ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດວ່າ ໃນປີໃໝ່ນີ້ ປ. ໂອບາມາ ຈະປະທະ ກັບລັດຖະສະພາຊຸດໃໝ່ ໃນເລື່ອງກິດຈະການໂລກ


Obama, Republican Congress Likely to Clash on Global Affairs
please wait

No media source currently available

0:00 0:03:02 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ລັດຖະສະພາ ຊຸດໃໝ່ສະຫະລັດ ພາຍໃຕ້ການນຳພາຂອງ
ພັກ​ຣີພັບ​ບລິ​ກັນ ຈະ​ຊັ່ງ​ຊາ​ເບິ່ງຈຸດ​ຮ້ອນຮົນ​ຂອງ​ໂລກ​ ແລະ
​ການຕອບຮັບຂອງອາ​ເມຣິກາ ​ເວລາ​ບັນດາ​ສະມາຊິກ​ສະພາ​
ກັບ​ຄືນ​ມາ ນະຄອນຫລວງວໍ​ຊິງ​ຕັນ ​ໃນ​ອາທິດ​ນີ້. ດັ່ງທີ່
Michael Bowman ນັກ​ຂ່າວວີ​ໂອ​ເອ ປະ​ຈຳສະພາສູງ
ລາຍ​ງານ​ນັ້ນ ບັນຫາ​ຂັດ​ແຍ້​ງຕ່າງໆແມ່ນນັບແຕ່ເລື່ອງຢູເຄຣນ
​ໄປ​ຫາພາກ​ຕາ​ເວັນ​ອອກ​ກາງ ​ທີ່ຢູ່ໃນໃຈ​ຂອງ​ບັນດາ​ຜູ້​ແທນ​ ​
ຕະຫຼອດ​ທັງ​ບັນດາ​ຂໍ້ລິເລີ້ມຕ່າງໆທີ່ມີຄວາມສຳຄັນລະດັບສູງ
ທີ່​ເລີ້ມມີການເອົາ​ບາດກ້າວ ໂດຍປະທານາທິບໍດີ Barack
Obama ດັ່ງກິ່ງສະຫວັນ ຈະນຳມາສະເໜີທ່ານ.

ການ​ເຈລະຈາ​ນາ​ໆຊາດ ກ່ຽວກັບ​ໂຄ​ງການ​ນິວ​ເຄລຍຂອງອີຣ່ານ ຈະ​ເລີ້ມຄືນອີກ​ນຶ່ງ​ອາ
ທິດ​ ຫລັງ​ຈາກສະມາຊິກ​ລັດຖະສະພາເຂົ້າປະຊຸມ. ຜູ້​ທີ່ຍັງມີຄວາມສົງ​ໄສ ​ຄື​ດັ່ງ ສະມາຊິກ
​ສະພາ​ສູງສັງກັດພັກ​ຣີພັບບລິ​ກັນ ທ່ານ Bob Corker ກ່າວ​ວ່າ ບັນດາ​ສະມາຊິກ​ສະພາ
ຈະ​ພິຈາລະນາ​ກ່ຽວກັບການ​ລົງ​ໂທດ​ ທີ່​ຮ້າຍ​ແຮງ​ຂື້ນ​ກວ່າ​ເກົ່າຕໍ່ເຕຫະຣ່ານ ໃນກໍລະນີ
ທີ່ການ​ເຈລະ​ຈາ​ລົ້ມແຫ​ລວ​ລົງ.

ສະມາຊິກສະພາ​ສູງ Corker ກ່າວ​ວ່າ “ຈະ​ມີ​ຄວາມ​ປາດ​ຖະໜາ​ຢ່າງ​ວ່ອງ​ໄວ ຫລັງ
​ຈາກມື້ທຳອິດຂອງປີນີ້ ທີ່​ລັດຖະສະພາ​ ຈະຕ້ອງໄດ້​ຊັ່ງ​ຊາ​ເບິ່ງ​ ກ່ຽວກັບເລື່ອງ
ຕ່າງໆ ໃນ​ຮູບໃດຮູບນຶ່ງ. ລັດຖະສະພາ ຈະ​ຕ້ອງການ​ຊັ່ງ​ຊາ​ເບິ່ງການຕົກລົງກັບ
ອີຣ່ານ.”

ຄວາ​ມລະມັດລະວັງ​ຂອງລັດຖະສະພາ ກ່ຽວ​ກັບຄວາ​ມໄຝ່ຝັນໃນດ້ານ ນິວ​ເຄລຍຂອງ
ອີຣ່ານນັ້ນ​ບໍ່​ເປັນ​ເລື້ອງ​ໃໝ່. ສິ່ງທີ່ບໍ່ມີໃຜ​ຄາດ​ຝັນ​ຫວ່າງ​ບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ​ນີ້ ກໍ
|ຄືວ່າລັດຖະສະພາ ອາດ​ຈະ​ຕໍ່ສູ້ກັບການ ເປີດຄວາມສຳພັນທາງການທູດກັບ ຄິວບາ
ທີ່ບໍ່ຄາດຝັນຂອງປະທານາ ທິບໍດີ Obama.

