ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂອບາມາ ກ່າວຄໍາປາໄສ ຕໍ່ລັດຖະສະພາ ແລະປະເທດຊາດ(ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ລັດຖະສະພາ ແລະປະຊາຊົນອະເມຣິກັນ ກ່ຽວກັບສະພາບ ຂອງປະເທດຊາດ (25 ມັງກອນ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ລັດຖະສະພາ ແລະປະຊາຊົນອະເມຣິກັນ ກ່ຽວກັບສະພາບ ຂອງປະເທດຊາດ (25 ມັງກອນ 2011)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາໄດ້ໃຊ້ຄຳປາໄສປະຈຳປີ ຕໍ່ລັດຖະສະພາ ແລະປະເທດຊາດ ກ່າວໂດຍສັງເຂບກ່ຽວກັບແຜນການຂອງທ່ານ ໃນການທີ່ຈະຂະຫຍາຍ ວຽກເຮັດງານທຳ ສຳລັບຊາວອະເມຣິກັນແລະເຮັດ ໃຫ້ສະຫະລັດກາຍເປັນປະເທດ ທີ່ສາ ມາດແຂ່ງຂັນໄດ້ຫຼາຍຂຶ້ນ ຢູ່ໃນເສດຖະກິດຂອງໂລກ. ນາຍ Kent Klein ຜູ້ສື່ຂ່າວຂອງ VOA ລາຍງານຈາກທຳນຽບຂາວວ່າ ນອກ​ນັ້ນ​ແລ້ວ ທ່ານປະທານາທິບໍດີ ຍັງໄດ້ສະເໜີ​ໃຫ້ລັດຖະບານ​ໂຈະການເພີ່ມທະວີ​ໃນການໃຊ້ຈ່າຍ​ໄວ້ ​ເປັນບາງພາກສ່ວນ ເພື່ອຊ່ອຍຫຼຸດ ຜ່ອນການຂາດດຸນງົບປະມານ.

ໃນຄຳປາໄສປະຈຳປີຕໍ່ລັດຖະສະພາສະຫະລັດແລະປະ
ຊາຊົນຊາວອະເມຣິກັນ ຈຳນວນຫຼາຍສິບລ້ານຄົນທີ່ພາ
ກັນເບິ່ງທາງໂທລະພາບນັ້ນ ປະທານາທິບໍດີໂອບາມາໄດ້
ຮຽກຮ້ອງໃຫ້ສະຫະລັດທຳການລົງທຶນເພີ່ມຂຶ້ນເຂົ້າໃສ່
ດ້ານການສຶກສາ ໂຄງລ່າງພື້ນຖານ ແລະການປະດິດຄິດ
ສ້າງໃໝ່ທາງດ້ານວິທະຍາສາດ.

ທ່ານກ່າວວ່າ ສະຫະລັດຈຳເປັນຕ້ອງໄດ້ທຳການປະ
ດິດຄິດສ້າງທີ່ເກັ່ງທີ່ສຸດ ໃຫ້ການສຶກສາທີ່ດີທີ່ສຸດ ແລະ
ສ້າງສາພັດທະນາໃຫ້ດີທີ່​ສຸດ ລື່ນປະເທດອື່ນໆໃນໂລກ
ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ພວກເຮົາຕ້ອງເຮັດໃຫ້ອະເມຣິກາເປັນບ່ອນທີ່ດີທີ່
ສຸດໃນໂລກ ສໍາລັບທໍາທຸລະກິດ. ພວກເຮົາຕ້ອງຮັບ
ຜິດຊອບການຂາດດຸນຂອງພວກເຮົາ ແລະປະຕິຮູບ
ລັດຖະບານຂອງພວກເຮົາ. ນັ້ນຄືວິທີທາງທີ່ປະຊາ
ຊົນຂອງພວກເຮົາຈະປະສົບ​ກັບຄວາມຈະເຣີນຮຸ່ງ
ເຮືອງ ນັ້ນ​ຄືວິທີທາງທີ່ພວກເຮົາຈະເອົາຊະນະ
ອະນາຄົດໄດ້.”

ຄຳປາໄສເທື່ອທີ 2 ຂອງປະທານາທິບໍດີໂອບາມາຕໍ່ທັງສອງສະພາຂອງສະຫະລັດ​ທີ່​ຫ້ອງ
ປະຊຸມ​ຂອງ​ສະພາ​ຕໍ່າໃນ​ຄືນ​ວານ​ນີ້ ສ່ວນໃຫຍ່ແລ້ວແມ່ນໄດ້ເພັ່ງເລັງໃສ່ບັນຫາພາຍໃນປະ
ເທດ ໂດຍສະເພາະກໍແມ່ນເລື່ອງເສດຖະກິດ.

ບ່ອນນັ່ງບ່ອນນຶ່ງຢູ່ໃນຫ້ອງປະຊຸມນັ້ນ ໄດ້ຖືກປະໃຫ້ວ່າງໄວ້ສຳລັບສະມາຊິກສະພາຕໍ່າ
Gabrielle Giffords ຈາກລັດອາຣິໂຊນາ ທີ່ກຳລັງພັກຟື້ນ ຫຼັງຈາກໄດ້ຖືກຍິງໃນການ
ພະຍາຍາມຄາດຕະກຳ ເມື່ອວັນທີ 8 ມັງກອນຜ່ານມາ.

ການ​ໂຈມ​ຕີທີ່ເປັນເຫດໃຫ້ມີຜູ້ເສຍຊີວິດ 6 ຄົນດັ່ງກ່າວໄດ້ພາໃຫ້ມີການລິເລີ່ມການສົນ
ທະນາຫາລື​ໃນ​ລະດັບ​ຊາດ ກ່ຽວກັບຄວາມຈຳເປັນ ໃນການທີ່ຈະຕ້ອງມີມາລະຍາດທີ່ດີ
ຂຶ້ນ​ໃນວົງການເມືອງຂອງສະຫະລັດ.

ດ້ວຍເຫດຜົນທີ່ວ່ານີ້ ສະມາຊິກລັດຖະສະພາຈາກ​ທັງພັກເດໂມແຄຣັທແລະພັກຣີພັບບລີ
ກັນຈຳນວນນຶ່ງຈຶ່ງໄດ້ພາກັນນັ່ງຄຽງຄູ່ກັນ ໃນລະຫວ່າງການກ່າວຄຳປາໄສຂອງປະທາ
ນາທິບໍດີຕໍ່ລັດຖະສະພາແລະປະເທດຊາດ ໃນປີນີ້ ແທນທີ່ຈະນັ່ງກັນຄົນລະຟາກ ດັ່ງໄດ້
ເຄີຍປະຕິບັດກັນມາ.

ໃນຄຳປາໄສນັ້ນປະທານາທິບໍດີໂອບາມາໄດ້ໃຊ້ສຳນວນທີ່ມອງເຫດການໄປໃນທາງດີທີ່​
ສຸດໃນການບັນລະຍາຍເຖິງການຟື້ນໂຕຄືນຂອງເສດຖະກິດສະຫະລັດ.

“ເວລານີ້ ພວກເຮົາຢູ່ໃນທ່າ​ທີ່​ຈະ​ກ້າວ​ໄປ​ສູ່ຄວາມກ້າວໜ້າແລ້ວ. ສອງປີຫຼັງ ຈາກສະພາວະເສດຖະກິດຕົກຕໍ່າຢ່າງຮ້າຍແຮງທີ່ສຸດເທົ່າທີ່ພວກເຮົາ​ສ່ວນ​
ໃຫຍ່ໄດ້​ປະສົບ​ມາ ຕະຫລາດຫຸ້ນກໍ​ໄດ້​ຟື້ນ​ໂຕຄືນມາຢ່າງ​ແຂງແ​ຮງ ພວກບໍ
ລິສັດຕ່າງໆ​ ກໍ​ໄດ້​ກໍາ​ໄລ​ຫລາຍ​ຂຶ້ນ. ເສດຖະກິດ​ແມ່ນກໍາລັງເຕີບໂຕຂື້ນມາ
ອີກ”

