ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຈະເປັນຜູ້ນຳ ຄົນທຳອິດ ສຫລ ໄປຢ້ຽມຢາມ ເອທິໂອເປຍ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈະເດີນທາງ
ໄປເອທິໂອເປຍໃນເດືອນໜ້ານີ້ຊຶ່ງຈະເປັນຜູ້ນຳອາເມຣິກັນຄົນ
ທຳອິດ ທີ່ຍັງຢູ່ໃນຕຳແໜ່ງ ເດີນທາງໄປຢ້ຽມຢາມ ປະເທດອາ
ຟຣິກາດັ່ງກ່າວແລະເປັນທີ່ຕັ້ງສຳນັກງານໃຫຍ່ຂອງສະຫະພາບ
ອາຟຣິກາ.

ທຳນຽບຂາວກ່າວວ່າ ການເດີນທາງໄປຢ້ຽມຢາມນະຄອນ Addis
Ababa ຈະມີຂຶ້ນຫລັງຈາກການໄປຢ້ຽມຢາມປະເທດເຄນຢາ ຊຶ່ງ ມີການປະກາດກ່ອນໜ້ານີ້.

ຂະນະທີ່ຢູ່ໃນປະເທດເອທິໂອເປຍນັ້ນ ປະທານາທິບໍດີໂອບາມາ
ຈະພົບປະກັບເຈົ້າໜ້າທີ່ລັດຖະບານ ແລະທຳການເຈລະຈາຫາລືຕ່າງຫາກກັບພວກຜູ້ນຳ ຂອງສະຫະພາບອາຟຣິກາ.

ການເດີນທາງຂອງປະທານາທິບໍດີໂອບາມາ ໄປຢ້ຽມຢາມເຄນຢາຊຶ່ງເປັນບ້ານເກີດບິດາ ຂອງທ່ານນັ້ນແມ່ນຈະເປັນການຢ້ຽມຢາມເທື່ອທຳອິດໃນນາມປະທານາທິບໍດີ. ທ່ານເຄີຍ ໄປຢ້ຽມຢາມເຄນຢາມາແລ້ວ ກ່ອນເຂົ້າໄປຮັບຕຳແໜ່ງທີ່ທຳນຽບຂາວ ຮວມທັງການຢ້ຽມ ຢາມເທື່ອນຶ່ງ ໃນຂະນະທີ່ທ່ານຍັງເປັນສະມາຊິກສະພາສູງສະຫະລັດຢູ່ນັ້ນ.

ປະທານາທິບໍດີໂອບາມາ ມີກຳນົດຈະໄປຮ່ວມ ກອງປະຊຸມສຸດຍອດ ນັກວິສາຫະກິດຂອງ ໂລກ ໃນປີ 2015 ຊຶ່ງຈະນຳເອົາພວກປະກອບວິສາຫະກິດ ນັກລົງທຶນ ລັດຖະບານ ແລະ
ອົງການຈັດຕັ້ງຕ່າງໆໄປພົບພໍ້ກັນເພື່ອເສີມຂະຫຍາຍມາດຕະຖານການຄອງຊີບຢູ່ໃນທົ່ວ
ໂລກໃຫ້ດີຂຶ້ນ.

ໂຄສົກຂອງທຳນຽບຂາວ ທ່ານ Josh Earnest ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ຈຸດ ປະສົງຂອງການເດີນທາງໃນຄັ້ງນີ້ ກໍແມ່ນເພື່ອເລັ່ງລັດການເຕີບໂຕຂອງເສດຖະກິດ ເສີມ ຂະຫຍາຍສະຖາບັນປະຊາທິປະໄຕ ແລະປັບປຸງຄວາມໝັ້ນຄົງໃນອາຟຣິກາ.

ທັງເຄນຢາແລະເອທິໂອເປຍ ຕ່າງກໍເປັນພາຄີດ້ານຄວາມໝັ້ນຄົງທີ່ສຳຄັນຂອງສະຫະລັດ ໃນການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງ al-Shabab ຂອງໂຊມາເລຍ.

ແຕ່ກຸ່ມປົກປ້ອງສິດທິມະນຸດບາງກຸ່ມໄດ້ຕັ້ງຄຳຖາມກ່ຽວກັບການເດີນທາງໄປຢ້ຽມຢາມເອ ທິໂອເປຍຂອງທ່ານໂອບາມາ ໂດຍໃຫ້ຂໍ້ສັງເກດວ່າ ມັນມີຂຶ້ນໄວໂພດ ຫຼັງຈາກການເລືອກ ຕັ້ງທີ່ມີການຄັດຄ້ານ.

Obama Africa
please wait
Embed

No media source currently available

0:00 0:00:25 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG