ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. Obama ຍ້ອງຍໍ ຊາວໝຸ່ມ ຫວຽດນາມ ໃນການໂອ້ລົມ ແລກປ່ຽນ ຄວາມເຫັນ


ນັກຮ້ອງ rap ຫວຽດນາມ Suboi raps ຮ້ອງເພງໃນຂະນະທີ່ ປະທານາທິບໍດີ Barack Obama ກຳລັງຟັງ ຢູ່ທີ່ກອງປະຊຸມ ຕອບຄຳຖາມບັນດາຜູ້ນຳຊາວໜຸ່ມ. Young Southeast Asian Leaders Initiative ທີ່ນະຄອນ Ho Chi Minh ຫວຽດນາມ.
ນັກຮ້ອງ rap ຫວຽດນາມ Suboi raps ຮ້ອງເພງໃນຂະນະທີ່ ປະທານາທິບໍດີ Barack Obama ກຳລັງຟັງ ຢູ່ທີ່ກອງປະຊຸມ ຕອບຄຳຖາມບັນດາຜູ້ນຳຊາວໜຸ່ມ. Young Southeast Asian Leaders Initiative ທີ່ນະຄອນ Ho Chi Minh ຫວຽດນາມ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວວ່າ ການ​ມີ​ໂອກາດ​ໄດ້ພົວພັນ​ ກັບບັນດາ​ຊາວ​ໜຸ່ມ ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຫວຽດນາມ ​ເປັນ​ເວລາ​ສາມ​ວັນ​ເຮັດ​ໃຫ້ ​ທ່ານມີ​ຫວັງ​ໄປໃນ​ແງ່ດີ​ກ່ຽວ​ກັບ​ອະນາຄົດ​ຂອງ​ປະ​ເທດດັ່ງກ່າວ. ​ໃນ​ການ​ໂອ້​ລົມ​ຢ່າງ​ເປັນ ​ກັນເອງຈຳນວນ​ນຶ່ງກັບ​ບັນດາ​ສະ​ມາ​ຊິກຊາວ​ໜຸ່ມ ຢູ່​ໃນກ​ອງປະຊຸມ​ຕອບ​ຄຳ​ຖາມທີ່ນະ ຄອນ​ໂຮ​ຈິ​ມິນ​ໃນ​ວັນ​ພຸດ​ມື້​ນີ້ ທ່ານ​ໄດ້​ສາລະພາບ​ວ່າ ທ່ານ​ບໍ່ເຄີຍໄດ້​ເອົາ​ຈິງ​ເອົາ​ຈັງສະ​ເໝີ ​ໄປໃນ​ເວລາ​ທ່ານເປັນ​ຊາວ​ໜຸ່ມ.

ປະທານາທິບໍດີ ​ກ່າວ​ຕໍ່ບັນດາ​ສະມາຊິກ 800 ຄົນ ​ຂອງຕາໜ່າງ​ຜູ້ນຳ​ຊາວໜຸ່ມ ເຂດເອ ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ຫລື YSEALI ​ທີ່​ໄດ້​ຕ້ອນຮັບ​ທ່ານ​ຢ່າງຕື່ນ​ເຕັ້ນ​ດ້ວຍ​ສຽງ​ຮ້ອງ​ ໂຮສະໜັບສະໜູນ​ຢ່າງ​ຟົດຟື້ນ ພ້ອມ​ທັງ​ໂບກ​ທຸງ​ຊາດສະຫະລັດ ​ແລ​ະຢືນ​ຂຶ້ນ​ໃຫ້​ກຽດ. ​ ໂຄງການ​ຊາວ​ໜຸ່ມ YSEALI ນີ້​ແມ່ນໂຄງການລາຍ​ເຊັນ​ຂອງ​ທ່ານ Obama ທີ່​ໄດ້​ເລີ້​ມ ມາໃນປີ 2013 ​ເພື່ອເສີມ​ຂະຫຍາຍ​ການພັດທະ ນາ​ການ​ເປັນ​ຜູ້ນຳ​ ​ແລະສ້າງຕັ້ງຕາໜ່າງ ການ​ເຮັດ​ວຽກ​ ຢູ່​ໃນ​ເຂດເອ​ເຊຍຕາ​ເວັນ ອອກ​ສຽງ​ໃຕ້.

ປະທານາທິບໍດີ ​ໄດ້​ເລີ້ມຕົ້ນ ​ໂດຍ​ກ່າວ​ວ່າ ທ່ານ​ໄດ້​ໃຊ້​ພາກສ່ວນການ​ເປັນ​ຊາວ​ໜຸ່ມຂອງ ​ທ່ານ​ຢູ່ທີ່​ອິນ​ໂດ​ເນ​ເຊຍ ຊຶ່ງເປັນ​ປະ​ເທດ​ນຶ່ງ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ສຽງ​ໃຕ້ ​ແລະ​ ເຂດ​ດັ່ງກ່າວ​ໄດ້​ຫລໍ່​ຫລອມ​ທ່ານ.

ມີ​ຄົນນຶ່ງໄດ້​ຂໍ​ຄຳ​ແນະນຳ​ຈາກປະທານາທິບໍດີ ກ່ຽວ​ກັບ​ວ່າຈະ​ເປັນ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່ໄດ້ຢ່າງ​ ໃດ ຊຶ່ງ​ທ່ານ Obama ກ່າວ​ວ່າ ​ບັນດາ​ສະມາຊິກ​ຊາວ​ໜຸ່ມ​ທີ່​ໜາ​ແໜ້ນ ປາກົດ​ວ່າ​ໄດ້​ຕຽມ ​ໂຕ​ດີຢູ່​ແລ້ວ ​ແລະ​ໄດ້​ມີ​ການຈັດ​ຕັ້ງ​ກວ່າ​ໃນ​ເວລາ​ທີ່​ທ່ານ​ມີ​ອາຍຸ​ເທົ່າກັນ​ກັບ​ເຂົາ​ເຈົ້າ.

ທ່ານ​ກ່າວ​ວ່າ “ກ່ອນ​ອື່ນໝົດ ​ໃຫ້​ຂ້າພະ​ເຈົ້າ​ບອກ​ພວກເຈົ້າ​ວ່າ ​ເວລາ​ຂ້າ​ພະ​ເຈົ້າ​ມີ​ອາຍຸ​ເທົ່າ​ກັບ​ພວກເຈົ້າ ຂ້າພະ​ເຈົ້າ​ບໍ່​ຄ່ອຍ​ໄດ້​ຕຽມ​ພ້ອມດີ​ແບບ​ນີ້ ​ແລະ​ບໍ່​ໄດ້​ຮັບ​ການ​ສຶກສາ​ດີ​ ແລະ​ເປັນ​ຄົນ​ສະຫລຽວສະຫລາດ​ຄື​ດັ່ງ​ພວກ​ເຈົ້າ. ​ເວລາ​ຂ້າພ​ະເຈົ້າ ​ຍັງໜຸ່ມ​ນ້ອຍ ຂ້າພະ ​ເຈົ້າ​ທ່ຽວຫລິ້ນ​ຫລາຍ​ໂພດ ຂ້າພະ​ເຈົ້າ​ບໍ່​ໄດ້ຖື​ເອົາ​ການ​ຮຽນ​ຢ່າງ​ຈິງ​ຈັງ ​ແລະ​ຂ້າພ​ະ​ເຈົ້າ​ສົນ​ໃຈ​ຫລິ້ນ​ບານບ້ວງ​ຫລາຍ​ກ່ອນ ແລະ​ພວກ​ຜູ້​ສາວ. ​ແລະ​ຂ້າພ​ະ​ເຈົ້າ​ບໍ່​ຄ່ອຍ​ເຄັ່ງ​ຄັດ​ປານ ​ໃດ.”

ປະທານາທິບໍດີ Barack Obama ຢືນໂອ້ລົມກັບເຈົ້າອາວາດ Thich Minh Thong ຢູ່ທີ່ວັດ Jade Emperor.
ປະທານາທິບໍດີ Barack Obama ຢືນໂອ້ລົມກັບເຈົ້າອາວາດ Thich Minh Thong ຢູ່ທີ່ວັດ Jade Emperor.

ທ່ານ​ກ່າວ​ເພີ້​ມອີກ​ວ່າ ມີ​ຫລາຍ​ທາງ​ທີ່​ຈະ​ເປັນ​ຜູ້ນຳແລະ​ໄດ້​ແນະນຳ​ໃຫ້​ພວກ​ຊາວ​ໜຸ່ມ​ ຊອກ​ຫາ​ບາງ​ສິ່ງ​ບາງຢ່າງ ທີ່​ເຂົາ​ເຈົ້າ​ສົນ​ໃຈ​ທີ່​ສຸດແລະ​ທຸ້​ມ​ເທ​ພະລັງງານທັງ​ ໝົດເຂົ້າ​ໃສ່ ຄວາມ​ພະຍາຍາມ​ດັ່ງກ່າວ.

ທ່ານ​ກ່າວ​ວ່າ “ພວກ​ເຈົ້າ​ສາມາດ​ປ່ຽນ​ແປງ​ໂລກ​ເພື່ອ​ໃຫ້​ສະທ້ອນເຖິງ​ຄຸນ​ຄ່າ​ທີ່​ດີ​ທີ່ສຸດ ຂອງ​ພວກ​ເຮົາ ​ແລະ​ປ່ຽນ​ຂົງ​ເຂດໄປໃນ​ທາງ​ບວກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Obama Vietnam Youth
please wait
Embed

No media source currently available

0:00 0:02:31 0:00

XS
SM
MD
LG