ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. Obama ​​ເຊັນ​ຂໍ້​ຕົກລົງ ​ງົບປະມານ ທີ່ສະພາ ຮັບຜ່ານ (ວີດີໂອ)


ປະທານາທິບໍດີ Barack Obama ກ່າວຄໍາປາໄສ ຕໍ່ບັນດາ ຄອບຄົວທະຫານ ທີ່ຄ້າຍທະຫານແຫ່ງນຶ່ງ ໃນລັດຮາວາຍ
ປະທານາທິບໍດີ Barack Obama ກ່າວຄໍາປາໄສ ຕໍ່ບັນດາ ຄອບຄົວທະຫານ ທີ່ຄ້າຍທະຫານແຫ່ງນຶ່ງ ໃນລັດຮາວາຍ
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້ເຊັນ​
ຂໍ້​ຕົກລົງກ່ຽວ​ກັບ​ງົບປະມານ​ສອງ​ຝ່າຍ ທີ່​ໄດ້ເຈລະ​ຈາ​ໂດຍ​
ລັດຖະສະພາ​ສະຫະລັດ ໃນ​ຕົ້ນ​ເດືອນ​ນີ້.

ທ່ານ Obama ​ໄດ້​ເຊັນ​ຮ່າງ​ກົດໝາຍດັ່ງກ່າວ ​ໃນ​ວັນ​ພະຫັດ
ວານນີ້ ​ໃນ​ຂະນະ​ພັກຜ່ອນກັບ​ຄອບຄົວ ຢູ່ທີ່​ລັດ​ຮາ​ວາຍ.

ງົບປະມານສະບັບ​ນີ້ ແມ່ນໃຫ້​ເວລາ 2 ປີ ​ແກ່ກຸງ​ວໍ​ຊິງ​ຕັນ ເພື່ອ
ຫລີກ​ລ່ຽງຈາກ ສົງ​ຄາມ​ງົບປະມານ ທີ່​ໄດ້​ຢຸດ​ການ​ປະຕິບັດ​ງານ
​ຂອງລັດຖະບານ​ກາງ​ເປັນ​ເວລາ 16 ມື້​ ໃນ​ເດືອນ​ຕຸລາຜ່ານ​ມານັ້ນ.

ສະພາ​ຕໍ່າ​ສະຫະລັດ ທີ່​ຄວບ​ຄຸມ​ໂດຍພັກ​ຣີພັບ​ບລິ​ກັນ ​ໄດ້​ໂຕ້​ຖຽງກັບ ທ່ານ Obama ຊຶ່ງ
ເປັນ​ສະມາຊິກພັກ​ເດ​ໂມ​ແຄ​ຣັດ ກ່ຽວ​ກັບຂໍ້​ສະ​ເໜີ​ການ​ໃຊ້​ຈ່າຍ ຕ່າງໆ.

ຂໍ້​ຕົກລົງ​ໃໝ່ນີ້ ຈະ​ຜ່ອນ​ຜົນ​ການ​ຕັດ​ງົບປະມານ ທີ່​ລັດຖະສະພາ​ ​ໄດ້ຕົກລົງ​ກັນ​ກ່ອນໜ້ານີ້
​ແລະ​ຈະ​ຕັດ 23 ພັນ​ລ້ານ​ໂດ​ລາ ​ຈາກໜີ້​ສິນ​ຂອງ​ປະ​ເທດ 17 ພັນ​ຕື້​ໂດ​ລາ​ຂອງປະ​ເທດໃນ
​ສິບ​ປີ​ຂ້າງໜ້າ.

​ແຕ່​ວ່າ ບັນດາ​ຜູ້​ເຈລະຈາ ອີກ​ຄັ້ງ​ນຶ່ງ​ໄດ້​ພະຍາຍາມ​ຫລີກ​ລ່ຽງ ການ​ປະ​ເຊີນ​ໜ້າ​ກັບ​ບັນຫາ
ຕ່າງໆ​ເລື່ອງ​ການ​ເງິນຮວມທັງການ​ປັບປຸງ​ແກ້​ໄຂ​ກົດ​ລະບຽບທີ​ສັບສົນ ​ໃນການ​ເກັບ​ພາສີ​
ຂອງ​ປະ​ເທດ​ ​ແລະ​ການເຕີ​ບ​ໂຕ​ໃນ​ການ​ໃຊ້​ຈ່າຍສຳລັບ​ປະກັນໄພ​ສຸຂະພາບ ​ແລະ​ເບ້ຍ​ບໍາ
ນານ​ໃຫ້​ແກ່​ຊາວ​ອາ​ເມຣິກັນ ທີ່​ເຖົ້າ​ແກ່​ແລ້ວນັ້ນ.

ວີດີໂອ: ສະພາສູງຮັບຜ່ານ ຮ່າງງົບປະມານ 2 ປີ:

US Senate Approves Two-year Budget
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ
XS
SM
MD
LG