ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄະແນນນິຍົມ ທາງການເມືອງ ໃນທ້າຍປີ 2013 ຂອງທ່ານ ໂອບາມາ ຕົກຕໍ່າລົງ (ວີດີໂອ)


Yearender: Obama Politics
please wait

No media source currently available

0:00 0:03:14 0:00
ປີ 2013 ສິ້ນ​ສຸດ​ລົງ​ ດ້ວຍ​ການ​ຕົກ​ຕໍ່າລົງ​ໃນ​ຄວາມໂຊກ​ດີ​ທາງ​
ການ​ເມືອງ​ຂອງ​ທ່ານ ບາ​ຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະ
ລັດ. ​ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ເມື່ອ​ບໍ່​ດົນ​ນີ້ ພົບ​ວ່າ​ຄະ​ແນນນິ
ຍົມ​ຂອງ​ທ່ານ​ໂອ​ບາ​ມາ ໄດ້ຕົກລົງ​ສູ່​ຈຸດ​ຕໍ່າ​ສຸດ ນັບ​ແຕ່​ທ່ານ​ໄດ້​
ດໍາລົງຕໍາ​ແໜ່​ງປະທານາທິບໍດີ​ມາ. ອິງຕາມລາຍ​ງານຂອງຜູ້​ສື່​
ຂ່າວວີ​ໂອ​ເອ Jim Malone ວ່າ ທ່ານ​ໂອບ​າມາ​ແມ່ນ​ໄດ້​ຕົກ​ຢູ່​
ໃນ​ສະພາບ​ດຽວ​ກັນ ກັບ​ສອງ​ປະທານາທິບໍດີຄົນ​ກ່ອນ ຄືທ່ານ
George W. Bush ​ແລະ ທ່ານ ບິ​ລ ຄຼິນຕັນ ຊຶ່ງທັງ​ສອງ​ທ່ານ​
ແມ່ນ​ໄດ້ປະ​ສົບ​ກັບ​ຄວາມ​ລໍາບາກ​ທາງ​ການເມືອງ​ຢ່າງ​ໜັກໜ່ວງ
​ໃນ​ສະ​ໄໝ​ທີ່​ສອງຂອງ​ພວກ ທ່ານນັ້ນ. ທອງ​ປານມີ​ລາຍ​ລະອຽດ​
ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ


ບັນຫາທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ຂອງ​ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ​ເບິ່ງ​ຄື​ວ່າ ​ເປັນ​ເລຶ່ອງທີ່ຢູ່​ອີກ​ຟາກ​ໂລກ​ນຶ່ງ ​ເວລາ​ທ່ານ​ໄດ້​ຖືກ​ຕ້ອນຮັບ​ແບບ​ດາຣາ​ເພງຣ໊ອກ ຢູ່​ໃນ​ພິທີໄວ້ອາ​ໄລແກ່ອະດີດ​ປະທານາທິບໍດີ​ປະ​ເທດ​ອາ​ຟຣິກາ​ໃຕ້ ທ່ານ Nelson Mandela ນັ້ນ.

ທ່ານ ​ໂອ​ບາ​ມາ ​ເວົ້າ​ວ່າ: “​ແລະເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າ​ເອງ​ຈະ​ບໍ່​ມີ​ວັນ​ເຮັດໄດ້ ດີ ​ເທົ່າ​ກັບຕົວຢ່າງ​ຂອງ Madiba ຫຼື​ທ່ານ Mandela ກໍ​ຕາມ ​ແຕ່ທ່ານ
Mandela ​ກໍເຮັດ​ໃຫ້​ຂ້າພະ​ເຈົ້າຢາກ​ເປັນ​ຄົນທີ່​ດີກວ່າ​ເກົ່າ. ທ່ານ Mandela ​ແມ່ນ​ດຶງ​ດູດ​ເອົາ​ສິ່ງ​ທີ່​ດີ​ທີ່​ສຸດ​ ຢູ່​ໃນ​ພາຍ​ໃນພວກ​ເຮົາ ອອກ​ມາ.“