ແຕ່ໃນຂະນະດຽວກັນ ທ່ານໂອບາມາກໍຮັບຮູ້ວ່າອັດຕາຄົນຫວ່າງງານແມ່ນຍັງສູງຢູ່ແລະ
ຊາວອະເມຣິກັນຢາກໃຫ້ພວກຜູ້ນຳຂອງເຂົາເຈົ້າເພັ່ງເລັງໃສ່ການສ້າງວຽກເຮັດງານທຳ.

ປະທານາທິບໍດີໄດ້ກຳນົດແຜນການ ເພື່ອປັບປຸງຄວາມສາມາດໃນການແຂ່ງຂັນຂອງສະ
ຫະລັດ ຊຶ່ງໃນນັ້ນແມ່ນຮວມທັງການເພີ່ມການໃຊ້ຈ່າຍຂອງລັດຖະບານ ເພື່ອຊ່ອຍເສີມ
ຂະຫຍາຍການສຶກສາຄົ້ນຄວ້າແລະການພັດທະນາໂດຍສະເພາະແລ້ວແມ່ນໃນດ້ານເທັກ ໂນໂລຈີກ່ຽວກັບພະລັງງານທີ່ສະອາດ.

ພ້ອມນີ້ ທ່ານຍັງຮຽກຮ້ອງໃຫ້ມີການເອົາມາດຕະການລິເລີ່ມໃໝ່ຂອງລັດຖະບານກາງ
ເພື່ອປັບປຸງໂຮງຮຽນແລະມະຫາວິທະຍາໄລຕ່າງໆຂອງສະຫະລັດຕະຫຼອດທັງການລົງ ທຶນເພື່ອຍົກລະດັບຫຼືປັບປຸງໂຄງລ່າງພື້ນຖານຂອງປະເທດ ແລະປະຕິຮູບລັດຖະບານ.

ໃນການກ່າວຕອບ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Paul Ryan ປະ
ທານຄະນະກຳມະການງົບປະມານ ຂອງສະພາຕໍ່າສະຫະລັດກ່າວວ່າ ປະທານາທິບໍດີ
ໂອບາມາຍັງສືບຕໍ່ໃຊ້ຈ່າຍເງິນຂອງລັດຖະບານຫຼາຍໂພດ. ທ່ານ Ryan ​ເວົ້າວ່າ

"ການກາງຕໍ່ເຈົ້າໜ້າທີ່ລັດຖະບານໃຫ້ຄວາມອຸບປະຖຳສະໜັບສະໜຸນເພື່ອ
ໃຫ້ມີການປະດິດຄິດສ້າງ ການແຂ່ງຂັນແລະທາງເລືອກທີ່ດີສຳລັບຜູ້ບໍຣິ
ໂພກນັ້ນ ບໍ່ເຄີຍໄດ້ຜົນມາກ່ອນ ແລະກໍຈະບໍ່ໄດ້ຜົນຄືເກົ່າໃນເວລານີ້. ພວກ
ເຮົາຈຳເປັນຕ້ອງໄດ້ວາງທິດທາງໃໝ່."

ປະທານາທິບໍດີໂອບາມາໄດ້ກ່າວຕອບຕໍ່ການສະແດງຄວາມວິຕົກກັງວົນຂອງພັກຣີພັບ
ບລີກັນ ກ່ຽວກັບການຂາດດຸນງົບປະມານຂອງລັດຖະບານກາງ ໂດຍໄດ້ສະເໜີທີ່ຈະບໍ່
ເພີ່ມຫຼືຮັກສາການໃຊ້ຈ່າຍຂອງລັດຖະບານສຳລັບພາກສ່ວນພົນລະເຮືອນໃຫ້ຢູ່ລະດັບ
ປັດຈຸບັນເປັນເວລາ 5 ປີ.

