ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ໂອບາມາ ໄປຮອດ ອິນເດຍແລ້ວ ເພື່ອຢ້ຽມຢາມ ເປັນເວລາ 3 ມື້


Obama Arrives in India, Will Attend Republic Day Festivities
please wait

No media source currently available

0:00 0:02:27 0:00

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ເດີນທາງ​ໄປ
​ຮອດ​ອິນ​ເດຍ​ແລ້ວ ​ເພື່ອ​ທຳ​ການ​ຢ້ຽມຢາມ​ເປັນ​ເວລາ 3 ມື້
ຊຶ່ງ​ທ່ານ​ຈະກາຍ​ເປັນຜູ້ນຳ​ອາ​ເມຣິກັນຄົນ​ທຳ​ອິດ ທີ່​ໄປ​ຮ່ວມ​ພິ
ທີ​ສະຫຼອງ​ວັນ​ສາທາລະນະ​ລັດ​ອິນ​ເດຍ.

ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ​ໄດ້​ສະ
​ແດງ​ໃຫ້ເຫັນເຖິງຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ດັ່ງກ່າວ ​ໂດຍ​
ບໍ່​ປະຕິບັດ​ຕາມ​ພິທີການ​ທູດ ຊຶ່ງ​ທ່ານ​ໄດ້​ໄປ​ຮັບ​ຕ້ອນ​ທ່ານ​ໂອ​
ບາ​ມາ​ທີ່​ສະໜາມ​ບິນ​ເອງ ​ໂດຍ​ໄດ້ກອດ​ທ່ານ​ໂອ​ບາ​ມາ​ຢ່າງ​
ຮັດ​ແໜ້​ນນັ້ນ.

ການ​ໂອ້​ລົມ​ສົນທະນາ​ຂອງ​ພວກ​ທ່ານ ​ເບື້ອງ​ຕົ້ນ​ຈະ​ເພ່ງ​ເລັງ​ໃ​ສ່ການ​ຄ້າ ​ແຕ່ກໍ​ຈະ​ໂອ້​ລົມ​ກັນ​ເລື້ອງ​ຄວາມ​ປອດ​ໄພ ພະລັງ​ນີວ​ເຄລຍ ​ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຊັ່ນ​
ກັນ.

ຫຼັງ​ຈາກ​ເດີນທາງ​ໄປ​ຮອດ​ອິນ​ແດ​ຍ​ແລ້ວ ປະທານ​າທິບໍດີ​ສະຫະລັດ ​ໄດ້​ເດີນທາງ​ໄປ​
ຍັງ​ທຳນຽບປະທານາທິບໍດີ ​ເພື່ອ​ໄປ​ຮ່ວມໃນພິທີຕ້ອນຮັບ​ຢ່າງເປັນ​ທາງ​ການ​ ກັບ​ຄູ່​ຕຳ​
ແໜ່​ງຂອງ​ທ່ານ​ຝ່າຍ​ອິນ​ເດຍ ຄື​ປະທານາ ທິບໍດີ Pranab Mukherjee ນັ້ນ.

ທ່ານ​ໂອ​ບາ​ມາ ໄດ້​ໄປ​ວາງ​ພວງມາລາ ທີ່​ອະນຸສາວະລີ Mahatma Gandhi ກ່ອນ​ການ
​ໂອ້​ລົມ​ສົນທະນາ​ກັບ​ທ່ານ​ໂມ​ດີ ​ແລະຈະ​ໄປ​ຮ່ວມ ຮັບ​ປະທານ​ອາຫານ​ຄໍ່າ ໃນງານລ້ຽງ​ຕ້ອນຮັບ​ທ່ານ​ຢ່າງ​ເປັນ​ທາງ​ການ.

​ໃນ​ວັນ​ຈັນ​ມື້​ອື່ນ ນອກຈາກ​ໄປ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສາທາ​ລະນະ​ລັດ​ອິນ​ເດຍ​ແລ້ວ ປະທານາທິບໍດີ​ສະຫະລັດ ຈະ​ໄປ​ກ່າວ​ປາ​ໄສ​ຕໍ່​ກອງ​ປະຊຸມ​ຫົວໜ້າ​ບໍລິຫານ​ຄະນະ​ນຳພາ​ທຸລະ​ກິດ​ອາ​ເມຣິກັນ​ແລະ​ອິນ​ເດຍ.

ທ່ານ​ໂອ​ບາ​ມາ ​ໄດ້​ລົບ​ລ້າງ​ການ​ໄປ​ຢ້ຽມຢາມປາສາດ Taj Mahal ທີ່​ໄດ້​ວາງແຜນ​ໄວ້​ກ່ອນ​ນັ້ນ ​ເພື່ອ​ຈະ​ເດີນທາງ​ຕໍ່ໄປ​ຍັງ Saudi Arabia ​ໃນ​ວັນ​ທີ 27 ​ມື້ຮື​ນີ້ ​ແລະ​ຈະ​ມ້ວນທ້າຍ​ການ​ຢ້ຽມຢາມ New Delhi ຂອງ​ທ່ານ​ດ້ວຍ​ການ​ກ່າວ​ປາ​ໄສ ​ໃນ​ເຊົ້າ​ວັນ​ອັງຄານ ​ໂດຍ​ຈະ​ເວົ້າ​ເຖິງ ວິໄສທັດ​ຂອງ​ທ່ານ​ກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ ສະຫະ​ລັດ ​ແລະ​ອິນ​ເດຍ​ໃນ​ອະ
ນາຄົດ.

indiaobama25january15
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG