ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຕັ້ງຄຳຖາມ ກ່ຽວກັບ ການຕັດສິນໃຈ ສອບສວນ ອີເມລ ຂອງທ່ານ ໂຄມີ


ຜູ້ອຳນວຍການ ອົງການ FBI ທ່ານ James Comey ກຳລັງສາບານຕໍ່ໜ້າ ຄະນະກຳມາທິການ ກວດສອບ ແລະການປະຕິຮູບ ລັດຖະບານ ຂອງສະພາຕ່ຳ ໃນການຮັບຟັງຄຳໃຫ້ການ ຂອງທ່ານ Comey ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ກໍລະກົດ 2016.
ຜູ້ອຳນວຍການ ອົງການ FBI ທ່ານ James Comey ກຳລັງສາບານຕໍ່ໜ້າ ຄະນະກຳມາທິການ ກວດສອບ ແລະການປະຕິຮູບ ລັດຖະບານ ຂອງສະພາຕ່ຳ ໃນການຮັບຟັງຄຳໃຫ້ການ ຂອງທ່ານ Comey ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ກໍລະກົດ 2016.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກຳລັງຕັ້ງຄຳ ຖາມ ກ່ຽວ​ກັບການ ຕັດສິນຂອງທ່ານ James Comey ຫົວໜ້າອົງ ການສັນຕິບານກາງ ຫຼື FBI ໃນການ ປະກາດ ກ່ອນໜ້າການເລືອກ ຕັ້ງປະທານາທິບໍດີ ທີ່ຈະມີຂຶ້ນໃນວັນອັງຄານໜ້າ ທີ່ວ່າ ອົງການດັ່ງກ່າວ ຈະກວດສອບເບິ່ງໃໝ່ ອີເມລທັງຫຼາຍຕື່ມອີກ ທີ່ເຊື່ອມໂຍງກັບຜູ້ສະໝັກ ເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ໃນລະຍະ 4 ປີ ທີ່ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.

ທ່ານ Comey ໄດ້ບອກຕໍ່ບັນດາຜູ້ນຳ ລັດຖະສະພາ ເມື່ອສັບປະດາແລ້ວນີ້ ວ່າ ພວກ ນັກສືບສວນ ໄດ້ພົບເຫັນ ອີເມລໃໝ່ ຈຳນວນໜຶ່ງ ທີ່ກ່ຽວຂ້ອງກັບທ່ານນາງ Clinton
ແລະ ກຳລັງກວດສອບພວກອີເມລນັ້ນ ເພື່ອເບິ່ງວ່າ ຖ້າອີເມລເຫຼົ່ານັ້ນ ຈະມີຂໍ້ມູນໃໝ່ ກ່ຽວກັບການນຳໃຊ້ເອກກະສານທີ່ເປັນຄວາມລັບຂອງຊາດ ຂອງທ່ານນາງ Clinton. ໃນເດືອນກໍລະກົດຜ່ານມາ ທ່ານ Comey ໄດ້ກ່າວວ່າ ທ່ານນາງ Clinton ມີຄວາມ “ເລີ່ນເລີ້ທີ່ສຸດເລີຍ” ໃນການ​ເກັບ​ຮັກສາສິ່ງທີ່ເປັນ ຄວາມລັບ ແຕ່ອັນນັ້ນ ກໍບໍ່ເຖິງຂັ້ນ ຈະຕ້ອງຖືກກ່າວຟ້ອງທາງອາຍາ.

ຜູ້ສະໝັກເປັນຜູ້ປົກຄອງລັດ New York ທ່ານ Anthony Weiner ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໂດຍມີພັນລະຍາຂອງທ່ານ ນາງ Huma Abedin ຢືນຄຽງຂ້າງ ໃນນະຄອນ New York.
ຜູ້ສະໝັກເປັນຜູ້ປົກຄອງລັດ New York ທ່ານ Anthony Weiner ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໂດຍມີພັນລະຍາຂອງທ່ານ ນາງ Huma Abedin ຢືນຄຽງຂ້າງ ໃນນະຄອນ New York.