ເຖິງ​ແມ່ນປະທານາທິບໍດີ​ໂອ​ບາ​ມາ ຍັງ​ໄດ້​ຮັບ​ຄວາມ​ນິຍົມ​ຢູ່​ຕ່າງປະ​ເທດກໍ​ຕາມ ແຕ່​ຄະ​ແນນ​ນິຍົມ​ຂອງທ່ານຢູ່​ບ້ານໄດ້ຕົກ​ຮວບ​ລົງ​ມາ​ຢູ່​ລະດັບຕໍ່າ​ໃໝ່ ສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນບັນ ຫາ​ເລື່ອງການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ປະຕິ​ຮູບ ການ​ຮັກສາ​ສຸຂະພາບ ທີ່​ສັນຍາ​ລັກ​ຂອງທ່ານນັ້ນ.

ບັດ​ນີ້​ ພັກຣີພັບ​ບລິ​ກັນ ​ເຫັນ​ຊ່ອງ​ວ່າງ​ທີ່​ຈະ​ໂຈມ​ຕີ​ໂຄງການ​ຮັກສາ​ສຸຂະ ພາບນັ້ນ​ແລ້ວ ຊຶ່ງ​ໂຄສົກ​ສະພາ​ຕໍ່າ ຈອນ ​ເບ​ນ​ເນີ ຈາກ​ພັກຣີພັບ​ບລິ​ກັນ ​ມີ​ຄວາມ​ເຫັນດັ່ງ​ນີ້:

ທ່ານ ຈອນ ​ເບ​ນ​ເນີ ​ເວົ້າ​ວ່າ: “ກົດໝາຍ​ຮັກສາ​ສຸຂະພາບ​ ຂອງ​ປະທານາທິບໍດີ​
ໂອ​ ບາ​ມາ ຍັງສືບ​ຕໍ່ສ້າງຄວາມ​ເສຍ​ຫາຍ​ຕໍ່​ຄອບຄົວ​ຊາວອາ​ເມຣິກັນ ຕໍ່​ວົງ​ການ​ທຸລະ​ກິດ​ຂະໜາດນ້ອຍ ​ແລະ​ຕໍ່​ເສດຖະກິດ​ຂອງ​ປະ​ເທດເຮົາ​ນໍາ. ມັນບໍ່ແມ່ນ​ພຽງ​ເລຶ່ອງ​ເວັບ​ໄຊ້​ ທີ່ເຂົ້າ​ໄປ​ສະໝັກ​ເປັນ​ສະມາຊິກ​ຮັກສາ​ສຸ​ຂະ​ພາບ ບໍ່​ໄດ້​ເທົ່າ​ນັ້ນ ​ແຕ່ໂຕກົດ​ໝາຍເອງ​ ​ໂດຍ​ພື້ນຖານ​ແລ້ວ​ ແມ່ນ​ມີ​ຂໍ້​ບົກ​ຜ່ອງ​ຫຼາຍ.”


ທ່ານ ຈອນ ຟໍ​ເຈຍ ປະ​ຈໍາ​ສູນ​ກາງນະ​ໂຍບາຍ​ສອງ​ພັກ ເວົ້າ​ວ່າ ບັນຫາ​ເຫຼົ່າ​ນັ້ນແມ່ນ​ໄດ້​ ບ່ອນ​ທໍາລາຍ​ຄວາມ​ເຊື່ອ​ໝັ້ນ​ຂອງ​ມະຫາຊົນ ​ໃນການ​ນໍາ​ພາຂອງທ່ານ​ປະທານາທິບໍດີ.

ທ່ານ ຟໍ​ເຈຍ ​ເວົ້າ​ວ່າ​: “​ໃນ​ໄລຍະ​ສາມ​ຫຼື​ສີ່​ອາທິດ​ຜ່ານ​ມາ​ນີ້ ຄະ​ແນນ​ນິຍົມຂອງ​ ປະທານາທິບໍດີ ​ໄດ້​ຕົກ​ຕໍ່າ​ລົງ​ມາ​ຢູ່ ປະມານ 40 ​ເປີ​ເຊັນ ສໍາລັບຊາວ​ອາເມ ຣິກັນ ທີ່​ເຫັນ​ພ້ອມ​ກັບ​ພາລະກິດ​ທີ່​ປະທານາທິບໍດີ​ກໍາລັງ​ປະຕິບັດ​ຢູ່​ນັ້ນ ຊຶ່ງ ຕົວ​ເລກ​ດັ່ງກ່າວ​ນີ້​ຖື​ວ່າ​ບໍ່​ດີ​ປານ​ໃດ. ​ມັນ​ເປັນ​ຕົວ​ເລກ​ອັນ​ດຽວ​ກັນ​ກັບ​ທີ່ ອະດີດ ປະທານາ​ທິບໍດີ​ George Bush ​ໄດ້​ຮັບໃນ​ສະ​ໄໝ​ທີ່​ສອງ​ຂອງ​ທ່ານ ​ໃນ​ຊ່ວງ ເວລາ​ດຽວ​ກັນນີ້.”

