ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ເປີດເຜີຍແຜນ ຫຼຸດການປ່ອຍ ທາດຄາບອນ


Obama Unveils Ambitious Clean Power Plan to Fight Climate Change
please wait

No media source currently available

0:00 0:01:48 0:00

ປະທານາທິບໍດີບາຣັກ ໂອບາມາ ໄດ້ປະກາດ ແຜນຂັ້ນສຸດທ້າຍ
ກ່ຽວກັບ “ໂຮງໄຟຟ້າທີ່ສະອາດ” ຂອງທ່ານ ເພື່ອຕັດການປ່ອຍ
ທາດຄາບອນ ທີ່ເປັນມົນລະພິດ ຂອງໂຮງໄຟຟ້າແຫ່ງຕ່າງໆລົງ
32 ເປີເຊັນ ພາຍໃນປີ 2030. ປະທານາທິບໍດີ ກ່າວວ່າ ນີ້ແມ່ນ ບາດກ້າວທີ່ສຳຄັນສຸດທີ່ສະຫະລັດໄດ້ເອົາໃນການຕໍ່ສູ້ກັບການ
ປ່ຽນແປງ ຂອງດິນຟ້າອາກາດ. ແຕ່ພວກທີ່ຄັດຄ້ານ ຈາກພັກຣີ
ພັບບລີກັນປະກາດວ່າ ຈະຕໍ່ສູ້ກັບມາດຕະການທີ່ເຄັ່ງຄັດເຫຼົ່ານີ້
ຢູ່ໃນສານແລະຢູ່ໃນສະພາ ໂດຍເວົ້າວ່າ ມັນຈະສ້າງຄວາມເສຍ
ຫາຍ ໃຫ້ແກ່ບັນດາລັດທີ່ຜະລິດຖ່ານຫີນຂອງປະເທດ. Cindy
Saine ຜູ້ສື່ຂ່າວວີໂອເອມີລາຍງານກ່ຽວກັບເລື້ອງນີ້ ດັ່ງໄພສານ
ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນການກ່າວແນະນຳໂຕປະທານາທິບໍດີນັ້ນ ທ່ານນາງ Gina McCarthy ຫົວໜ້າອົງການ ປົກປ້ອງສະພາບແວດລ້ອມຫລື EPA ຂອງສະຫະລັດແມ່ນມີຄວາມດີອົກດີໃຈເປັນພິເສດ.

ທ່ານນາງເວົ້າວ່າ “ນີ້ແມ່ນໂອກາດເວລາທີ່ບໍ່ໜ້າເຊື່ອ ຍອດຢ້ຽມ ແລະດີເລີດອີຫຼີ”

ທ່ານນາງ McCarthy ກ່າວວ່າ ອົງການ EPA ແມ່ນເປັນເທື່ອທຳອິດທີ່ຈະດັດແປງກົດລະ ບຽບຄຸ້ມຄອງການປ່ອຍມົນລະພິດທາດຄາບອນ ສຳລັບໂຮງໄຟຟ້າທີ່ມີຢູ່ໃນເວລານີ້ ເພື່ອ ໃຫ້ການປ່ອຍແກັສເຮືອນແກ້ວ ໄດ້ຫລຸດລົງໃນລະດັບ ທີ່ໄວຂຶ້ນກວ່າເກົ່າ.

ສຳລັບໃນສ່ວນຂອງທ່ານ ປະທານາທິບໍດີໂອບາມາ ກ່າວວ່າ ການຕ່າວປີ້ນການປ່ຽນແປງ ຂອງດິນຟ້າອາກາດໃນໂລກມັນບໍ່ແມ່ນກ່ຽວກັບອະນາຄົດຕໍ່ໄປອີກແລ້ວ ແຕ່ມັນເປັນສິ່ງທີ່ ພວກເຮົາຕ່າງກໍມີຄູວາມຮູ້ສຶກເຖິງຜົນກະທົບຂອງມັນໃນເວລານີ້

ປະທານາທິບໍດີໂອບາມາກ່າວວ່າ “ມັນບໍ່ມີຫຍັງ ທີ່ວ່າ ຊ້າເກີນໄປ ເມື່ອເວົ້າເຖິງການ ປ່ຽນແປງຂອງດິນຟ້າອາກາດ.”

ແຕ່ຢູ່ທີ່ຫ້ອງປະຊຸມ ຂອງສະພາສູງສະຫະລັດ ຜູ້ນຳສຽງສ່ວນຫລາຍຂອງພັກຣີພັບບລີກັນ ຢູ່ໃນສະພາສູງ ທ່ານ Mitch McConnell ໄດ້ກ່າວໂຈມຕີ ແຜນການຂອງປະທານາທິບໍດີ ໂດຍເວົ້າວ່າ ມັນຈະສ້າງຄວາມເສຍຫາຍ ໃຫ້ແກ່ລັດຕ່າງໆ ທີ່ເພິ່ງພາອາໄສຖ່ານຫີນ ເຊັ່ນ ລັດຂອງທ່ານເປັນຕົ້ນ.