ບັນດາສະມາຊິກພັກເດໂມແຄຣັດ ທີ່ສະໜັບສະໜູນ ການລົງແຂ່ງຂັນເອົາຕຳແໜ່ງ ໃນທຳນຽບຂ່າວ ຂອງທ່ານນາງ Clinton ແລະ ບັນດາສະມາຊິກພັກຣີພັບບລີກັນ ບາງສ່ວນ ໄດ້ໂຈມຕີ ເວລາການປະກາດຄັ້ງຫຼາສຸດຂອງທ່ານ Comey 11 ມື້ກອນ ໜ້າການເລືອກຕັ້ງ ແລະ ວ່າ ທ່ານ Comey ໄດ້ກ່າວຢ່າງເລື່ອນລອຍວ່າ ທ່ານບໍ່ຮູ້ວ່າ ພວກອີເມລດັ່ງກ່າວ ໄດ້ມີສ່ວນກ່ຽວພັນ ຕໍ່ການສືບສວນສອບສວນ ໃນເມື່ອກ່ອນ ຫຼືບໍ່. ອົງການ FBI ຕາມທຳມະດາແລ້ວ ຈະບໍ່ປະກາດ ໃນເວລາທີ່ຕົນ ກຳລັງດຳເນີນ ການສືບສວນສອບສວນຢູ່ ແລະ ໂດຍສະເພາະແລ້ວ ບໍ່ແມ່ນກ່ອນໜ້າການເລືອກຕັ້ງ. ແຕ່ທ່ານ Comey ໄດ້ກ່າວວ່າ ທ່ານ ໄດ້ບອກຕໍ່ບັນດາຜູ້ນຳລັດຖະສະພາ ໃນກ່ອນໜ້ານີ້ ແລ້ວວ່າ ການສືບສວນ ໄດ້ຍຸຕິແລ້ວ ສະນັ້ນ ຈຶ່ງຮູ້ສຶກມີພັນຖະ ທີ່ຈະບອກພວກເພິ່ນວ່າ ທ່ານຈະຟື້ນຄືນການສອບສວນນັ້ນ.

ທ່ານ ໂອບາມາ ໃນການໃຫ້ສຳພາດ ກັບອົງການຂ່າວອອນ​ລາຍ NowThis ທີ່ໄດ້ເປີດ ເຜີຍເມື່ອວັນພຸດວານນີ້ ຊຶ່ງທ່ານບໍ່ໄດ້ເອີ່ຍເຖິງຊື່ ທ່ານ Comey ເລີຍ. ທ່ານປະທານາ ທິບໍດີ ໄດ້ກ່າວວ່າ ຜູ້ກ່ຽວ ໄດ້ “ພະຍາຍາມຢ່າງຈົງໃຈທີ່ສຸດ ເພື່ອໃຫ້ແນ່ໃຈວ່າ ຂ້າພະ​ເຈົ້າບໍ່ເບິ່ງຄືວ່າ ຂ້າພະ​ເຈົ້າລັງເລໃຈ” ໃນເລື່ອງບັນຫາຖົກຖຽງກັນ ທີ່ໄດ້ເຮັດໃຫ້ ການໂຄສະນາຫາສຽງຂອງທ່ານນາງ Clinton ເສຍຫາຍ ໃນມື້ສຸດທ້າຍຂອງການແຂ່ງ ຂັນ ກັບທ່ານ Donald Trump ຈາກພັກຣີພັບບລີ ກັນ.

ແຕ່ທ່ານໂອບາມາ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າ ຄິດວ່າ ມັນທຳມະດາທີ່ວ່າ ໃນເວລາ ມີການສືບສວນສອບສວນ ພວກເຮົາບໍ່ປະຕິບັດການ ໃນເລື່ອງທີ່ພາດພິງເຖິງ ພວກ ເຮົາບໍ່ປະຕິບັດການ ໃນເລື່ອງທີ່ບໍ່ມີຂໍ້ມູນທີ່ຄົບຖ້ວນ ພວກເຮົາບໍ່ປະຕິບັດການ ໃນເລື່ອງຂອງການຮົ່ວໄຫລ.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG