ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ Obama ນໍາພາ ພິທີຄົບຮອບ 50 ປີ ການເດີນຂະບວນ (ວີດີໂອ/ສະໄລດ໌)


ປະທານາທິບໍດີ Barack Obama ຈະກ່າວຄໍາປາໄສສໍາຄັນ ໃນ ວັນພຸດມື້ນີ້ ໃນພິທີ່ຄົບຮອບ 50 ປີ ຂອງການເດີນຂະບວນ ມາຍັງນະຄອນຫລວງ ວໍຊິງຕັນ.
ປະທານາທິບໍດີ Barack Obama ຈະກ່າວຄໍາປາໄສສໍາຄັນ ໃນ ວັນພຸດມື້ນີ້ ໃນພິທີ່ຄົບຮອບ 50 ປີ ຂອງການເດີນຂະບວນ ມາຍັງນະຄອນຫລວງ ວໍຊິງຕັນ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຈະເປັນ
​ຜູ້​ກ່າວ​ຄໍາ​ປາ​ໄສ​ຄົນ​ສໍາ​ຄັນ ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ພິທີ​ລະນຶກ​ເຖິງ​
ວັນຄົບຮອບ 50 ປີ ​ຂອງກາ​ນ​ເດີນ​ຂະ​ບວນ ມາ​ຍັງນະຄອນ
ຫລວງວໍຊິງ​ຕັນ ​ໃນ​ປີ 1963 ອັນ​ເປັນການ​ເດີນ​ຂະ​ບວນຄັ້ງ
ປະຫວັດສາດ ຮຽກຮ້ອງ​ເອົາ​ສິດ​ສະ​ເໝີ​ພາບ ທີ່ໄດ້ດຶງດູດ​ເອົາ​
ປະຊາຊົນ 250.000 ຄົນ ມາ​ເຕົ້າ​ໂຮມ​ກັນ​ຢູ່ ອະນຸສາ​ວະ​ລີ Lincoln​.

ທ່ານ Obama ​ປະທານາທິບໍດີຜິ​ວດໍາ​ຄົນທໍາ​ອິດຂອງ​ສະຫະລັດ ຈະ​ກ່າວຄໍາ​ປາໄສຕໍ່
ຫລາຍ ໝື່ນ​ຄົນ ທີ່ຄາດ​ວ່າ​ຈະເຂົ້າ​ຮ່ວມໃນ​ພິທີດັ່ງກ່າວ ​ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​
ໜ້າ​ນີ້.

​ຈຸດ​ເດັ່ນ​ສຸດ​ຂອງເຫດການ​ຄັ້ງ​ປະຫວັດສາດ ​ເມື່ອ 50 ປີ​ກ່ອນ​ນັ້ນ ​ແມ່ນຄໍາ​ເວົ້າ “ຂ້ອຍ​ມີ​
ຄວາ​ມຝັນ” ທີ່​ມີ​ຊື່​ສຽງ​ຂອງຄຸນ​ພໍ່ Martin Luther King Junior ທີ່​ຮຽກຮ້ອງ​ໃຫ້​ມີ​ຄວາມ
​ປອງ​ດອງກັນ ແລະ​ຄວາມຍຸຕິ​ທໍາ ລະຫວ່າງ​ຄົນ​ຕ່າງຜິວ ​ ຊຶ່ງບັນດາ​ນັກ​ປະຫວັດສາດຍ້ອງ
ຍໍ ວ່າ ​ເປັນ​ຄໍາ​ປາ​ໄສອັນ​ຍິ່ງ​ໃຫຍ່ ​ທີ່​ບໍ່​ມີມາ​ກ່ອນ.

​ໃນ​ບັນດາ​ຜູ້​ທີ່ຈະ​ປາກົດໂຕ​ ປະກອບສ່ວນ​ໃນ​ພິທີ​ລະນຶກ​ເຖິງວັນ​ຄົບຮອບດັ່ງກ່າວ​ໃນມື້​ນີ້
ກໍມີ​ ຮວມທັງບຸກຄົນ​ທີ່​ມີ​ຊື່​ສຽງ​ໃນ​ສື່​ມວນ​ຊົນ ເຊັ່ນ Oprah Winfrey ​ແລະສອງ​ອະດີດ
ປະທານາທິບໍດີ Jimmy Carter ​ແລະ Bill Clinton​.

XS
SM
MD
LG