ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອ​ບາ​ມາ ກ່າວຕໍ່ ສະພາວ່າ ​ຈະ​ເອົາ​ບາດກ້າວ​ ຕາມ​ລໍາພັງ ​ຖ້າ​ຈໍາ​ເປັນ (ວີ​ດີ​ໂອ)


President Obama Promises Unilateral Action to Reduce Income Inequality
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ

​ການກ່າວຄໍາປາໄສ ປະຈໍາປີຕໍ່ສະພາ ແລະປະເທດຊາດ ຂອງທ່ານ ​ໂອ​ບາ​ມາ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ເຕືອນ
ບັນດາສະມາຊິກລັດຖະສະພາສະຫະລັດວ່າ ທ່ານຈະດໍາ​ເນີນ
​ການ ໂດຍປາສະຈາກພວກ​ເຂົາ​ເຈົ້າ ເພື່ອຂະຫຍາຍ ໂອກາດ
ໃຫ້​ແກ່ບັນດາຄອບຄົວຊາວອະເມຣິກັນ “​ໃນເວລາ​ໃດ​ແລະ
​ບ່ອນ​ໃດ​ກໍ​ຕາມ” ທີ່​ທ່ານ​ສາມາດ​ເຮັດ​ໄດ້.

​ໃນການກ່າວຄໍາປາໄສປະຈໍາປີທີ 5 ຂອງ​ທ່ານ ກ່ຽວ​ກັບ​ສະພາບ​
ການ​ຂອງ​ຊາດ ທີ່​ເອີ້ນ​ກັນ​ວ່າ “State of the Union” ຢູ່ຕຶກ
ລັດຖະສະພາ ໃນແລງວັນອັງຄານວານນີ້ ປະທານາທິບໍດີ
Obama ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນທັງຫຼາຍ ພາກັນ​ເຮັດ​ໃຫ້ ປີ
2014 ນີ້ເປັນປີແຫ່ງ​ການ​ເອົາ​ບາດກ້າວ ຫລື​ປະຕິບັດ​ການ ​ຢ່າງ​ເອົາຈິງ​ເອົາຈັງ​. ​ໃນ​ຂະນະ
​ທີ່​ໃຫ້​ຂໍ້​ສັງ​ເກດເຖິງ​ຄວາມ​ກ້າວໜ້າ​ທາງ​ເສດຖະກິດ​ຂອງ​ປະ​ເທດ​ນັ້ນ ຊຶ່ງມີຮວມທັງ
ການຟື້ນຕົວຄືນຂອງຕະຫຼາດ ຂາຍເຮືອນ​ ແລະການທີ່ສະຫະລັດໄດ້ລໍ້າໜ້າຈີນ ຂຶ້ນ​ມາ
​ເປັນ​ບ່ອນລົງທຶນ ນໍາ​ເບີ​ນຶ່ງ​ຂອງ​ໂລກ​ນັ້ນ ທ່ານ​ເວົ້າວ່າປີນີ້ສາມ​ດ​ເປັນປີ​ແຫ່ງ​ຄວາມ​ກ້າວ
ໜ້າ​ໄດ້ ສໍາລັບສະຫະລັດແຕ່ ທ່ານ ກ່າວວ່າ ຄໍາຖາມກໍຄືວ່າ ພວກເຈົ້າໜ້າທີ່ສະຫະລັດ
“ຈະຊ່ອຍຫຼືວ່າ​ຈະ​ຖ່ວງດຶງຄວາ​ມກ້າວ ໜ້າ​ອັນ​ນີ້?”

ທ່ານ Obama ໄດ້ກ່າວວ່າ ໃນຂະນະທີ່ ກໍາໄລແລະລາຄາຮຸ້ນຂອງ​ພວກ​ບໍລິສັດ​ໃຫຍ່​ໆ
ຖີບ​ຂຶ້ນ​ສູ່ລະດັບສູງ ທີ່ບໍ່ສູ້ຈະມີນັ້ນ ຄ່າແຮງງານ​ໂດຍ​ສະ​ເລ່ຍ​ແມ່ນເກືອບວ່າບໍ່ມີ​ການເໜັງ
​ຕິງ​ເລີ​ຍ ຄວາມ​ບໍ່ກໍ້າເກິ່ງນັ້ນຍິ່ງມີ​ຫລາຍ​ຂຶ້ນ​ທຸກ​ມື້ ແລະມີຊາວອາເມຣິກັນ​ໃນຈໍານວນຫຼາຍ
​ເກີນ​ໄປ ທີ່ຕ້ອງໄດ້ເຮັດວຽກຫຼາຍຂຶ້ນ ພຽງເພື່ອຈະໃຫ້ກຸ້ມກິນ ໄປວັນໆເທົ່ານັ້ນ.

ໃນດ້ານນະໂຍບາຍຕ່າງປະເທດນັ້ນ ປະທານາທິບໍດີ ໄດ້ເຕືອນລັດຖະສະພາວ່າ ທ່ານຈະ
ວີ​ໂຕ້ ຮ່າງກົດໝາຍໃໝ່ໃດໆກໍຕາມ ທີ່​ຈະລົງໂທດຕໍ່​ອິຣ່ານ ​ທີ່ຂົ່ມຂູ່ຈະ​ທັບ​ມ້າງການເຈລະ
ຈາ ກ່ຽວກັບໂຄງການນີວເຄລຍຂອງ​ອິຣ່ານນັ້ນ, ແຕ່ ທ່ານກ່າວອີກວ່າ ທ່ານຈະເປັນຜູ້
ທໍາອິດທີ່ ຈະຮຽກຮ້ອງໃຫ້ມີການລົງໂທດຕື່ມຂຶ້ນ ຖ້າຫາກວ່າພວກຜູ້ນໍາຂອງອີຣານບໍ່
ສວຍເອົາໂອ ກາດອັນນີ້.

ທ່ານໄດ້ກ່າວວ່າ ການເຈລະຈາກັບອິຣ່ານນັ້ນຈະເປັນການຍາກລໍາບາກແລະອາດຈະບໍ່ໄດ້
ຮັບຜົນສໍາເລັດ, ແຕ່ວ່າຖ້າມັນສໍາເລັດ ກໍ​ຈະ​ແມ່ນ​ວ່າ ສະຫະລັດໄດ້ແກ້ໄຂບັນຫາທ້າທາຍ
ທີ່ໃຫຍ່ຫຼວງ ໂດຍປາສະຈາກການສ່ຽງຕໍ່ການກໍ່ໃຫ້ເກີດສົງຄາມນັ້ນ.

ຄະ​ແນນ​ນິຍົມຂອງປະທານາທິບໍດີ ໄດ້ຫຼຸດລົງມາ ຢູ່​ໃນ​ລະດັບ​ຕໍ່າກວ່າ 50 ສ່ວນຮ້ອຍ
ຍ້ອນ ພວກຜູ້ປ່ອນບັດ ບໍ່ພໍໃຈກ່ຽວກັບສະພາບເສດຖະກິດ ແລະບັນຫາຫລາຍໆ​ເລື່ອງ
​ທີ່​ແກ້​ໄຂ​ບໍ່​ໄດ້​ກັບລັດຖະສະພາ​. ທ່ານ Obama ຈຶ່ງ​ຫວັງທີ່ຈະເລີ່ມຕົ້ນໃໝ່ໃນປີ 2014 ນີ້.
ເຮົາຍັງມີລາຍລະອຽດເພີ່ມຕື່ມສະເໜີທ່ານອີກ ຫຼັງຈາກພາກຂ່າວ.
XS
SM
MD
LG