ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ມີຄວາມຈຳເປັນ ຕ້ອງໄດ້ເລັ່ງລັດ ການເຝິກແອບ ທະຫານອີຣັກ


President Barack Obama's Comments on Lack of 'Complete Stategy' in Battling IS
please wait

No media source currently available

0:00 0:00:19 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວຢ້ຳ
ເຖິງຄວາມຈຳເປັນ ກ່ຽວກັບການເຝິກແອບ ທະຫານອີຣັກໃຫ້
ໄວຂຶ້ນກວ່າເກົ່າ ເພື່ອຈະປະສົບກັບຄວາມສຳເລັດໃນການຕໍ່
ສູ້ ກັບພວກນັກລົບກຸ່ມລັດອິສລາມໂດຍກ່າວໃນວັນຈັນວານ
ນີ້ວ່າ ນາຍົກລັດຖະມົນຕີ Haider al-Abadi ໄດ້ຕົກລົງກ່ຽວ
ກັບຈຸດປະສົງ ທີ່ຈະມີກອງກຳລັງຮັກສາຄວາມປອດໄພ ເພີ້ມ
ຕື່ມທີ່ໄດ້ຮັບການເຝິກແອບສົດໆຮ້ອນໆປະກອບອາວຸດເປັນ ຢ່າງດີແລະມີຈຸດເພັ່ງເລັງເປັນການສະເພາະ.

ພວກຜູ້ນຳທັງສອງໄດ້ພົບປະກັນໃນວັນຈັນວານນີ້ທີ່ປະເທດ
ເຢຍຣະມັນໃນການພົບປະລະດັບສູງຮອບຫລ້າສຸດເພື່ອຈັດ
ຕັ້ງຍຸດທະສາດ ຕ້ານກຸ່ມລັດອິສລາມທີ່ໄດ້ເຂົ້າຍຶດເອົາດິນແດນເປັນຈຳນວນຫຼວງຫຼາຍ ຢູ່ທີ່ປະເທດອີຣັກເມື່ອນຶ່ງປີກ່ອນ ແລະຍັງສາມາດຍຶດເອົາ ຫົວເມືອງໃຫຍ່ໆ ຈຳນວນນຶ່ງ ທັງໆທີ່ການໂຈມຕີທາງອາກາດຂອງແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ໃຫ້ ການສະໜັບສະໜຸນ ແກ່ກຳລັງພາກພື້ນດິນຂອງລັດຖະບານອີຣັກ.

ທ່ານໂອບາມາເວົ້າວ່າ ທຳນຽບຫ້າແຈ ພວມດຳເນີນງານກ່ຽວກັບແຜນການຕ່າງໆ ເພື່ອ ເພີ້ມການເຝິກແອບແລະພວກທີ່ໄດ້ຮັບການເຝິກແອບແລ້ວ ແມ່ນໃຫ້ສາມາດປະຕິບັດ ງານຢ່າງມີປະສິດທິຜົນ. ແຕ່ຂະນະດຽວກັນທ່ານກໍກ່າວວ່າການເກັບເກນໂດຍສະເພາະ ຈາກພວກຊົນເຜົ່າ ທີ່ນັບຖືສາສະໜາອິສລາມ ນິກາຍຊຸນນີ່ຈຳເປັນຕ້ອງໄດ້ເປັນບູລິມະ
ສິດອັນດັບນຶ່ງ.

ປະທານາທິບໍດີໂອບາມາ ກ່າວວ່າ “ສິ່ງນຶ່ງ ທີ່ພວກເຮົາຍັງເຫັນ ໃນເວລານີ້ ກໍແມ່ນຢູ່ໃນ ອີຣັກບ່ອນຕ່າງໆ ທີ່ພວກເຮົາມີຄວາມສາມາດໃຫ້ການເຝິກແອບ ໄດ້ຫຼາຍກວ່າທີ່ພວກ ເຮົາສາມາດທຳການເກັບເກນ."

Former US Ambassadors: Iraq About to Get Worse
please wait

No media source currently available

0:00 0:02:18 0:00

XS
SM
MD
LG