ທ່ານ McConnell ເວົ້າວ່າ “ແລະຢູ່ທີ່ລັດ Kentucky ລະບຽບເຫຼລົ່ານີ້ ອາດຈະມີທ່າທາງ ໝາຍຄວາມວ່າ ຈະເຮັດໃຫ້ມີວຽກການໜ້ອຍລົງ ການອັດໂຮງໄຟຟ້າແຫ່ງຕ່າງໆ ແລະຄ່າ ໄຟຟ້າທີ່ແພງຂຶ້ນ ສຳລັບບັນດາຄອບຄົວ ແລະທຸລະກິດທັງຫລາຍ. ຂ້າພະເຈົ້າ ຈະບໍ່ນັ່ງດູ ດາຍ ໃນຂະນະທີ່ທຳນຽບຂາວແນເປົ້າໝາຍໃສ່ເສັ້ນຊີວິດຂອງເສດຖະກິດ ຢູ່ໃນລັດພວກ ເຮົາ.”

ທ່ານ McConnell ຮຽກຮ້ອງໃຫ້ ບັນດາຜູ້ປົກຄອງລັດຕ່າງໆ ປະຕິເສດ ບໍ່ຍອມປະຕິບັດ ຕາມມາດຕະຖານໃໝ່ດັ່ງກ່າວນີ້. ແຕ່ປະທານາທິບໍດີໂອບາມາ ໄດ້ກ່າວໂຕ້ຕອບຄືນ.

ທ່ານເວົ້າວ່າ “ດັ່ງນັ້ນ ຖ້າທ່ານຫາກເປັນຫ່ວງກ່ຽວກັບພວກທີ່ມີລາຍໄດ້ຕ່ຳ ແລະປະ ຊາຄົມກຸ່ມນ້ອຍແລ້ວກໍຄວນຈະເລີ້ມຄຸ້ມຄອງອາກາດ ທີ່ພວກເຂົາເຈົ້າຫາຍໃຈເອົາ ແລະຍຸຕິການພະຍາຍາມ ທີ່ຈະລັກຂະໂມຍເອົາ ການຮັກສາສຸຂະພາບຂອງພວກ ເຂົາເຈົ້າໄປ.”

ປະທານາທິບໍດີໂອບາມາ ໄດ້ກ່າວອ້າງເຖິງພະສັນຕະປາປາ Francis ທີ່ຊົງກ່າວວ່າ ການ ຕໍ່ສູ້ເພື່ອຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ ແມ່ນເປັນພັນທະ ທາງດ້ານສິນທຳ. ທ່ານໂອບາມາເວົ້າວ່າ ທ່ານມີແຜນການທີ່ຈະໂອ້ລົມ ບັນຫານີ້ ກັບພະສັນຕະປາປາເວລາ ພະອົງສະເດັດປະພາດນະຄອນຫຼວງວໍຊິງຕັນ ໃນເດືອນໜ້ານີ້.

President Barack Obama has announced the final version of his "Clean Power Plan" to reduce carbon pollution from power plants by 32 percent by 2030.The president said this is the single most important step the United States has ever taken in the fight against climate change.But Republican opponents are vowing to fight the tougher standards in the courts and in Congress, saying they will hurt coal-mining states.VOA's Cindy Saine has the story from Washington.

Introducing the president, Environmental Protection Agency Administrator Gina McCarthy was overjoyed.

"This is really such an incrediblywicked, cool moment!"

McCarthy said the EPA for the first time will adapt a rule that regulates carbon pollution from existing plants, so that greenhouse gas emissions are reduced at a faster rate.

For his part, Mr. Obama said that reversing global climate change is no longer about the future, but something that we are already feeling the effects of right now.

"There is such a thing as being too late when it comes to climate change."

But on the floor of the U.S. Senate, Republican Majority leader Mitch McConnell blasted the president's plan, saying it would hurt states that rely on coal, like his home state.

"And in Kentucky, these regulations would likely mean fewer jobs, shuttered power plants, and higher electricity costs for families and businesses. I will not sit by while the White House takes aims at the lifeblood of our state's economy."

McConnell has called on state governors to refuse to comply with the new standards.President Obama fired back.

"So if you care about low income and minority communities, start protecting the air they breathe and stop trying to rob them of their health care."

The president cited Pope Francis, who has said fighting climate change is a moral obligation. Mr. Obama said he plans to discuss the issue with the pontiff when he visits Washington next month.

XS
SM
MD
LG