ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ສະຫະລັດ ຈະຊຸກຍູ້ ປະຊາທິປະໄຕ ແລະສິດທິມະນຸດ ໃນຄິວບາ


US-Cuba Relations to Normalize After 50 Years
please wait

No media source currently available

0:00 0:03:18 0:00

ເບິ່ງວີດໂອເລື້ອງນີ້ ຈາກນັກຂ່າວວີໂອເອ Zlatica Hoke.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ ຈະ
“​ເວົ້າ​ອອກຢ່າງ​ແຂງ​ແຮງ” ສຳລັບເສລີພາບ​ຂອງ​ປະຊາ
ຊົນ​ຄິວ​ບາ ຫຼັງ​ຈາກ​ປະກາດການ​ເຄື່ອນ​ໄຫວ​ໄປ​ສູ່​ການ​ມີ​
ສາຍ​ພົວພັນ​ຂັ້ນ​ປົກກະຕິກັບ​ຄິວ​ບາ ​ແລະໄຂ​ສະຖານທູດຂຶ້ນ
​ໃນ​ປະ​ເທດ​ເກາະດອນ​ຄອມ​ມິ​ວນິດ​ແຫ່ງ​ນີ້.

​ໃນ​ການ​ໃຫ້​ສຳພາດ​ກັບ​ຕາໜ່າງຂ່າວ​ໂທລະພາບ ABC ທ່ານ
​ໂອ​ບາ​ມາກ່າວ​ວ່າ ທ່ານ​ໄດ້​ບອກ​ປະທານາທິບໍດີ Raul Castro
ທາງ​ໂທລະສັບໃນ​ວັນ​ພຸດ​ວານ​ນີ້​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ສົ່ງ​ເສີມ​
ລະບອບ​ປະຊາທິປະ​ໄຕ ​ແລະ​ສິດທິ​ມະນຸດ​ຢູ່​ທີ່​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ທ່ານ​ບໍ່​ຄາດ​ວ່າ ທ່ານ​ກາສ​ໂຕຣ ຈະ​ປ່ຽນ​ແປງ​ລັດຖະບານ​ຂອງ​ທ່ານ​ຢ່າງ​ກະທັນຫັນ ​ແຕ່​ວ່າ ການ​ປ່ຽນແປງ​ຕ່າງໆ​ຂອງພວກຄົນຮຸ້ນໃໝ່ ​ຢູ່​ໃນ​ຄິວ​ບາ ​ເບິ່ງ​
ຄື​ວ່າ ຈະ​ກະ​ຕຸ້ນ​ສາຍ​ພົວພັນ​ທີ່​ເປັນ​ມິດ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ໃນ​ອະນາຄົດ. ທ່ານ​ໂອ​ບາ​ມາ​ໄດ້​
ກ່າວ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ເຊັ່ນ​ກັນ​ຂອງ​ການ​ມີໜ້າ​ຂອງ​ນັກ​ການ​ທູດ​ໃນ​ຄິວ​ບາ ​ໂດຍ​ກ່າວ​ວ່າ ສະຫະລັດ ຢູ່​ໃນ​ຖານະ​ທີ່​ດີກ​ວ່າ ​ເພື່ອ​ໃຊ້​ອິດ​ທິພົນ​ຊັກ​ຈູ​ງປະ​ເທດ​ທີ່​ມີ​ພັກ​ການ​ເມືອງ​ດຽວ​ເວລາ​ໃດ​ມີ​ເອກ​ອັກຄະ​ລັດ ຖະທູດປະຈຳການຢູ່​ທີ່​ນັ້ນ.

​ໃນ​ການ​ປະກາດ​ຂໍ້​ຕົກ​ລົງ​ກັນ​ໃຫ້​ຮູ້​ກ່ອນ​ໜ້າ​ນີ້ ທີ່​ທຳນຽບຂາວ ທ່ານ​ໂອບ​າມາ ກ່າວ​ວ່າ
ມັນ​ເຖິງ “​ເວລາ​ສຳລັບ​ການ​ເຂົ້າ​ຫາ​ກັນ​ແບບ​ໃໝ່” ກັບ​ຄິວ​ບາ ​ແລະ​ວ່າ ການ​ໂດດດ່ຽວ​ມາ​ເປັນ​ເວລາ 50 ປີ “ບໍ່​ໄດ້​ຮັບຜົນ​ໃດໆ”.

Obama Starts Dismantling Cuba Embargo
please wait

No media source currently available

0:00 0:01:50 0:00

ໃນ​ຂະນະ​ທີ່​ທ່ານ​ໂອບາມາກ່າວຖະແຫຼງຢູ່ນັ້ນ ທ່ານ​ກາສ​ໂຕຣ ​ເອງ​ກໍ​ໄດ້​ປະກາດ​ຢູ່​ທີ່​ນະ
ຄອນຫຼວງຮາ​ວາ​ນາວ່າ ທ່ານ​ໂອ​ບາ​ມາ “ສົມຄວນ​ທີ່​ຈະ​ໄດ້​ຮັບ​ການ​ເຄົາລົບ​ນັບຖື ​
ແລະ​ຮັບ
ຮູ້​ຈາກ​ປະຊາຊົນ​ຂອງ​ພວກ​ເຮົາ.”

ຜູ້ນຳ​ປະ​ເທດ​ທັງ​ສອງ​ໄດ້​ໂອ້​ລົມ​ກັນ​ທາງ​ໂທລະສັບ​ເປັນ​ເວລາ​ເກືອບ​ນຶ່ງຊົ່ວ​ໂມງ​ໃນ​ວັນ​ອັງ
ຄານ​ມື້ກ່ອນ​ນີ້ ​ໃນ​ອັນ​ທີ່​ເປັນ​ການ​ຕິດ​ຕໍ່​ພົວພັນ​ຂັ້ນ​ປະທາ​ນາ​ທິບໍດີ ​ທີ່​ມີ​ແກ່ນສານ​ຄັ້ງ​ທຳ​ອິດ ລະຫວ່າງ​ສະຫະລັດ​ແລະ​ຄິວ​ບານັບ​ແຕ່​ປີ 1961 ​ເປັນ​ຕົ້ນ​ມາ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ມີຂຶ້ນ​ເຊັ່ນ​ກັນ ​ໃນ​ເວລາ​ທີ່​ຄິວ​ບາ ປ່ອຍ​ທ່ານAlan Gross ​ພະ
ນັກງານ​ສັນຍາ​ຈ້າງ​ອາ​ເມຣິກັນ ທີ່​ໄດ້​ຖືກ​ຈັບກຸມ​ໃນ​ນະຄອນຫຼວງຮາ​ວາ​ນາ ເມື່ອ​ປີ 2009 ​ໃນ​ຂໍ້​ຫາ​ນຳ​ເຂົ້າ​ອຸບປະກອນ​ຄົມ​ມະ​ນາ​ຄົມຕິດ​ຕໍ່ ​ເຂົ້າໄປໃນປະ​ເທດ​ເກາະດອນ​ດັ່ງກ່າວ.

uscuba18december14
please wait
Embed

No media source currently available

0:00 0:01:56 0:00

XS
SM
MD
LG