ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​​ໂອ​ບາ​ມາ ​ເຊັນ​ຮ່າງ​ກົດໝາຍ​ ​ຂຶ້ນພາສີ​ ພວກ​ຄົນ​ຮັ່ງມີ​ (ວີດິໂອ)


ປະທານາທິບໍດີໂອບາມາ ຍິ້ມ ຂະນະທີ່ຍ່າງໄປກັບຮອງປະທານາ ທິບໍດີ ໂຈ ບາຍເດິນ ເພື່ອໄປຖະແຫລງຕໍ່ພວກນັກຂ່າວ ທີ່ທໍານຽບຂາວ ກ່ຽວກັບການບັນລຸຂໍ້ຕົກລົງ ຂອງລັດຖະສະພາ ເລື້ອງງົບປະມານ, ວັນທີ 1 ມັງກອນ 2013.
ປະທານາທິບໍດີໂອບາມາ ຍິ້ມ ຂະນະທີ່ຍ່າງໄປກັບຮອງປະທານາ ທິບໍດີ ໂຈ ບາຍເດິນ ເພື່ອໄປຖະແຫລງຕໍ່ພວກນັກຂ່າວ ທີ່ທໍານຽບຂາວ ກ່ຽວກັບການບັນລຸຂໍ້ຕົກລົງ ຂອງລັດຖະສະພາ ເລື້ອງງົບປະມານ, ວັນທີ 1 ມັງກອນ 2013.
ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ເຊັນ​ຮ່າງ​ກົດໝາຍ​ສະບັບ​ນຶ່ງ ທີ່​ຂຶ້ນ ພາສີ​ ພວກ​ຄົນ​ຮັ່ງມີ​ຊາວ​ອະ​ເມ​ຣິກັນ ​ແລະ​ຮັກສາ​ອັດຕາ​ການຫຼຸດພາສີ​ຂອງພວກ​ຊົນ​ຊັ້ນ​ກາງ​ໄວ້​ຄື​ເກົ່າ ​ໃນ​ຂະນະ​ທີ່​ມີ​ການ​ເລື່ອນ​ເວ​ລາ​ກ່ຽວ​ກັບ​ການຕັດ​ການ​ໃຊ້​ຈ່າຍ​ທີ່​ຖືກບັງ​ຄັບ ຈໍານວນຫຼາຍພັນ​ລ້ານ​ໂດ​ລາ​ນັ້ນ ອອກ​ໄປ​ອີກ​.

ປະທາ​ນາ​ທິບໍດີ​ໄດ້​ລົງ​ນາມ​ໃນ​ມາດ​ຕະການ​ດັ່ງກ່າວ​ເມື່ອ​ຕອນ​ແລງ​ວັນ​ພຸດ​ວານ​ນີ້ ມື້​ນຶ່ງ ຫຼັງຈາກ​ສະ​ມາ​ຊິກລັດຖະ​ສະພາສະຫະລັດໄດ້​ຮັບ​ຜ່ານຮ່າງ​ກົດ​ໝາຍແບບ​ປະນີປະນອມ ກັນ ​ເພື່ອ​ບໍ່​ໃຫ້​ເກີດ​ອັນ​ທີ່​ເອີ້ນ​ກັນ​ວ່າ ​ເຫວ​ງົບປະ ມານ​ນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ເ​ມື່ອຕອນ​ແລງ​ວັນ​ອັງຄານຜ່ານ​ມາ ຫຼັງຈາກ​ລັດຖະສະ ພາໄດ້ຮັບ​ຜ່ານ ຮ່າງກົດໝາຍ​ດັ່ງກ່າວ​ແລ້ວ ວ່າ​ມັນ​ເປັນ​ບາດກ້າວ​ນຶ່ງ ​ໃນ​ການ​ດຳ​ເນີນຄວາມ​ພະຍາຍາມໃນ​ຂອບ​ເຂດ​ທີ່ກວ້າງຂວາງ​ເພື່ອ​ສ້າງ​ຄວາມ ​ເຂັ້ມ​ແຂງ​ໃຫ້ແກ່​ເສດຖະກິດ​ຂອງ​ອະ​ເມ​ຣິກາ