ທ່ານເວົ້າວ່າແຜນການດັ່ງກ່າວຈະຊ່ອຍຫຼຸດການຂາດດຸນງົບປະມານລົງຫຼາຍກວ່າ 400
ພັນລ້ານໂດລາ ພາຍໃນ ໄລຍະເວລາ 10 ປີ.

ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ກ່ອນຄຳປາໄສ ຂອງປະທານາທິບໍດີນັ້ນ ປະທານສະພາຕໍ່າຂອງສະຫະລັດ ທ່ານ John Boehner ເອີ້ນຂໍ້ສະເໜີຂອງປະທານາ
ທິບໍດີວ່າ “ຍັງບໍ່ພຽງພໍ”.

ສ່ວນໃນດ້ານອື່ນໆນັ້ນທ່ານໂອບາມາເວົ້າວ່າ ວໍຊິງຕັນຄວນທຳການປະຕິຮູບກ່ຽວກັບ
ນະໂຍບາຍຄົນເຂົ້າເມືອງຂອງສະຫະລັດທີ່ເປັນບັນຫາຍັງມີການຖົກຖຽງໂຕ້ແຍ້ງນັ້ນ.

“ຂ້າພະເຈົ້າຮູ້ດີວ່າການອະພິປາຍຖົກຖຽງກັນນັ້ນແມ່ນຈະຍາກແລະໃຊ້ເວລາ
ພໍສົມຄວນແຕ່ໃນຄໍ່າຄືນນີ້ ຂໍໃຫ້ພວກເຮົາຈົ່ງມາ​ຕົກລົງ​ກັນ​ດໍາ​ເນີນຄວາມພະ
ຍາຍາມອັນນັ້ນ. ພວກເຮົາຈົ່ງຢ່າຂັບໄລ່ໃສສົ່ງ ພວກຊາວໜຸ່ມທັງຫລາຍ ທີ່
ມີຄວາມຮູ້ຄວາມສາມາດ ມີຄວາມຮັບຜິດຊອບ ​ແລະສາມາດ​ ເຮັດ​ວຽກ​ໃນ
ຫ້ອງຄົ້ນຄວ້າຂອງພວກເຮົາ​ໄດ້ ເລິ່ມທຸລະກິດໃໝ່ໆ​ໄດ້ແລະສ້າງຄວາມຈະ
ເຣີນຮຸ່ງເຮືອງ ແກ່ປະເທດຊາດຂອງພວກເຮົາ”

ກ່ຽວກັບກິດຈະການຕ່າງປະເທດນັ້ນ ປະທານາທິບໍດີໂອບາມາ ເວົ້າວ່າ ຖານະຊື່ສຽງ
ຂອງສະຫະລັດຢູ່ໃນໂລກ ແມ່ນໄດ້ຮັບການຟື້ນຟູແລ້ວ.

ທ່ານໂອບາມາກ່າວວ່າ ສົງຄາມໃນອີຣັກພວມຈະສິ້ນສຸດລົງ​ແລະພວມມີຄວາມກ້າວໜ້າ ໄປສູ່ການມອບໂອນຄວາມຮັບຜິດຊອບໃນທີ່ສຸດ ໃນການຮັກສາຄວາມປອດໄພຢູ່ອັຟ-
ການິສຖານໃຫ້ແກ່ຊາວອັຟການິສຖານແລະຕາໜ່າງກໍ່ການຮ້າຍອາລ ກາຍດາກໍພວມ ພາກັນຫຼົບໜີຢ່າງບໍ່ເປັນຂະບວນ.

“ພວກເຮົາໄດ້ສົ່ງສານ​ອອກໄປ​ແລ້ວ ຈາກເຂດຊາຍແດນ ຂອງ​ອັຟການີສ
ຖານ ໄປ​ຮອດແຫລມອາເຣເບຍ ໄປຈົນເຖິງພາກສ່ວນທັງໝົດ ຂອງໂລກ
ນັ້ນກໍຄືວ່າ ພວກເຮົາຈະບໍ່ລົດລະຈະບໍ່ລັງເລໃຈ ແລະພວກເຮົາຈະເອົາຊະ
ນະພວກທ່ານໄດ້.”

