ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍຸດທະສາດ ກ່ຽວກັບ ເກົາຫຼີເໜືອ ຂອງ ປ. ໂອບາມາ ແມ່ນປະ ບັນຫານິວເຄລຍ ໄວ້ໃຫ້ຜູ້ຮັບຕຳແໜ່ງ ຄົນຕໍ່ໄປ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຖະແຫລງ ກ່ອນລົງນາມ ຮ່າງກົດໝາຍ ນັກຮຽນທຸກຄົນ ປະສົບຄວາມສຳເລັດ ເພື່ອໃຫ້ເປັນກົດໝາຍ ຢູ່ທີ່ອາຄານ Eisenhower Executive Office Building ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ທັນວາ 2015.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຖະແຫລງ ກ່ອນລົງນາມ ຮ່າງກົດໝາຍ ນັກຮຽນທຸກຄົນ ປະສົບຄວາມສຳເລັດ ເພື່ອໃຫ້ເປັນກົດໝາຍ ຢູ່ທີ່ອາຄານ Eisenhower Executive Office Building ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ທັນວາ 2015.

ເຖິງແມ່ນວ່າ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ
ຈະໄດ້ບັນລຸຄວາມກ້າວໜ້າອັນເປັນປະຫວັດການ ໃນດ້ານການ
ທູດ ກັບຄູ່ປໍລະປັກອື່ນໆ ທີ່ແກ່ຍາວມານານແລ້ວນັ້ນ ກໍຕາມ ແຕ່
ມັນກໍເປັນໄປໄດ້ຍາກ ທີ່ທ່ານຈະໄດ້ຮັບຄວາມກ້າວໜ້າໃດໆ ໃນ
ການຈຳກັດໂຄງການນິວເຄລຍ ຂອງເກົາຫຼີເໜືອ. ຜູ້ສື່ຂ່າວ ຂອງ
ວີໂອເອ ລາຍງານມາຈາກນະຄອນຫຼວງໂຊລ ຊຶ່ງໄຊຈະເລີນສຸກ
ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນປີນີ້ ຄວາມພະຍາຍາມພົວພັນ ທາງດ້ານການທູດຢ່າງບໍ່ລົດລະ ຂອງລັດຖະບານທ່ານ
ໂອບາມາ ໄດ້ແຜ້ວທາງໃຫ້ ປະເທດຄອມມິວນິສຄິວບາ ມີສາຍສຳພັນຂັ້ນປົກກະຕິຄືນໃໝ່
ແລະ ໄດ້ບັນລຸຂໍ້ຕົກລົງສະບັບໜຶ່ງ ເພື່ອຈຳກັດໂຄງການນິວເຄລຍຂອງອີຣ່ານ. ແຕ່ຢູ່ໃນ
ປະເທດເກົາຫຼີເໜືອນັ້ນ ການປະເຊີນໜ້າ ເກາະຜິດທຳສົງຄາມຍັງມີຢູ່ຕໍ່ມາ.

Obama’s North Korea Strategy Leaves Nuclear Issue for Next President
please wait

No media source currently available

0:00 0:01:53 0:00

ປັດຈຸບັນນີ້ ໃນຂະນະທີ່ສະຫະລັດ ເພັ່ງເລັງໃສ່ການຂົ່ມຂູ່ ຈາກພວກຫົວຮຸນແຮງອິສລາມ
ໃນຕາເວັນອອກກາງ ຢູ່ນີ້ ບັນດານັກວິເຄາະ ກ່າວວ່າ ສະຫະລັດບໍ່ມີຄວາມຕັ້ງໃຈ ທາງດ້ານ
ການເມືອງ ທີ່ຈະພະຍາຍາມຕໍ່ລອງ ກັບເກົາຫຼີເໜືອ.

ທ່ານ John Delury ນັກວິເຄາະກ່ຽວກັບປະເທດເກົາຫຼີເໜືອ ຈາກມະຫາວິທະຍາໄລ Yonsei
ເວົ້າວ່າ “ໃນເມື່ອມີສະຖານະການຂອງໂລກ ແລະຂອງພວກ ISIS ຢູ່ ການຖືກ ຖາມຄືນໃໝ່ ກ່ຽວກັບວິທີຮັບມື ກັບລັດທິກໍ່ການຮ້າຍນັ້ນ ພຽງແຕ່ໄດ້ຜັກດັນໃຫ້ເລື້ອງຂອງເກົາຫຼີເໜືອ
ຕົກລົງ ຕໍ່າໄປຂັ້ນນຶ່ງເທົ່ານັ້ນ.”

ການກະທຳທີ່ຜ່ານມາຂອງເກົາຫຼີເໜືອ ເຊັ່ນການປະຕິບັດຜິດ ຕໍ່ຂໍ້ຕົກລົງນິວເຄລຍ ເມື່ອປີ
2008 ແລະ ການກໍ່ກວນທີ່ລວມທັງ ການທົດລອງນິວເຄລຍຄັ້ງໜຶ່ງ ໃນປີ 2013 ນັ້ນ ໄດ້ກໍ່
ໃຫ້ເກີດການປະທ້ວງ ແລະ ການວາງມາດຕະການລົງໂທດ ຈາກພັນທະມິດທີ່ເປັນຫຼັກ
ຂອງຕົນ ເຊັ່ນວ່າ ຈີນນັ້ນ ໄດ້ເຮັດໃຫ້ການພົວພັນໃດໆ ລຳບາກຂຶ້ນ.

ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un, ກາງ, ຢ້ຽມຢາມອະນຸສອນສະຖານ ການປະຕິວັດ Phyongchon, ໃນພາບທີ່ບໍ່ລະບຸວັນເວລາ ທີ່ເປີດເຜີຍ ໂດຍສູນກາງຂ່າວ ຂອງເກົາຫຼີເໜືອ ຫຼື (KCNA) ໃນນະຄອນຫຼວງ Pyongyang, ວັນທີ 10 ທັນວາ 2015.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un, ກາງ, ຢ້ຽມຢາມອະນຸສອນສະຖານ ການປະຕິວັດ Phyongchon, ໃນພາບທີ່ບໍ່ລະບຸວັນເວລາ ທີ່ເປີດເຜີຍ ໂດຍສູນກາງຂ່າວ ຂອງເກົາຫຼີເໜືອ ຫຼື (KCNA) ໃນນະຄອນຫຼວງ Pyongyang, ວັນທີ 10 ທັນວາ 2015.

ການທີ່ທ່ານໂອບາມາ ອົດກັ້ນຕໍ່ເກົາຫຼີເໜືອ ອາດມີອິດທິພົນມາຈາກຄວາມຄິດເຫັນ ໃນ ບັນດານັກຊ່ຽວຊານທັງຫຼາຍ ທີ່ຕີລາຄາວ່າ ລະບອບຜະເດັດການຂອງທ່ານ Kim ຈະບໍ່
ຍືນຍົງດົນປານໃດ ຫຼັງຈາກການເສຍຊີວິດຂອງທ່ານ Kim Jong Il ຜູ້ເປັນບິດາຂອງທ່ານ
ໃນປີ 2011.

ທ່ານ Delury ເວົ້າອີກວ່າ “ລະບົບດັ່ງກ່າວນັ້ນ ແມ່ນຈະບໍ່ຜ່ານຜ່າໄປໄດ້ ໃນໄລຍະການ
ປ່ຽນແປງອຳນາດ ຄັ້ງທີສອງ. ມັນຄວນ
ຈະຫາຍໄປດົນນານແລ້ວ ແລະ ດຽວນີ້ ມັນກໍຈະ
ຫາຍໄປໃນທີ່ສຸດ. ແລະ ສະນັ້ນ ຍ້ອນອິດທິພົນດັ່ງກ່າວ ຂ້າພະເຈົ້າຈຶ່ງຄິດວ່າ ທຳນຽບ
ຂາວ ໄດ້ຄິດເຖິງເກົາຫຼີເໜືອວ່າ ມັນຈະເປັນໄປເອງ.”

ຊາວກະເສດຕະກອນ ເກົາຫຼີເໜືອ ສີດປຸຍໃສ່ ກະລ່ຳປີຢູ່ໃນສວນພັກ Chilgol ທີ່ຕັ້ງຢູ່ນອກເມືອງ Pyongyang.
ຊາວກະເສດຕະກອນ ເກົາຫຼີເໜືອ ສີດປຸຍໃສ່ ກະລ່ຳປີຢູ່ໃນສວນພັກ Chilgol ທີ່ຕັ້ງຢູ່ນອກເມືອງ Pyongyang.

ທ່ານ Kim Jong Un ໄດ້ອົດທົນ ແລະ ໄດ້ສືບຕໍ່ດຳເນີນການເກາະຜິດທຳສົງຄາມ ຂອງພໍ່ ຕົນຕໍ່ມາ ແລະ ການຕິດຕໍ່ ກັບປະເທດອື່ນໆໃນໂລກກໍບໍ່ແນ່ນອນ. ມາດຕະການລົງໂທດ
ຕ່າງໆ ການຫ້າມເດີນທາງ ແລະ ຄວາມພະຍາຍາມ ທີ່ຈະດຳເນີນຄະດີ ຕໍ່ການລະເມີດ
ສິດທິມະນຸດ ຂອງອົງການສະຫະປະຊາຊາດ ໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ລະບອບ
ຂອງທ່ານ Kim ແຕ່ເສດຖະກິດຂອງປະເທດດັ່ງກ່າວ ແມ່ນໄດ້ຖືກປັບປຸງໃຫ້ດີຂຶ້ນຍ້ອນ
ການປະຕິຮູບທາງດ້ານກະສິກຳ ເປັນບາງສ່ວນ ແລະ ການເພີ້ມຂຶ້ນ ຂອງການຊ່ອຍເຫຼືອ
ຈາກຈີນ.

ທ່ານ Cheong Seong-Chang ນັກວິເຄາະເກົາຫຼີເໜືອ ຈາກສະຖາບັນ Sejongເວົ້າວ່າ “ຂ້າພະເຈົ້າເຊື່ອວ່າ ທ່ານ Kim Jong Un ແມ່ນບໍ່ເພິ່ງພໍໃຈ ກັບ ຖານະການໂດດດ່ຽວ. ແຕ່ຫາກວ່າ ລະບອບດັ່ງກ່າວ ແມ່ນກຳລັງປະສົບກັບຄວາມເຈັບປວດໜ້ອຍລົງກວ່າ ທີ່ພວກເຮົາຄິດ ຈາກພາຍນອກ.”

ອັນນັ້ນ ໝາຍຄວາມວ່າ ບັນຫາຂອງເກົາຫຼີເໜືອ ຈະເບິ່ງຄືວ່າ ເປັນເລື້ອງອັນໜຶ່ງທີ່ຍັງຄົງ
ມີຢູ່ ທີ່ປະທານາທິບໍດີ ໂອບາມາ ຈະປ່ອຍປະໄວ້ໃຫ້ຜູ້ທີ່ຈະເຂົ້າມາຮັບໜ້າທີ່ແທນ.

XS
SM
MD
LG