ປະທານາທິບໍດີ Barack Obama ກ່າວ​ວ່າ “​ມື້​ນີ້ ສະຫະລັດ ອາ​ເມຣິກາ ​ພວມປັບ
ປ່ຽນຄວາມສຳພັນຂອງຕົນ ​ກັບ ປະຊາ​ຊົນຄິວ​ບາ.” ​

ເພື່ອຍຸດຕິການຂວ້ຳບາດຂອງສະຫະລັດ ຕໍ່ຄິວ​ບາ​ນັ້ນ​ ຈຳເປັນຈະຕ້ອງ​ຜ່ານ​ການ​ເຫັນ​ດີ​
ຈາກລັດຖະສະພາ ຊຶ່ງ​ເປັນ​ສິ່ງ​ນຶ່ງ ​ທີ່ສະມາຊິກສະພາ​ສູງສັງກັດພັກເດໂມແຄຣັດ Ben
Cardin ໃຫ້ການສະ​ນັບ​ສະ​ໜູນນັ້ນ.

ສະມາຊິກ​ສະພາ​ສູງ Cardin ກ່າວ​ວ່າ “​ສະພາ ຈຳເປັນຕ້ອງໄດ້ເອົາ​ບາດກ້າວ ຫວັງ
​ຢ່າງ​ຍິ່ງວ່າ ​ໃນ​ຂະນະ​ທີ່​ພວກ​ເຮົາ ກ້າວໄປສູ່ບົດຕອນ ໃໝ່ ​ໃນຄວາມສຳພັນກັບ
ຄິວ​ບາ. ​ແລະ​ນັ້ນ​ ຈະ​ເປັນ​ການ​ອະພິປາຍທີ່​ໜ້າ​ສົນ​ໃຈ.”

ສະມາຊິກ​ສະພາ​ສູງ Marco Rubio ທີ່ສັງກັດພັກຣີພັບ​ບລິ​ກັນ ກ່າວ​ວ່າ. “ລັດຖະສະພາ
ດັ່ງກ່າວ​ນີ້​ ຈະ​ບໍ່​ຍົກ​ເລີກ​ ການ​ຫ້າມ​ຄ້າຂາຍຕໍ່ຄິວບາ.”

ສະມາຊິກ​ສະພາ​ສູງ Marco Rubio ຕຽມ​ພ້ອມແລ້ວ​ສຳຫລັບການອະ ພິປາຍ​ກ່ຽວກັບ
​ເລື້ອງດັ່ງ​ກ່າວ.

ຜູ້​ແທນ​ສະພາ​ສູງ Marco Rubio ກ່າວ​ວ່າ : “ທຳນຽບຂາວ​ໄດ້​ຍິນ​ຍອມ​ທຸກ​ຢ່າງ ​ແລະ
​ໄດ້​ຮັບການຕອບແທນແຕ່ພຽງ ​ໜ້ອຍ​ດຽວ​ຈາກຮາ​ວາ​ນາ. ​ເຂົາ​ເຈົ້າ​ບໍ່ໄດ້ຮັບຄວາມ
ໝັ້ນໝາຍຫຍັງເລີຍ ໃນພາກສ່ວນ​ຂອງອຳນາດການປົກຄອງຄິວບາ ​ເພື່ອ​ໃຫ້​ມີ​
ເສລີພາບໃນ ດ້ານ​ຂ່າວ​ສານ ຫລື​ເສລີພາບ​ໃນ​ການ​ປາກ​ເວົ້າ ຫລື​ການ​ເລືອກ​ຕັ້ງ.”

ອີງ​ຕາມ​ນັກລັດຖະສາດ William Howell ແລ້ວ ພັກຣີພັບ​ບລິ​ກັນ ຕ້ອງການ​ຢາກ​ໃຫ້ມີ
ການ​ເຫັນວ່າ ຕົນເປັນຜູ້ການຕິຕຽນແບບສ້າງສັນ.

ທ່ານ Howell ຈາກມະຫາວິທະຍາ​ໄລ Chicago ກ່າວ​ວ່າ “ໃນ​ອີກ​ດ້ານ​ນຶຶ່ງ ​ເຂົາ​ເຈົ້າ​
ຢາກເນັ້ນ​ໜັກໃຫ້ເຫັນ​ເຖິງ​ຄວາມຫລົ້ມ​ແຫລວ​ ​ໃນ​ພາກສ່ວນ​ຂອງລັດຖະບານ​
ທ່ານ Obama ​ແລະ​ອີກ​ດ້ານ​ນຶ່ງ ​ເຂົາ​ເຈົ້າຕ້ອງການ​ຢາກໃຫ້ມີການເບິ່ງ​ເຫັນ​ວ່າ ຕົນເປັນຜູ້ມີຄວາມ​ຮັບຜິດ​ຊອບ ​ເປັນ​ພັກ​ທີ່​ມີຄຸນນະວຸດທິ ທີ່​ສາ​ມາດ​ນຳພາ
​ປະເທດຊາດໄດ້.”

ການກຳສຽງສ່ວນຫຼາຍຢູ່​ໃນທັງ​ສອງ​ສະພາ​ຂອງສະຫະລັດ ຈະ​ອຳນວຍໃຫ້​ ພັກຣີ​ພັບ
ບລິ​ກັນ ​ເປັນ​ປາກ​ກະບອກ​ສຽງ​ແຮງ​ຂຶ້ນເພື່ອຕິຕຽນການຮັບມືກັບວິກິດການຂອງປະທາ
ນາທິບໍດີ ນັບແຕ່ເລື່ອງຢູ​ເຄຣນ​ໄປເຖິງ​ການ ກໍ່ກະບົດ ຂອງພວກ​ຫົວ​ຮຸນ​ແຮງ ລັດ​ອິສ
ລາມ ຢູ່​ອີຣັກ ​ແລະ​ຊີ​ເຣຍ.

ສະມຊິກສະພາ​ສູງ Corker ກ່າວຕື່ມ​ວ່າ “ຂ້າພະ​ເຈົ້າ​ຄິດວ່າ ປະ​ເທດ​ຂອງ​ພວກ​ເຮົາ
​ວາງທ່າທາງ​ຄື​ກັນກັບ​ເສືອ​ກະດາດ​ ຕໍ່ໂລກ ກ່ຽວ​ກັບ​ເລື້ອງ​ນີ້ ​ແລະ​ໃນດ້ານອື່ນໆ
ອີກຢ່າງຫຼວລຫລາຍ ທີ່​ໄດ້ສ້າງຄວາມ​ເສ​ຍ ຫາຍຢ່າງບໍ່ໜ້າເຊື່ອ ​ໃນລະຍະ​ຍາວ
​ແກ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.”

​ອີງ​ຕາມ​ນັກວິ​ເຄາະ​ການ​ເມືອງ Stuart Rothenberg ແລ້ວ ທ່ານ Obama ກໍ​ບໍ່​ໄດ້​ຮັບ​
ການ​ຍົກ​ເວັ້ນ ໃນການສະແດງຄວາມບໍ່ພໍໃຈຈາກ ສະມາຊິກຂອງພັກເດ​ໂມ​ແຄຣັດຂອງ
​ທ່ານເອງ.

ທ່ານ Rothenberg ກ່າວ​ວ່າ “ປະທາ​ນາ​ທິບໍດີ ອາດ​ມີ​ຫລາຍ​ບັນຫາ ຫລາຍເທົ່າໆ
ກັນ ຫລືຫລາຍກວ່ານັ້ນ ກັບພວກ​ຝ່າ​ຍຊ້າຍ ໃນພັກ​ເດ​ໂມແຄຣັດເອງ ​ກ່ຽວກັບ​
ບັນຫາ​ຄວາມ​ໝັ້ນຄົງນາໆຊາດ ແລະບັນຫາຄວາມ ໝັ້ນຄົງພາຍໃນຂອງ​ປະ​ເທດ
​ທີ່ທ່ານອາດຈະມີກັບບັນດາ​ສະມາຊິກພັກ ຣີພັບ​ບລິ​ກັນ. ​ມີ​ສະມາຊິກ​ພັກ​ເດໂມ
ແຄຣັດຫລາຍຄົນ ທີ່ມີ​ຄວາມ​ເປັນ​ຫ່ວງຫລາຍຂຶ້ນ ​ກ່ຽວກັບການສົ່ງທະຫານສະ
ຫະລັດ
ກັບຄືນ​ໄປອີກ.”

ບໍ່​ວ່່າ ລັດຖະສະພາ ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃດ ປະທານາທິບໍດີ ປາກົດ​ວ່າ ໄດ້ຕັດສິນໃຈ
ໄປແລ້ວ ທີ່ໃຫ້ອາ​ເມຣິກາມີບົດບາດໃນການຍື່ນມື​ໄປ​ຫາ​ໂລກ. ຢູ່ໃນ​ການ​ໃຫ້​ສຳພາດ​
ຫວ່າງ​ມໍ່ໆ​ມາ​ນີ້ ທ່ານ​ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ເຊື່ອ​ໝັ້ນ ໃນດ້ານ​ການ​ທູດ. ຂ້າພະ​ເຈົ້າ​ເຊື່ອ
ໃນ​ການ​ສົນທະນາໂອ້​ລົມກັນ​. ຂ້າພະ​ເຈົ້າ​ເຊື່ອ​ໃນ​ການ​ພົວພັນກັນ.”

XS
SM
MD
LG