ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປ. ​ສະຫະລັດ ​ຂໍ​ງົບປະມານ ສຸກ​ເສີນ​ 6 ພັນ 180 ​ລ້ານ​ໂດ​ລ່າ ຕໍ່ສູ້ກັບ ອີໂບລາ


Ebola CNPK
please wait
Embed

No media source currently available

0:00 0:01:53 0:00

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອບາ​ມາ ​ໄດ້​ຮ້ອງຂໍ​ໃຫ້
ລັດ​ຖະສະພາສະຫະລັດ ອະນຸມັດງົບປະມານສຸກ​ເສີນ​ຈຳນວນ
6 ພັນ 180 ​ລ້ານ​ໂດ​ລ່າ​ເພື່ອ​ຮັບ​ມື​ກັບ​ໂຣກອີ​ໂບລາ​ໃນ​ອາ​ຟຣິກາ
​ຕາ​ເວັນ​ຕົກແລະ​ການ​ປ້ອງ​ກັນ​ບໍ່ໃຫ້ມີ​ການ​ແຜ່​ລະບາດ​ຂອງ​ໂຣກ
ດັ່ງກ່າວ​ຢູ່ໃນສະຫະລັດ.

ການ​ຮຽກຮ້ອງ​ນີ້ບັງເອີນ​ມີ​ຂຶ້ນ​ພ້ອມ​ກັບ​ລາຍ​ງານ​ຈາກ​ອົງການ
​ອະນາ​ໄມ​ໂລກ ຫຼື WHO ​ໃນ​ວັນ​ພຸດ​ວານ​ນີ້ ທີ່​ໄດ້​ລະບຸ​ວ່າ
ມີກໍລະນີ​ຕິດ​ເຊຶ້ອອີ​ໂບລາໃໝ່​ນ້ອຍ​ລົງໃນ Liberia ​ໃນ​ສັບປະດາ​ນີ້ ສ່ວນ​ໃນ Guinea ມີ​ຈຳນວນ​ເທົ່າໆ​ກັນ​ກັບອາທິດ​ແລ້ວ ແລະ​ເພີ້​ມຂຶ້ນ​ໃນ Sierra ​Leone.

ທະນາຄານ​ໂລກຮ່ວມ​ກັບ​ອົງການ​ສະຫະ​ປະຊາ​ຊາດ ​ກ່າວ​ວ່າ ພວກ​ຕົນ​ຈະ​ສົ່ງ​ເງິນ​ຈຳນວນ 1 ພັນ​ລ້ານ​ໂດ​ລ່າ ​ໄປ​ໃຫ້ 3 ປະ​ເທດ ທີ່ໄດ້​ຮັບຜົນກະທົບ​ຢ່າງ​ຮ້າຍ​ແຮງ​ສຸດຈາກໂຣກອີ​ໂບລາ
ຄື ​Liberia Guinea ແລະ​ Sierra ​Leone. ເງິນຈຳນວນ​ດັ່ງກ່າວ​ນີ້ ​ແມ່ນ​ເພື່ອ​ຊ່ອຍ​ເຫຼືອ ໃນການຈັດສົ່ງເຈົ້າໜ້າທີ່ການ​ແພດ​ເຂົ້າ​ໄປ​ປະຕິບັດ​ງານ​ໃນ​ປະ​ເທດເຫຼົ່າ​ນີ້ ​ໃຫ້ໄວ​ຂຶ້ນ
ກວ່າເກົ່າ.

ປະທານ​ທະນາຄານ​ໂລກ ທ່ານ Jim Yong Kim ກ່າວ​ວ່າ “​ທຳອິດແລະກ່ອນ​ອື່ນໃດ ທັງ ໝົດ ໂຣກອີ​ໂບລາ​ນີ້​ແມ່ນ​ເປັນ​ວິກິດການ​ທາງ​ດ້ານ​ມະນຸດສະທຳ ​ແຕ່​ວ່າ ມັນ​ກໍ​ຍັງ​ເປັນ ໄພພິບັດທາງ​ດ້ານເສດຖະກິດ​ ສຳຫລັບ Guinea Liberia ແລະ​ Sierra ​Leone. ​ເພາະສະ​ນັ້ນ ນອກຈາກ​ການ​ຊ່ອຍ​ເຫຼື​ອສຸກ​ເສີນ​ແລ້ວ ພວກ​ເຮົາ​ຍັງ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ໃຫ້ການສະໜັບສະໜຸນຕໍ່ພາກເອກກະຊົນໃນປະເທດເຫຼົ່ານີ້ ໃຫ້ບູລະນະສ້າງ ສາທຸລະ​ກິດ​ຂອງ​ພວກ​ເຂົາ​ເຈົ້າ​ ໃຫ້​ກັບ​ຄືນ​ມາ​ຄືເກົ່າ.”

WHO: Number of New Ebola Cases in West Africa Leveling Off
please wait

No media source currently available

0:00 0:03:03 0:00

XS
SM
MD
LG