ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຂໍໃຫ້ສະພາສູງ ຮັບຮອງເອົາ ການແຕ່ງຕັ້ງ ທ່ານນາງ Loretta Lynch


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ການສະເໜີແຕ່ງຕັ້ງທ່ານນາງ Loretta Lynch ໂດຍປະທານາ
ທິບໍດີບາຣັກ ໂອບາມາ ເພື່ອເຂົ້າຮັບຕຳແໜ່ງ ເປັນລັດຖະມົນຕີ
ກະຊວງຍຸດຕິທຳສະຫະລັດແມ່ນໄດ້ຖືກຫລົງລືມຫຼືແກ່ຍາວຢູ່ໃນ
ສະພາສູງ ໂດຍບໍ່ມີການລົງຄະແນນສຽງ ມາໄດ້ສີ່ເດືອນກວ່າໆ
ແລ້ວ ຫລືດັ່ງທີ່ທ່ານໂອບາມາກ່າວວ່າ ດົນກວ່າເຈັດລັດຖະມົນ
ຕີຍຸດຕິທຳຄົນກ່ອນໆ ຮວມກັນແລ້ວ.

ປະທານາທິບໍດີໂອບາມາ ກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ວ່າ ບໍ່ມີຜູ້ໃດສາມາດກ່າວອ້າງໄດ້ວ່າ ທ່ານນາງບໍ່ມີຄຸນນະວຸດທິພຽງພໍ ນີ້ແມ່ນເປັນເລື້ອງການ ເມືອງຢ່າງສິ້ນເຊີງ.

ປະທານາທິບໍດີ ກ່າວວ່າ ສະມາຊິກສະພາຂອງພັກຣີພັບບລີກັນ ໃນຂັ້ນຕົ້ນໄດ້ຄັດຄ້ານຕໍ່ ການແຕ່ງຕັ້ງທ່ານນາງ ຍ້ອນເຂົາເຈົ້າບໍ່ພໍໃຈ ກ່ຽວກັບການດຳເນີນການ ທີ່ຂ້າພະເຈົ້າໄດ້ ກະທຳໄປເພື່ອເຮັດໃຫ້ລະບົບຄົນເຂົ້າເມືອງທີ່ເພພັງ ດີຂຶ້ນແລະເປັນທຳຂຶ້ນກວ່າເກົ່າ. ບັດ ນີ້ພວກເຂົາເຈົ້າພວມປະຕິເສດບໍ່ຍອມລົງຄະແນນສຽງໃຫ້ທ່ານນາງຈົນກວ່າພວກເຂົາເຈົ້າ ສາມາດຄິດຫາທາງໄດ້ວ່າ ຈະຮັບຜ່ານຮ່າງກົດໝາຍສະບັບນຶ່ງ ກ່ຽວກັບບັນຫາທີ່ບໍ່ໄດ້ພົວ ພັນກັນເລີຍນັ້ນ.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ Mitch McConnell ໄດ້ເຕືອນວ່າ ຈະບໍ່ມີການລົງ ຄະແນນສຽງກ່ຽວກັບເລື້ອງທ່ານນາງ Lynch ຊຶ່ງຈະເປັນລັດຖະມົນຕີກະຊວງຍຸດຕິທຳແມ່ ຍິງອາເມຣິກັນເຊື້ອສາຍອາຟຣິກາຄົນທຳອິດຂອງປະເທດຈົນກວ່າສະພາສູງຮັບຜ່ານຮ່າງ ກົດໝາຍວ່າດ້ວຍການຄ້າມະນຸດ. ແຕ່ແນວໃດກໍຕາມພັກເດໂມແຄຣັດແມ່ນຄັດຄ້ານຕໍ່ພາ ສາທີ່ຕ້ານການຮີດລູກ ຊຶ່ງໄດ້ມີການຕື່ມໃສ່ກົດໝາຍດັ່ງກ່າວນັ້ນ.

Loretta Lynch's nomination by U.S. President Barack Obama for attorney general has been languishing in the Senate without a vote for more than four months, or as Mr. Obama says "longer than the seven previous attorneys general combined."

"No one can claim she's unqualified," said President Obama in his weekly address Saturday."This is purely about politics."

The president said Republican lawmakers had initially held up her nomination "because they were upset about the actions I took to make our broken immigration system smarter and fairer.Now they're denying her a vote until they can figure out how to pass a bill on a completely unrelated issue," Mr. Obama said.

Senate Majority Leader Mitch McConnell has warned there will be no vote on Lynch, who would be the country's first female African American attorney general, until the Senate passes legislation on human trafficking.However, Democrats object to anti-abortion language that has been added to the bill.

"They could bring her up for a yes-or-no vote at any time," President Obama said."Republicans promised the Congress would function smoothly with them in charge.Here's a small chance for them to prove it."

President Obama described Lynch's qualifications for attorney general as "superb" and said she "has distinguished herself" in her 30-year career "as a tough, fair and independent attorney."

Lynch, as the U.S. attorney for the Eastern District of New York has successfully prosecuted the terrorists who plotted to bomb the Federal Reserve Bank and the New York City subway.

The president said Lynch has been "dogged in her pursuit of public corruption" and has helped secure billions in settlements for people wronged by some of the world's biggest banks.

XS
SM
MD
LG