ນັກວິ​ເຄາະ Rhodes Cook ມີ​ຄວາມ​ເຫັນ​ວ່າ ການ​ດິ້ນຮົນ​ຕໍ່ສູ້​ໃນສະ​ໄໝ​ທີ​ສອງ​ຂອງ​ທ່ານ ​ໂອ​ບາ​ມາ ນັ້ນ ບໍ່​ແມ່ນ​ເລຶ່ອງທີ່ຜິດ​ປົກກະຕິ​ແຕ່​ຢ່າງໃດ.

ທ່ານ ຄຸກ ​ເວົ້າ​ວ່າ: “ບາງ​ເທື່ອ ມັນ​ກໍມີ​ປັດ​ໄຈ​ຂອງ​ຄວາມເໝື່ອຍລ້າ ເຂົ້າມາ​ຄຸກ​ຄາມຢູ່​ໃນ​ອໍານາດປົກຄອງ ​ແລະບາງ​ເທື່ອປັດ​ໄຈ​ ຂອງ​ຄວາມເໝື່ອຍລ້ານັ້ນ ກໍເຂົ້າມາຄອບ​ງໍາ​ພວກ​ປ່ອນ​ບັດ​ເລືອກ​ຕັ້ງ ຈົນ​ເຮັດ​ໃຫ້​ເຂົາ​ເຈົ້າພ້ອມ​ທີ່​ຈະປ່ຽນ​ ແປງ ​ແລະ​ມີ​ອໍານາດປົກຄອງ​ຊຸດໃໝ່​ໄດ້ແລ້ວ ນັ້ນ​ເອງ.”

ທາງ​ດ້ານນັກວິ​ເຄາະ Stuart Rothenberg ນັ້ນ ມີ​ຄວາມ​ເຫັນ​ວ່າ ປະທາ ນາທິບໍດີ​ ໂອ​ບາ​ມາ ທີ່​ມີ​ຄວາມ​ອ່ອນ​ແອ​ລົງທາງ​ການ​ເມືອງ​ນັ້ນ ອາດ​ສ້າງ ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພັກ​ເດ​ໂມ​ແຄຼັດ​ໄດ້ ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ເອົາ​ສະມາຊິກລັດຖະ​ສະພາ​ ​ໃນ​ເດືອນ​ພະຈິກ​ປີໜ້ານັ້ນ.

ທ່ານ ​ໂຣ​ເທັນ​ເບີກ ​ເວົ້າ​ວ່າ: “ເວົ້າ​ສຸດໆ​ແລ້ວ ທ່ານ​ກໍ​ຮູ້​ຕົ່ວ​ວ່າ ການ​ເລືອກຕັ້ງ​ສະ ພາກາງ​ສະ​ໄໝ​ ແມ່ນ​ມັກ​ຈະກ່ຽວ​ກັບ​ປະທານາທິບໍດີຫຼາຍ​ກວ່າ ​ແລະ​ຖ້າ​ຫາກ​ ວ່າ ປະທາ​ນາ​ທິບໍດີ​ເສື່ອ​ມຄວາມ​ນິຍົມ​ໄປ ພວກ​ຄົນ​ຈາກ​ພັກ​ຂອງ​ທ່ານກໍຕ້ອງ​ຍອມ​ຮັບ​ເຄາະ​ໄປ.”

