ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວວ່າ ທ່ານຍັງບໍ່ໄດ້ຕັດສິນໃຈຄັ້ງສຸດທ້າຍເທື່ອ ກ່ຽວກັບການຕອບໂຕ້ ຕໍ່ການໃຊ້ອາວຸດເຄມີໂຈມຕີປະຊາຊົນຢູ່ໃນຊີເຣຍ ຕາມທີ່ມີການກ່າວຫານັ້ນ ແຕ່ເວົ້າວ່າ ທ່ານກໍາລັງພິຈາລະນາການຕອບໂຕ້ “ໃນຂອບເຂດທີ່ຈໍາ ກັດແລະແຄບ.”
ຫລາຍຊົ່ວໂມງຫລັງຈາກທີ່ ທ່ານ Obama ໄດ້ຖະແຫລງດັ່ງກ່າວ ທີມກວດກາຂອງສະຫະ
ປະຊາຊາດ ທີ່ຖືກສົ່ງໄປສືບສວນການໂຈມຕີໃນອາທິດແລ້ວນີ້ຢູ່ໃນຊີເຣຍນັ້ນ ກໍໄດ້ອອກ
ຈາກຊີເຮຍໄປໃນວັນເສົາມື້ນີ້. ໂຄສົກຄົນນຶ່ງຂອງສະຫະປະຊາຊາດ ກ່າວວ່າ ທີມກວດກາ
ຈະພະຍາມຍາມທໍາການວິໃຈຢ່າງຮີບດ່ວນ ໂຕຢ່າງຕ່າງໆທີ່ໄດ້ເກັບກໍາມາຈາກບ່ອນຖືກໂຈມຕີ.
ວີດິໂອ: ຄະນະກວດກາ ສປຊ ກັບຄືນໄປເລບານອນ ແລະທ່ານໂອບາມາ ຖະແຫລງ ກ່ຽວກັບຊີເຣຍ:
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວໃນວັນສຸກວານນີ້ວ່າ ບັນດາໜ່ວຍສືບລັບຂອງສະຫະລັດ ມີ “ຄວາມໝັ້ນໃຈສູງ” ນໍາລາຍງານ ທີ່ບົ່ງບອກວ່າ ລັດຖະບານຊີເຣຍ ໄດ້ທໍາການໂຈມຕີດ້ວຍອາຍແກ໊ສພິດ ໃນອາທິດແລ້ວນີ້.
ທ່ານແຄຣີກ່າວວ່າ ຫລັກຖານ ທີ່ມີສະເໜີຢູ່ໃນລາຍງານສະບັບນຶ່ງທີ່ບໍ່ໄດ້ຖືກເກັບເປັນຄວາມລັບຕໍ່ໄປ ແລະໄດ້ນໍາອອກເປີດເຜີຍຕໍ່ສາທາລະນະຊົນນັ້ນ ສະແດງໃຫ້ເຫັນວ່າ ມີຊາວຊີເຣຍ ຫລາຍກ່ວາ 1.400 ຄົນເສຍຊີວິດ ໃນການໂຈມຕີຢູ່ໃກ້ໆກັບນະຄອນຫລວງ
ດາມັສກັສ ຊຶ່ງໂຮມທັງເດັກນ້ອຍ ຢ່າງໜ້ອຍ 426 ຄົນ.
ພາບຫລ້າສຸດຈາກຊີເຣຍ:
ທ່ານແຄຣີກ່າວຕື່ມວ່າ ຫລັກຖານສະແດງໃຫ້ເຫັນອີກວ່າ ມີໜ່ວຍອາວຸດເຄມີຂອງຊີເຣຍເຂົ້າໄປໃນເຂດນັ້ນ 3 ມື້ກ່ອນເກີດການໂຈມຕີ ແລະວ່າ ຈະຫລວດທີ່ບັນຈຸບັ້ງແກ໊ສພິດນັ້ນ
ໄດ້ຖືກຍິງອອກໄປຈາກເຂດທີ່ຢູ່ໃຕ້ການຄວບຄຸມ ຂອງທະຫານຝ່າຍລັດຖະບານ ແລະຍິງ
ໄປໃສ່ຄຸ້ມທີ່ຄວບຄຸມໂດຍຝ່າຍຕໍ່ຕ້ານ ຫລືຄຸ້ມທີ່ກໍາລັງຍາດແຍ່ງກັນ ເທົ່ານັ້ນ.
ລັດຖະມົນຕີຕ່າງປະເທດສະຫະລັດກ່າວອີກວ່າ ລາຍງານສືບລັບດັ່ງກ່າວແມ່ນຮວມທັງ ການສື່ສານລະຫວ່າງເຈົ້າໜ້າທີ່ຊີເຣຍທີ່ດັກຟັງໄດ້ ຊຶ່ງໃນການໂອ້ລົມກັນບັ້ນນຶ່ງນັ້ນ ເຈົ້າໜ້າທີ່ຊີເຣຍລະດັບອາວຸໂສຄົນນຶ່ງ ໄດ້ຢືນຢັນການໃຊ້ອາຍແກ໊ສພິດໂຈມຕີ.
ເບິ່ງວີດິໂອ: ບັນດານັກຊ່ຽວຊານ ວິເຄາະຜົນກະທົບຕໍ່ປະທານາທິບໍດີ ອັດຊາດ ຈາກການໂຈມຕີຂອງສະຫະລັດ: