທານປະເທດຫວຽດ ນາມ ໄດ້ຕົກລົງກັນທີ່ຈະຊ່ວຍເລັ່ງ ລັດໃຫ້ສໍາເລັດໄວໆ ການເຮັດຂໍ້ຕົກລົງ ພາຄີຂ້າມປາຊິຟິກ
Trans-Pacific Partnership ຫຼື TPP ຊຶ່ງ ເປັນຂໍ້ຕົກລົງດ້ານການຄ້າ ລະຫວ່າງປະ ເທດຊາດຕ່າງໆໃນ ຂົງເຂດອາເມຣິ ກາ ແລະເອເຊຍ.
ທ່ານໂອບາມາ ເວົ້າວ່າ: “ພວກເຮົາມຸ້ງໝັ້ນຕໍ່ເປົ້າໝາຍອັນໃຫຍ່ໂຕຂອງການເຮັດ ໃຫ້ຂໍ້ຕົກລົງ ການຄ້າສະບັບນີ້ ໃຫ້ສໍາເລັດລົງກ່ອນທ້າຍປີ ຍ້ອນວ່າ ພວກເຮົາຮູ້
ດີວ່າ ຂໍ້ຕົກລົງນີ້ຈະຊ່ວຍສ້າງໜ້າວຽກ ແລະເສີມຂະຫຍາຍການ ລົງທຶນຢູ່ໃນທົ່ວ
ຂົງເຂດ ແລະຢູ່ໃນປະເທດທັງສອງຂອງ
ພວກເຮົາ.”
ສະມາຊິກສະພາສະຫະລັດຫຼາຍໆຄົນ ພ້ອມທັງກຸ່ມແຮງງານຕ່າງໆ ໄດ້ຮ້ອງຂໍ ທໍານຽບ
ຂາວ ໃຫ້ໂຈະການ ເຈລະຈາເລື້ອງສັນຍາການຄ້າ TPP ກັບຫວຽກນາມໄວ້ກ່ອນ ຈົນ ກວ່າຫວຽດນາມຈະແກ້ໄຂບັນຫາ ຂໍ້ກ່າວ ຫາຕ່າງໆ ທີ່ວ່າຕົນທໍາການກົດຂີ່ປາບປາມ ເສລີພາບຂັ້ນພື້ນຖານຂອງປະຊາຊົນນັ້ນ ເສຍກ່ອນ.
ທ່ານໂອບາມາ ເວົ້າວ່າ ທ່ານໄດ້ຍົກເອົາບັນຫາດັ່ງກ່າວນີ້ ຂຶ້ນມາສົນທະນາໃນການພົບ ປະກັບທ່ານເຈືອງ ແຕ່ທ່ານກໍບໍ່ໄດ້ໃຫ້ລາຍລະອຽດໃດໆ.
ທ່ານໂອບາມາ ເວົ້າອີກວ່າ: “ພວກເຮົາໄດ້ເນັ້ນຢໍ້າເຖິງເລຶ່ອງທີ່ວ່າສະຫະລັດ ຍັງ ສືບຕໍ່ເຊື່ອວ່າ ພວກເຮົາ ທັງໝົດຕ້ອງເຄົາລົບນັບຖືບັນຫາສໍາຄັນຕ່າງໆເຊັ່ນ ເສລີພາບໃນການສະແດງຄວາມຄິດເຫັນ ເສລີພາບໃນການນັບຖື ສາສະໜາ ໃນການເຕົ້າໂຮມກັນເປັນຕົ້ນ ແລະພວກເຮົາໄດ້ລົມກັນຢ່າງເປີດ ເຜີຍແລະກົງ
ໄປກົງມາທີ່ສຸດ ກ່ຽວກັບທັງເລື້ອງຄວາມກ້າວໜ້າທີ່ຫວຽດນາມ ກໍາລັງສ້າງຂຶ້ນ ແລະສິ່ງທ້າທາຍຕ່າງໆ
ທີ່ຍັງຄ້າງຄາຢູ່.”
ທາງຝ່າຍຜູ້ນໍາຫວຽດນາມນັ້ນ ໃຫ້ຮ່ອງຮອຍວ່າ ບໍ່ໄດ້ມີການບັນລຸຂໍ້ຕົກລົງ ກັນໃດໆ
ຊຶ່ງທ່ານກ່າວຜ່ານນາຍພາສາວ່າ:
“ນອກນີ້ແລ້ວ ພວກເຮົາຍັງໄດ້ລົມກັນກ່ຽວກັບບັນຫາ ມູນເຊື້ອຂອງສົງຄາມ ໂຮມທັງດ້ານສິດທີມະນຸດ ຊຶ່ງເປັນບັນຫາທີ່ພວກເຮົາ ຍັງຕົກລົງກັນບໍ່ໄດ້ ແລະຍັງມີຄວາມເຫັນແຕກຕ່າງກັນຢູ່.”
ເມື່ອວັນພຸດອາທິດແລ້ວນີ້ ທ່ານ Ed Royce ປະທານຄະນະກໍາມະການ ກິດຈະ
ການ ຕ່າງປະເທດຂອງສະພາຕໍ່າສະຫະລັດ ສັງກັດພັກຣີພັບບລິກັນ ໄດ້ຮຽກຮ້ອງ
ໃຫ້ ທ່ານ ໂອບາມາ ສອບຖາມປະທານເຈືອງ ກ່ຽວກັບເລື້ອງສິດ ທິມະນຸດນັ້ນ.
ທ່ານ Royce ເວົ້າວ່າ: “ປະທານາທິບໍດີສະຫະລັດ ຈະກົ້ມໜ້າໄປຍັງອີກ
ຟາກນຶ່ງຂອງໂຕະ ແລ້ວຖາມປະທານ ເຈືອງ ຫລືບໍ່ ວ່າ “ທ່ານປະທານ
ທ່ານຈະປ່ອຍ ຕົວພວກນັກໂທດການເມືອງ ທີ່ຄັດຄ້ານລັດຖະບານເຫຼົ່າ
ນີ້ ໄດ້ຫຼືບໍ່? ທ່ານຢາກ ມີຄວາມສໍາພັນທີ່ໃກ້ຊິດກວ່າເກົ່າກັບສະຫະລັດ
ເພາະ ສະນັ້ນ ທ່ານຈະປ່ອຍ ຕົວພວກຂຽນຄວາມເຫັນລົງເວັບໄຊ້ຊາວ
ໝຸ່ມນີ້ໄດ້ບໍ່?”
ການຢ້ຽມຢາມວໍຊິງຕັນຂອງທ່ານຊາງ ມີຂຶ້ນ ໃນເວລາທີ່ກ່າວກັນວ່າ ປະເທດ
ຄອມ ມິວນີສຫວຽດນາມ ກໍາລັງທົບທວນຄວາມສໍາພັນຂອງຕົນ ກັບຈີນຄືນໃໝ່
ແລະພິຈາລະນາ ທີ່ຈະປ່ອຍໃຫ້ມີປະຊາທິປະໄຕ
ຫຼາຍຂຶ້ນກວ່າເກົ່າ.
ນອກນັ້ນ ຜູ້ນໍາສະຫະລັດແລະຫວຽດນາມ ຍັງໄດ້ປຶກສາຫາລືກັນ ເລື້ອງຄວາມ
ພະຍາຍາມ ເພື່ອແກ້ໄຂບັນຫາຂໍ້ຂັດແຍ້ງກັນທາງທະເລກັບຈີນ ຢ່າງສັນຕິ ໃນ
ຂົງເຂດທະເລ ຈີນໃຕ້ ແລະພາກສ່ວນອື່ນໆຂອງຂົງເຂດເອເຊຍປາຊິຟິກ.
ທ່ານໂອບາມາ ເວົ້າວ່າ ທ່ານດີໃຈແລະຂອບໃຈຕໍ່ຄວາມຮ່ວມມືຂອງຫວຽດນາມ ກັບຄວາມພະຍາຍາມຂອງສະຫະລັດ ເພື່ອເກັບກູ້ສິ່ງເສດເຫລືອຂອງ ທະຫານສະ
ຫະລັດ ທີ່ຫາຍສາບສູນໃນປາງສົງຄາມຫວຽດນາມນັ້ນ. ພ້ອມນີ້ ທ່ານໂອບາມາ
ຍັງໄດ້ຮັບປາກ ວ່າ ຈະປະຕິບັດງານກັບລັດຖະບານຫວຽດນາມ ໃນການແກ້ໄຂ
ບັນຫາດ້ານສະພາບ ແວດລ້ອມແລະດ້ານສຸຂະພາບທີ່ຍັງສືບຕໍ່ເກີດຂຶ້ນ ຢູ່ໃນ ຫວຽດນາມຍ້ອນສົງຄາມນັ້ນ.
ໃນໂອກາດນີ້ ປະທານເຈືອງ ເຕິ່ນ ຊາງ ໄດ້ເຊື້ອເຊີນປະທານາທິບໍດີໂອບາມາ
ໃຫ້ໄປຢ້ຽມຢາມຫວຽດນາມ ຊຶ່ງທ່ານໂອບາມາກໍໄດ້ຕອບວ່າ ທ່ານ ຈະພະຍາຍາມ
ໄປໃຫ້ໄດ້ ກ່ອນສິ້ນສຸດວາລະການດໍາລົງຕໍາແໜ່ງຂອງທ່ານ ໃນທ້າຍປີ 2016.