ແຕ່ທ່ານ Rhodes Cook ​ເວົ້າ​ວ່າ ​ໃນ​ອະດີດ​ຜ່ານ​ມາ ທ່ານ​ໂອ​ບາ​ມາ ​ເຄີຍສະ​ແດງ​ໃຫ້ ເຫັນ​ແລ້​ວວ່າ ທ່ານສາມາດ​ສ້າງ​ກະ​ແສຄວາມນິຍົມ​ທາງ​ການ​ເມືອງ​ຂອງ​ທ່ານ​ຄືນ​ມາ​ໄດ້.

ທ່ານ ຄຸກ ​ເວົ້າ​ວ່າ: “​ແລະ​ຖ້າ​ທ່ານເປັນ​ປະທານາທິບໍດີທີ່​ເວົ້າ​ເກັ່ງ ​ເວົ້າ​ຈະ​ແຈ້ງ
ຄື​ທ່ານ​ໂອ​ບາ​ມາ ​ແລະ​ກໍ​ເປັນ​ຄົນ​ນຶ່ງທີ່​ ຂ້າພະ​ເຈົ້າຄິດ​ວ່າ ​ຍັງ​ຖືກ​ເບິ່ງ​ເຫັນ​ຢູ່ວ່າ ​ເປັນປະທານາທິບໍດີ​ປະຫວັດ​ສາດ​ແລ້ວ ​ທ່ານກໍຈະຍັງ​ສາມາດ​ດຶງ​ເອົາຄວາມ​
ສົນ​ໃຈ​ໄດ້ຫລາຍ​ຢູ່ ​ແລະ​ບາງ​ທີ​ ​ໃນຊ່ວງ​ເວລາ​ທີ່​ທ່ານ​ຄິດ​ວ່າຈະ​ລຶບ​ຊື່​ປະທາ
ນາທິບໍດີອອກ​ໄປ​ໄດ້​ນັ້ນ ທ່ານໂອ​ບາ​ມາກໍຈະສາມາດ​ກັບ​ຄືນ​ມາ​ເຮັດບາງ​ສິ່ງ
​ທີ່​ສໍາຄັນໆ​ໄດ້.”


ທ່ານ ຈອນ ຟໍ​ເຈຍ ​ກໍເວົ້າ​ອີກວ່າ: ປະທານາທິບໍດີ​ສອງສະ​ໄໝ​ບາງ​ຄົນ​ເມື່ອ​ບໍ່​ດົນ​ມາ​ນີ້ ສາມາດ​ກູ້​ເອົາ​ຄວາມນິຍົມຄືນ​ມາ​ໃໝ່​ໄດ້

ທ່ານ ຟໍ​ເຈຍ ​ເວົ້າ​ວ່າ: “ທັງ​ປະທານາທິບໍດີ Reagan ​ແລະ Clinton ນັ້ນ ມີ​ລະ
ດັບຄວາມ​ນິຍົມທີ່​ຂຶ້ນໆ​ລົງໆ ​ໃນ​ສະ​ໄໝ​ທີ່​ສອງ​ຂອງ​ພວກທ່ານ ຄືພວກ​ທ່ານມີ​
ຊ່ວງເວລາ​ທີ່​ມີຄະ​ແນນ​ນິຍົມ​ຕໍ່າ​ຫຼາຍ​ຄັ້ງ ​ແຕ່ທັງ​ສອງ​ທ່ານ ກໍ​ສາມາດຄື​ນມາ ​ປະສົບ​ຜົນ​ສໍາ​ເລັດ​ ລະດັບສູງໆ​ໄດ້.”


ປະທານາທິບໍດີ Reagan ​ແລະ Clinton ຕ່າງກໍ​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ພໍ​ສົມຄວນ ​ເວລາ​ພວກ​ທ່ານ​ພົ້ນ​ຈາກ​ຕໍາ​ແໜ່​ງ​ໄປ. ​ແຕ່ອະດີດ​ປະທານາທິບໍດີ George Bush ບໍ່​ໄດ້​ດີ​ປານ​ໃດ. ຄະ​ແນນ​ນິຍົມ​ຂອງທ່ານ Bush​ ຫາກໍ​ ​ເລີ່​ມດີ​ຄືນ​ມາ​ແດ່​ ​ພຽງ​ບໍ່​ດົນ​ມາ​ນີ້​ເອງ.
XS
SM
MD
LG