ປະທານາທິບໍດີໂອບາມາ ກ່າວວ່າ ສະຫະລັດ ແມ່ນຢືນຢູ່ກັບປະຊາຊົນຊາວຕູນີເຊຍ ໃນຄວາມໄຝ່ຝັນຢາກມີປະຊາທິປະໄຕຂອງພວກເຂົາເຈົ້າ ແລະທ່ານຂໍສະແດງຄວາມ
ຄຳນັບຮັບຕ້ອນ ຕໍ່ການປ່ອນບັດລົງປະຊາມະຕິຢ່າງສັນຕິ ເພື່ອຄວາມເປັນເອກກະ
ລາດໃນພາກໃຕ້ຊູດານ.

“ປະຊາຊົນຫລາຍພັນຄົນພາກັນຢືນລຽນແຖວກັນໃນ​ເວລາກ່ອນຂ້ອນແຈ້ງ ​
ເພື່ອ​ລໍຖ້າ​ລົງ​ຄະ​ແນນ​ສຽງ. ປະຊາຊົນເຕັ້ນລໍາມ່ວນຊື່ນກັນ ຢູ່ຕາມຖະໜົນ
ຫົນທາງ. ຊາຍຄົນນຶ່ງຜູ້ທີ່ສູນເສຍອ້າຍນ້ອງຂອງລາວສີ່ຄົນ​ໄປໃນສົງຄາມ
ກ່າວສະຫຼຸບພາບເຫດການຢູ່ອ້ອມຂ້າງລາວວ່າຂົງເຂດນີ້​ໄດ້ເປັນສະໜາມ
ລົບຕະຫລອດ​ເວລາສ່ວນໃຫຍ່ຂອງຊີວິດຂອງຂ້ອຍ ບັດນີ້ ພວກເຮົາຕ້ອງ
ການທີ່ເປັນອິດສະຫລະເສລີ”

ທ່ານໂອບາມາໄດ້ປະກາດວ່າ ທ່ານຈະເດີນທາງໄປຢ້ຽມຢາມປະເທດບຣາຊີລ ຊີເລ່
ແລະແອລຊານວາດໍ ໃນທ້າຍເດືອນມີນາຈະມານີ້.

ນອກນັ້ນ ທ່ານຍັງຮຽກຮ້ອງໃຫ້ສະມາຊິກລັດຖະສະພາຂອງສະຫະລັດໃຫ້ສັດຕະ
ຍາບັນ ຕໍ່ຂໍ້ຕົກລົງການຄ້າເສລີ ກັບເກົາຫຼີໃຕ້ ແລະເວົ້າວ່າ ທ່ານຈະສືບຕໍ່ທຳການ
ຕົກລົງ ໃນທຳນອງດຽວກັນນ ກັບປານາມາ ແລະໂຄລອມເບຍ. ແຕ່ປາກົດວ່າ ບໍ່
ໄດ້ມີການເອີ່ຍເຖິງ ຂັ້ນຕອນການເຈລະຈາສັນຕິພາບໃນພາກຕາເວັນອອກກາງທີ່ ພວມຕົກຢູ່ໃນສະພາບບໍ່ໄປບໍ່ມາໃນເວລານີ້.

ໃນວັນພຸດມື້ນີ້ປະທານາທິບໍດີໂອບາມາຈະເດີນທາງໄປຢ້ຽມຢາມລັດວິສຄັນຊິນໃນ
ພາກກາງຕອນເໜືອຂອງສະຫະລັດບ່ອນທີ່ທ່ານຈະເລີ້ມໂຄສະນາປຸກລະດົມກ່ຽວ
ກັບຂໍ້ລິເລີ່ມຕ່າງໆຂອງທ່ານ ທີ່ທ່ານໄດ້ກ່າວໃນຄຳປາໄສຂອງທ່ານໃນຄືນວັນອັງ
ຄານວານນີ້.

XS
SM
MD
LG