ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ທົບທວນເຖິງ ຄວາມໝາຍຂອງ ສັບປະດາສັກສິດ ແລະບຸນອິສເຕີ (ສະໄລດ໌)


ປະທານາທິບໍດີ Barack Obama ໃຊ້​ຄຳ​ປາ​ໄສ​ປະ​ຈຳ ອາທິດ ຂອງ​ທ່ານ ທົບ​ທວນ​ເຖິງ​ຄວາມໝາຍ​ຂອງ ສັບປະດາ​ສັກສິດ
ປະທານາທິບໍດີ Barack Obama ໃຊ້​ຄຳ​ປາ​ໄສ​ປະ​ຈຳ ອາທິດ ຂອງ​ທ່ານ ທົບ​ທວນ​ເຖິງ​ຄວາມໝາຍ​ຂອງ ສັບປະດາ​ສັກສິດ
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​
ໃຊ້​ຄຳ​ປາ​ໄສ​ປະ​ຈຳ ອາທິດຂອງ​ທ່ານ ທົບ​ທວນ​ເຖິງ​ຄວາມ
​ໝາຍ​ຂອງ ສັບປະດາ​ສັກສິດ ຫລື Holy Week ​ແລະ​ບຸນ
​ອິສ​ເຕີ ​ສຳ​ຫລັບ​ຊາວ​ຄຣິສຕຽນ.

ທ່ານ Obama ຊຶ່ງ​ເປັນ​ຊາວ​ຄຣິສຕຽນ ​ ກ່າວ​ວ່າ​ໃນວັນ​ເສົາ
ມື້​ນີ້​ ສັບປະດາ​ສັກສິດ ​ເຕືອນ​ໃຫ້​ພວກ​ເຮົາຈື່​ຈຳ “ຄວາມ​ຮັບ
ຜິດຊອບຂອງ​ພວກ​ເຮົາ ຕໍ່​ພະ​ເຈົ້າ ​ແລະ ຄວາມ​ຮັບຜິດຊອບ
​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ກັນ​ແລະ​ກັນ ​ໃນ​ຖານະ​ທີ່​ເປັນລູກ​ເຕົ້າ
​ຂອງ​ພ​ະ​ເຈົ້ານັ້ນ.”

ທ່ານປະທາ​ນາ​ທິບໍດີ ກ່າວ​ວ່າ ​ໃນ​ລະຫວ່າງ​ ​ສັບປະດາ​ສັກສິດ​ແລະ​ບຸນ​ອິສ​ເຕີ​ນີ້ ທ່ານ
​ແລະ​ຊາວ​ຄຣິສຕຽນ ຈຳນວນ​ນັບ​ບໍ່​ຖ້ວນ “ພາກັນ​ຈື່​ຈຳ​ຄວາມ​ດີ​ຄວາມ​ງາ​ມ ຂອງ​ພະ​ເຈົ້າ
ຜູ້​ມະຫັດສະຈັນ ຜູ້​ທີ່​ຮັກຫ​ອມພວກ​ເຮົາ​ຢ່າງ​ສຸດ​ຊຶ້ງ ທີ່​ພະ​ອົງ​ໄດ້​ມອບ​ໃຫ້​ພວກ​ເຮົາ ລູກ
​ຊາຍ​ຄົນ​ດຽວຂອງ​ພະ​ອົງ” ຊຶ່ງ​ທ່ານ​ໂອ​ບາ​ມາ​ໝາຍ​ເຖິງ​ພະ​ເຍຊູ​ເຈົ້າ ຫລື Jesus Christ.

ທ່ານ Obama ກ່າວ​ວ່າ ເທດສະ​ການນີ້​ຂອງ​ປີ ​ແມ່ນ​ເປັນ​ໂອກາດອັນ​ດີງາມ ​ສຳລັບ​ລະ​
ນຶກ​ເຖີງ “ສາຍ​ໄຍຂອງ​ມະ​ນຸດຊາດ ທີ່​ເຊື່ອມ​ຕໍ່​ພວກ​ເຮົາ​ທຸກ​ໆຄົນ ບໍ່ແມ່ນແຕ່​ຊາວ​ຄຣິສ
ຕຽນ ​ແລະ​ຍິວ​ເທົ່າ​ນັ້ນ ​ແຕ່​ຊາວ​ມຸສລິ​ມ​ກັບຮິນ​ດູ ​ແລະຊາວ ຊິກນຳ ກໍ​ຄືຄວາມ​ໝາຍ​ໝັ້ນ
​ທີ່ພວກ​ເຮົາມີ​ຮ່ວມ​ກັນ ຕໍ່​ຄວາມ​ຮັກຫ​ອມ​ບັນດາ ເພື່ອນ​ບ້ານ​ໃກ້​ຄຽງ ດັ່ງ​ທີ່​ເຮົາ​ຮັກ​ໂຕ​
ຂອງ​ພວ​ກ​ເຮົາ​ເອງ.”

​ໃນຄຳ​ຖ​ະແຫລ​ງຕອບຂອງຝ່າຍພັກຣີ​ພັບ​ບລິ​ກັນນັ້ນ ຜູ້​ແທນ​ສະພາ​ສູງ Lamar
Alexander ຈາກ​ລັດ Tennessee ກ່າວ​ວ່າ ພັກ​ຂອງທ່ານ ຕ້ອງການ​ຢາກ​ໃຫ້ຊາວ​
ອາ​ເມຣິກັນທຸກໆ​ຄົນ ມີ​ໂອກາດ​ເຮັດ​ໄດ້ ​ໃນ​ສິ່ງ​ທີ່​ຕົນ​ຢາກເຮັດ. ທ່ານກ່າວ​ວ່າ ພັກຣີພັບ​
ບລິ​ກັນ​ເຊື່ອ​ວ່າ ລັດຖະບານຄວນ​ເປັນ​ເວ​ທີ ​ສະໜອງ​ໂອກາດ​ແລະ​ເສ​ລິ​ພາບ ​ໃຫ້​ປະຊາ
ຊົນ ​ໃນ​ຂະນະ​ທີ່ ພັກ​ເດ​ໂມ​ແຄຣັດ ຕ້ອງການ​ຢາກ​ອອກ​ກົດໝາຍ ລະບຸ​ໃນ​ສິ່ງ​ທີ່​ ຊາວ
​ອາ​ເມຣິກັນ​ຕ້ອງເຮັດ.

ພາບກ່ຽວກັບ ພິທີໃນວັນ Good Friday ຂອງຊາວຄຣິສ ໃນທົ່ວໂລກ:


XS
SM
MD
LG