ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຮຽກຮ້ອງໃຫ້ເຂັ້ມແຂງ ໃນການປະເຊີນໜ້າ ກັບການກໍ່ການຮ້າຍ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama.

ປະທານາທິບໍດີສະຫະລັດ ​ທ່ານ Barack Obama ກ່າວ​ວ່າ
ທ່ານ​ຮູ້​ວ່າ ຊາວ​ອາ​ເມຣິກັນ ​ກຳລັງ​ຖາມ​ວ່າ “ຂ້າພະ​ເຈົ້າ​ເຮັດ​
ຫຍັງ​ໄດ້?” ຫລັງ​ຈາກ​ການ​ໂຈມ​ຕີ​ຢູ່ນະ​ຄອນ​ປາຣີ ​ແລະ​ເມືອງ
San Bernardino.

​ໃນ​ຄຳ​ປາ​ໄສ​ປະ​ຈຳ​ສັບປະດາ​ໃນ​ວັນ​ເສົາ​ມື້ນີ້ ປະທາ​ນາ​ມິ​ບໍດີ
ກ່າວ​ວ່າ “ສິ່ງ​ສຳຄັນ​ທີ່ສຸດ​ຢ່າງ​ໜຶ່ງທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້
ກໍ​ຄື ຮັບ​ຮູ້ຄວາມ​ຈິງ​ວ່າ ​ເຮົາ​ແມ່ນ​ ຄົນອາ​ເມຣິກັນ.” ທ່ານ​ກ່າວ​
ວ່າພວກ​ກໍ່​ການ​ຮ້າຍ “ກຳລັງ​ພະຍາຍາມ​ ແບ່ງແຍກ​ພວກ​ເຮົາ
ຕາມ​ເສັ້ນທາງ​ສາສະໜາ ແລະຊີວະ​ປະຫວັດ​ເບື້ອງ​ຫລັງ. ນັ້ນ​
ແມ່ນ​ຄວາມ​ຢ້ານ​ກົວເຂົາເຈົ້າ. ນັ້ນ​ແມ່ນວິທີ ທີ່ພວກ​ເຂົາ​ເກັບ​
ເກນ.”

ທ່ານ​ໄດ້​ຮຽກຮ້ອງ​ໃຫ້ຊາວ​ອາເມຣິກັນຈົ່ງ “ປະຕິ​ເສດ​ຕໍ່ການດື້​ດ້ານ ​ໃນທຸກ​ຮູບ​ແບບ​” ໂດຍ​
ກ່າວ​ວ່າ “ຄວາ​ມມີອະຄະຕິ ​ແລະ ການຈຳ​ແນ​ກກີດ​ກັນ” ​ແມ່ນຊ່ວຍ​ກຸ່ມ​ລັດ​ອິສລາມ ​ແລະ
“ບ່ອນທຳລາຍ​ຄວາມໝັ້ນຄົງ​ຂອງ​ປະ​ເທດ​ເຮົາ.”

ປະທານາທິບໍດີ Obama ກ່າວ​ວ່າ ທ່ານ​ຈະ​ໄປ​ທຳ​ນຽບຫ້າ​ແຈ ​ໃນ​ວັນ​ຈັນ​ອາທິດ​ໜ້າ​ ແລະ
ສູນ​ກາງ​ຕໍ່ຕ້ານ​ພວກກໍ່​ການ​ຮ້າຍ​ແຫ່ງ​ຊາດຫລັງ​ຈາກ​ນັ້ນເພື່ອ​ທົບທວນ​ເບິ່ງ​ວ່າ ​ມີ​ຫຍັງ​ແດ​່
ໄດ້​ເຮັດ​ໄປ​ແລ້ວ ​ແລະ​ພິຈາລະນາ​ວ່າ ມີ​ຫຍັງ​ຕື່ມ​ອີກທີ່​ຈະ​ຕ້ອງ​ໄດ້​ກະທຳໃນ​ການ​ຕໍ່ສູ້​ຕ້ານ
ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ຜູ້ນຳ​ສະຫະລັດ ຍັງ​ໄດ້​ເປີດເຜີຍໃຫ້​ຊາບ​ວ່າ ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍໃນ​ຂອງ
ສະຫະລັດ ຈະ​ປັບປຸງ​ລະບົບ​ເຕືອນ​ໄພ​ເພື່ອ​ຄໍ້າປະກັນໃຫ້​ຊາວ​ອາ​ເມຣິກັນ ໄດ້​ຮັບລາຍ​ລະ
ອຽດ​ຫລາຍ​ຂື້ນ ຮວມທັງ​ບາດກ້າ​ວຂອງສ່ວນ​ບຸກຄົນ ​ແລະ​ບັນດາ​ປະຊາ​ຄົມ​ທີ່ສາມາດ​ປະ​
ຕິ​ບັດ​ເພື່ອ​ເປັນ​ຫູ​ເປັນຕາ​ແລະ​ປົກປ້ອງຄວາມ​ປອດ​ໄພ.

XS
SM
MD
LG