ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ກັບທ່ານປູຕິນ ຕົກລົງກັນ ໃຫ້ຊາວຊີເຣຍ ມີສ່ວນຮ່ວມ ໃນໄລຍະຂ້າມຜ່ານ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ໂອ້ລົມກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, (ຂວາ) ກ່ອນໜ້າ ພິທີເປີດ ກອງປະຊຸມສຸດຍອດ G-20 ໃນນະຄອນ Antalya, ປະເທດເທີກີ, ວັນທີ 15 ພະຈິກ 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ໂອ້ລົມກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin, (ຂວາ) ກ່ອນໜ້າ ພິທີເປີດ ກອງປະຊຸມສຸດຍອດ G-20 ໃນນະຄອນ Antalya, ປະເທດເທີກີ, ວັນທີ 15 ພະຈິກ 2015.

ສະຫະລັດກ່າວວ່າ ປະທານາທິບໍດີ ບາຣັກ ໂອບາມາ ແລະ
ປະທານາທິບໍດີ ຣັດເຊຍ ທ່ານວາລາດີເມຍ ປູຕິນ ໄດ້ຕົກລົງ
ກັນ ໃນວັນອາທິດວານນີ້ ກ່ຽວກັບຄວາມຕ້ອງການໃຫ້ຊາວ
ຊີເຣຍນຳພາ ໃນໄລຍະຂ້າມຜ່ານທາງການເມືອງ ໂດຍມີອົງ
ການສະຫະປະຊາຊາດ ທຳການການໄກ່ເກ່ຍ ແລະ ໃຫ້ມີການ
ປະກາດຢຸດຍິງ ເພື່ອຍຸດຕິສົງຄາມກາງເມືອງ ທີ່ແກ່ຍາວມາໄດ້
4 ປີແລ້ວນັ້ນ ຢູ່ໃນຕາເວັນອອກກາງ.

ຜູ້ນຳທັງສອງ ໄດ້ພົບປະກັນ ເປັນເວລາ 35 ນາທີ ຢູ່ທີ່ນະຄອນ
Antalya ປະເທດເທີກີ ຢູ່ນອກກອງປະຊຸມສຸດຍອດ ບັນດາ 20
ປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ຫຼື G20 ໂດຍທຳ
ນຽບຂາວ ເອີ້ນການພົບປະກັນນັ້ນວ່າ “ເປັນການປຶກສາຫາລືກັນທີ່ສ້າງສັນ” ອັນເປັນ
ການປ່ຽນໄປຈາກ ການເຈລະຈາກັນແບບເປັນສັດຕູຢູ່ເລື້ອຍ ຢູ່ທີ່ກອງປະຊຸມໂລກອື່ນໆ.
ທ່ານ Yuri Ushakov ທີ່ປຶກສາຮັບຜິດຊອບດ້ານການຕ່າງປະເທດ ຂອງທ່ານປູຕິນ ກ່າວ
ວ່າ ຜູ້ນຳຣັດເຊຍ ໄດ້ “ສົນທະນາຢ່າງລະອຽດພໍສົມຄວນ” ກັບທ່ານໂອບາມາ.

ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ທ່ານໂອບາມາ ແລະ ທ່ານປູຕິນ “ໄດ້ໃຫ້ຂໍ້ສັງເກດເຖິງ
ຄວາມກ້າວໜ້າທາງດ້ານການທູດ”
ທີ່ໄດ້ບັນລຸໃນການເຈລະຈາ ຢູ່ທີ່ນະຄອນວຽນນາ
ເມື່ອສອງສາມອາທິດບໍ່ດົນມານີ້. ໃນເວລາດຽວກັນ ທ່ານໂອບາມາ ກໍໄດ້ສະແດງຄວາມ
ຍິນດີ “ກັບຄວາມພະຍາຍາມຂອງບັນດາປະເທດທັງຫຼາຍ” ເພື່ອຕໍ່ສູ້ຕ້ານພວກຫົວຮຸນ
ແຮງລັດອິສລາມ ໃນຊີເຣຍ ແລະ ໄດ້ “ໃຫ້ຂໍ້ສັງເກດ ເຖິງຄວາມສຳຄັນ ຂອງຄວາມພະ
ຍາຍາມທາງດ້ານທະຫານ ຂອງຣັດເຊຍ ໃນຊີເຣຍ ທີ່ເພັ່ງເລັງໃສ່”
ກຸ່ມລັດອິສລາມ.

ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ຈົ່ມຢູ່ເລື້ອຍວ່າ ການຖິ້ມລະເບີດຂອງມົສກູ ໃນຊີເຣຍ ສ່ວນ
ໃຫຍ່ແລ້ວແມ່ນແນເປົ້າໝາຍໃສ່ ກຸ່ມກອງກຳລັງ ທີ່ຕໍ່ສູ້ຕ້ານກອງທະຫານ ທີ່ຈົງຮັກພັກດີ
ຕໍ່ ປະທານາທິບໍດີ Bashar al-Assad ແທນທີ່ຈະແນໃສ່ທີ່ໝັ້ນຂອງພວກລັດອິສລາມ.
ທັງສອງປະເທດ ບໍ່ລົງລອຍກັນກ່ຽວກັບບົດບາດຂອງທ່ານ Assad ຢູ່ໃນນະຄອນຫຼວງ
ດາມັສກັສ ຫຼັງຈາກທີ່ບໍ່ມີການປ່ຽນແປງໃດໆເລີຍ ທາງດ້ານການເມືອງ ຢູ່ໃນນະຄອນຫຼວງ
ຂອງຊີເຣຍ.

ທ່ານ Ushakov ເວົ້າວ່າ “ເປົ້າໝາຍຍຸດທະສາດຕ່າງໆ ທີ່ກ່ຽວພັນກັບການຕໍ່ສູ້ຕ້ານ
ພວກລັດອິສລາມ ແມ່ນຢູ່ໃກ້ທີ່ສຸດ ແຕ່ຍຸດທະວິທີແມ່ນແຕກຕ່າງກັນຢູ່.”

ທຳນຽບຂາວກ່າວວ່າ ທ່ານໂອບາມາ ໄດ້ເວົ້າຊ້ຳແລ້ວຊ້ຳອີກວ່າ ທ່ານໄດ້ຮຽກຮ້ອງ ເປັນເວ
ລາຍາວນານມາແລ້ວ ໃຫ້ຈັດຕັ້ງເງື່ອນໄຂປະຕິບັດ ການຢຸດຍິງ ເພື່ອຍຸດຕິການຕໍ່ສູ້ກັນ ຢູ່
ໃນພາກຕາເວັນອອກ ຂອງຢູເຄຣນ ບ່ອນທີ່ພວກກະບົດແບ່ງແຍກດິນແດນ ສະໜັບສະໜູນ
ໂດຍຣັດເຊຍ ແມ່ນກຳລັງຕໍ່ສູ້ຕ້ານ ກອງກຳລັງທີ່ພັກດີຕໍ່ລັດຖະບານຢູເຄຣນ ໃນນະຄອນ Kyiv.

ນອກນັ້ນທ່ານໂອບາມາ ຍັງໄດ້ສະແດງ “ຄວາມເສຍອົກເສຍໃຈຢ່າງເລິກເຊິ່ງ” ຕໍ່ທ່ານ
ປູຕິນ ກ່ຽວກັບການສູນເສຍຊີວິດ ຂອງຊາວຣັດເຊຍ ໃນເຫດການເຮືອບິນໂດຍສານ
Metrojet ຕົກທີ່ແຫຼມ Sinai ເມື່ອເດືອນແລ້ວນີ້. ບັນດາເຈົ້າໜ້າທີ່ ຂອງຕາເວັນຕົກ ກ່າວ
ວ່າ ພວກເຂົາເຊື່ອວ່າ ລະເບີດທີ່ຖືກຕິດຕັ້ງໄວ້ໃນເຮືອບິນ ເປັນສາເຫດເຮັດໃຫ້ເຮືອບິນຕົກ
ເຊິ່ງພວກລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບນັ້ນ.

Obama Putin
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG