ສະຫະລັດໄດ້ສະເໜີໃຫ້ການຊ່ວຍເຫລືອທີ່ບໍ່ແມ່ນອາວຸດຮ້າຍ
ແຮງແກ່ຢູເຄຣນໃນ ມູນຄ່າ 5 ລ້ານໂດລາເພື່ອສະໜັບສະໜຸນ
ກອງທັບຂອງປະເທດດັ່ງກ່າວໃນການດຳເນີນຄວາມພະຍາຍາມ
ເພື່ອສູ້ລົບກັບພວກແບ່ງແຍກດິນແດນນິຍົມຣັດເຊຍ ຢູ່ ໃນເຂດ
ພາກຕາເວັນອອກຂອງຢູເຄຣນ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ປະກາດວ່າ
ເງິນຈຳນວນ ດັ່ງກ່າວຈະນຳໄປຊື້ເສື້ອເກາະກັນລູກປືນ ກ້ອງສ່ອງ
ຍາມກາງຄືນ ແລະອຸບປະກອນສື່ສານ ໃນວັນພຸດມື້ນີ້ ຂະນະ
ທີ່ທ່ານພົບປະ ກັບປະທານາທິບໍດີ ທີ່ໄດ້ຮັບ ເລືອກໃໝ່ຂອງຢູເຄຣນ ທ່ານ Petro Poroshenko ທີ່ນະຄອນວໍຊໍ ປະເທດ ໂປແລນ.
ປະທານາທິບໍດີໂອບາມາກ່າວວ່າ ປະຊາຄົມນາໆຊາດຕ້ອງໃຫ້ການສະໜັບສະໜຸນ
ການດຳເນີນຄວາມພະຍາຍາມເພື່ອເຈລະຈາກັບຣັດເຊຍແລະຄ້ຳປະກັນວ່າ ຣັດເຊຍ
ບໍ່ໄດ້ໃຫ້ການຊ່ວຍເຫຼືອດ້ານການເງິນ ດ້ານອາວຸດ ຫລືການສະໜັບສະ ໜຸນຕໍ່ພວກ
ແບ່ງແຍກດິນແດນໃນຢູເຄຣນ. ທ່ານເວົ້າວ່າ ໂລກຂອງເຮົາຕ້ອງ ເຕັມໃຈອອກກົດ
ໝາຍກ່ຽວກັບຜົນທີ່ຕິດຕາມມາຕໍ່ຣັດເຊຍ.
ປະທານາທິບໍດີໂອບາມາ ຈະມ້ວນທ້າຍການຢ້ຽມຢາມໂປແລນດ້ວຍການກ່າວຄຳປາ
ໄສ ເນື່ອງໃນພິທີສະຫຼອງວັນອິດສະລະພາບ ຊຶ່ງເປັນຂີດໝາຍຄົບຮອບ 25 ປີໃນການ
ເລືອກຕັ້ງສະພາແຫ່ງຊາດຢ່າງເສລີເທື່ອທຳອິດຂອງໂປແລນ.
ຫລັງຈາກນັ້ນ ທ່ານກໍຈະເດີນທາງໄປນະຄອນ Brussels ເພື່ອເຂົ້າຮ່ວມກອງປະຊຸມ
ຍອດຜູ້ນຳຂອງກຸ່ມ 7 ປະເທດທີ່ຈະເລີນທາງດ້ານອຸດສາຫະກຳ ຊຶ່ງໄດ້ມີການຈັດແຈງ
ຂຶ້ນຢ່າງວ່ອງໄວ ຫລັງຈາກໄດ້ຕັດສິນໃຈບໍ່ໄປຮ່ວມກອງປະຊຸມ ຂອງກຸ່ມຈີ 8 ທີ່ຣັດເຊຍ
ຈະເປັນເຈົ້າພາບ ຢູ່ເມືອງ Sochi ໃນອາທິດນີ້. ການບໍ່ໄປຮ່ວມກອງປະຊຸມດັ່ງກ່າວ ກໍແມ່ນເພື່ອຕອບໂຕ້ຕໍ່ການທີ່ຣັດເຊຍໄດ້ບຸກເຂົ້າໄປໃນແຫຼມ Crimea ເມື່ອເດືອນມີນາ
ຜ່ານມາ.