ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ສະຫະລັດ ຈະກ່າວຄຳ​ປາ​ໄສ ປະຈຳ​ປີ ຕໍ່​​ປະ​ເທດ​ຊາດ ແລະຕໍ່ສະພາ ຄົບຄະນະ


US Obama SOTU SOTVO
please wait
Embed

No media source currently available

0:00 0:01:27 0:00

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ຈະ​ຮຽກຮ້ອງໃຫ້
ຂຶ້ນພາສີຕໍ່​ພວກຊາວອາເມຣິກັນ​ທີ່​ລ້ຳ​ລວຍ​ສຸດ​ ​ໃນ​ການກ່າວຄຳ​ປາ
​ໄສປະຈຳ​ປີຕໍ່ປະ​ເທດ​ຊາດ ຕໍ່ໜ້າລັດຖະສະພາຄົບຄະນະ ໃນແລງ
ວັນ​ອັງຄານ​ມື້​ນີ້ ຊຶ່ງ​ເປັນ​ຄັ້ງ​ທຳ​ອິດ​ນັບແຕ່ທ່ານເຂົ້າ​ກຳ​ອຳນາດ
ເປັນ​ປະທາ​ນາ​ທິບໍດີ ທີ່​ທັງສອງ ສະພາໄດ້ຄວບງຳ​ໂດຍພັກ
Republicans ​ຝ່າຍ​ຄ້ານ.

ທ່ານ​ໂອ​ບາ​ມາ ຈະ​ຮຽກຮ້ອງໃຫ້ຂຶ້ນ​ພາສີ​ຂອງ​ຜົນ​ກຳ​ໄລຕ່າງໆຂອງ
​ສ່ວນ​ບຸກຄົນ ທີ່​ໄດ້​ຈາກ​ການ​ຂາຍ​ຊັບ​ສົມບັດ ເຊັ່ນຮຸ້ນ ພັນທະບັດ
​ແລະ​ອະສັງຫາລິມມະ​ຊັບ ພ້ອມ​ທັງ​ຍຸດຕິ ການ​ໃຫ້​ການຜ່ອນຜັນ
​ທາງ​ພາສີແກ່ມໍລະດົກທີ່ໄດ້ຮັບ ມູນ​ຄ່າຫຼາຍລ້ານ​ໂດ​ລ່າ​ ​ແລະ​ເກັບ
​ຄ່າທຳນຽມ ຕໍ່​ບໍລິສັດ​ຍັກ​ໃຫຍ່​ທາງ​ດ້ານ​ການເງິນຂອງ​ປະ​ເທດ. ປະທານາທິບໍດີ ຕ້ອງການ​ທີ່​ໃຊ້​ຜົນ​ກຳ​ໄລ​ທີ່​ວ່າ​ນີ້ ກະ​ປະມານ​ 320 ພັນ​ລ້ານ​ໂດ​ລ່າ ​ໃນ 10 ປີ ຕໍ່ໜ້າ ​ເພື່ອ​ຈະໃຫ້ການ
ຜ່ອນຜັນທາງ​ພາສີ​ໃຫ້​ແກ່ ຄອບ​ຄົວ​ຊົນ​ຊັ້ນ​ກາງ​ອະ​ເມຣິກັນ ​ແລະ​ຂໍ້ລິເລີ້ມຕ່າງໆເຊັ່ນບໍ່​ໃຫ້​ພວກນັກ​ສຶກໃນ​ວິທະຍາ​ໄລຊຸມຊົນເສຍຄ່າ​ໃຊ້​ຈ່າຍ​ໃດ​ໆໃນການເຂົ້າຮຽນ.

ຂໍ້ສະ​ເໜີ​ຮ່າງ​ກົດໝາຍ​ທີ່​ວ່າ​ນີ້ເບິ່ງ​ຄື​ວ່າ ຈະ​ໄດ້ຮັບ​ການປະຕິ​ເສດ​ຈາກ​ສະມາຊິກພັກ Repu-
blicans ທີ່​ກຳ​ສຽງສ່ວນຫລາຍ​ຢູ່​ໃນ​ສະພາ​ສູງ ​ແລະ​ສະພາ​ຕ່ຳ ຫຼັງຈາກ​ທີ່​ໄດ້​ຮັບ​ໄຊຊະນະ​ຢ່າງຖ້ວມລົ້ນ ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ເມື່ອ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ​ນີ້. ​ເຖິງ​ແມ່ນ​ວ່າ
ໄ​ດ້ຮັບ​ໄຊຊະນະກໍ​ຕາມ ແຕ່ທ່ານ​ໂອ​ບາ​ມາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ ວີ​ໂຕຂໍ້​ສະ​ເໜີ ທີ່ເປັນບຸລິມມະ​ສິດ​ຂອງ​ພັກ Republicans ຊຶ່ງ​ຮວມມີ ການ​ອະນຸຍາດ ຕໍ່​ການ​ສ້າງ​ທໍ່​ນ້ຳມັນ​ທີ່​ເນັ່ງ​ຈາກ​ກາ​ນາ​ດາ ​ເຖິງ​ອ່າວ​ເມັກຊິໂກຂອງ​ສະຫະລັດ ​ແລະ ການ​ປ່ຽນ​ແປງ​ກົດໝາຍຮັກສາ
ສຸຂະພາບ​ລາຄາຖືກທີ່​ເປັນລາຍ ເຊັນຂອງທ່ານ​ປະທານາທິບໍດີນັ້ນ.

XS
SM
MD
LG