ທ່ານ​ໂອ​ບາ​ມາ ​ເວົ້າວ່າ: “ຂ້າພະ​ເຈົ້າຄິດ​ວ່າ ຂໍ້​ຕົກລົງ​ກັນ​ໃນມື້​ນີ້ ​ເປັນຫຼັກ ການ​ນຶ່ງ​ທີ່​ກາຍ​ເປັນ​ກົດໝາຍ ທີ່ຈະ​ຖືກ​ບັງຄັບ​ໃຊ້​ໄປ​ຕະຫຼອດ​ຕາບ​ໃດທີ່ຂ້າພະ​ເຈົ້າ​ຍັງເປັນ​ ປະທານາທິບໍດີ​ຢູ່​ນີ້. ການ​ຂາດ​ດຸນ​ງົບປະມານ​ຍັງ​ຈະ​ຕ້ອງຖືກ​ລົດ​ຕໍ່າລົງ ​ໃນ​ວິທີ​ການ​ທີ່​ກໍ້າ​ເກິ່ງ​ສົມ​ດຸນ. ທຸກໆ​ຄົນ​ໄດ້​ເສຍ​ພາສີ​ຂອງ​ຕົນຢ່າງ​ຍຸຕິ​ທຳ ທຸກໆ​ຄົນ​ກະ ທໍາ​ໃນ​ພາກສ່ວນ​ຂອງ​ຕົນ ນັ້ນຫຼະຄື​ວິທີ​ການ​ເສດຖະ​ກິດ​ຂອງ​ພວກເຮົາດໍາເນີນ​ໄປ​ໄດ້​ດີ​ທີ່​ສຸດ ນັ້ນ​ຄື​ວິທີ​ການ​ທີ່ ພວກ​ເຮົາສ້າງ​ຄວາມ​ເຕີບໂຕ​ໃຫ້​ແກ່​ເສດຖະ ກິດ.”

ກອງ​ທຶນ​ສາກົນ ຫຼື IMF ​ເວົ້າ​ວ່າ ​ແຜນການ​ດັ່ງກ່າວ​ນີ້​ບໍ່​ໄດ້​ກ້າວ​ໄປ​ໄກ​ພໍ ​ເພື່ອ​ແກ້​ໄຂ​ບັນ ຫາ​ເສດຖະກິດ​ໄລຍະຍາວຂອງ​ປະ​ເທດ​ ​ຊຶ່ງ​ໂຮມ​ທັງບັນຫາ​ ການ​ຂາດ​ດຸນ​ງົບປະມານ ​ແລະ​ໜີ້​ສິນ​ທັງ​ໝົດ​ນັ້ນ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ອອກ​ເມື່ອຕອນ​ບ່າຍ​ວັນ​ພຸດນັ້ນ ທ່ານ Gerry Rice ​ໂຄສົກ IMF ​ເວົ້າ​ວ່າ ຍັງ​ມີຫຼາຍຢ່າງ​ຈະ​ຕ້ອງ​ໄດ້​ປະຕິບັດ ​ເພື່ອ​ນໍາ​ເອົາ​ການ​ເງິນ​ສະຫະລັດ​ກັບ​ຄືນ​ສູ່ເສັ້ນທາງ​ທີ່​ຍືນ​ຍົງ​ຖາ​ວອນ​ໂດຍ​ຈະບໍ່​ສ້າງ ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສິ່ງ ​ທີ່​ທາງ​ອົງການ​ດັ່ງ ກ່າວເວົ້າ​ວ່າ ຍັງເປັນ​ໄລຍະ​ຟື້ນ​ຕົວ​ຄືນ ​ທີ່​ແຕກຫັກ​ໄດ້​ງ່າຍ​ນັ້ນ.

ເບິ່ງວີດິໂອລາຍງານທີ່ກ່ຽວຂ້ອງກັນ:
US Lawmakers Approve Fiscal Cliff Deal
please wait

No media source currently available

0:00 0:03:17 0:00
ລິງໂດຍກົງ
XS
SM
MD
LG