ພວກນັກຊ່ຽວຊານຈາກໜ່ວຍກູ້ລະເບີດທີ່ລັດໂຄໂລຣາໂດ ໃນພາກກາງຂອງສະຫະລັດກ່າວ
ວ່າ ຕົນຈະພະຍາຍາມອີກເທື່ອນຶ່ງ ໃນວັນເສົາມື້ນີ້ ເພື່ອຈະເຂົ້າໄປໃນຫໍພັກຂອງມືປືນ ທີ່ໄດ້ມີ
ການວາງກັບດັກລະເບີດໄວ້ນັ້ນ ຫຼັງຈາກໄດ້ປະສົບກັບຄວາມລົ້ມແຫຼວໃນມື້ວານນີ້ ໃນການ
ເຂົ້າໄປກວດຄົ້ນຫໍພັກຂອງມືປືນທີ່ຕ້ອງສົງໄສໃນຍິງການສັງຫານໝູ່ຄັ້ງນີ້.
ມີ 12 ຄົນໄດ້ເສຍຊີວິດແລະອີກ 70 ຄົນໄດ້ຮັບບາດເຈັບໃນຕອນເຊົ້າມືດຂອງມື້ວັນສຸກວານ
ນີ້ ເວລາຕຳຫຼວດເວົ້າວ່າ ທ້າວ James Holmes ໄດ້ຍິງປືນເຂົ້າໃສ່ຜູ້ຄົນ ທີ່ໂຮງຊີເນ່ຫຼືໂຮງ
ຮູບເງົາແຫ່ງນຶ່ງ ທີ່ເມືອງ Aurora ຊຶ່ງຕັ້ງຢູ່ໃນເຂດຊານເມືອງຂອງນະຄອນ Denver. ພວກ
ທີ່ລອດຊີວິດມາໄດ້ 7 ຄົນ ຍັງຢູ່ໃນອາການສາຫັດ.
ເຈົ້າໜ້າທີ່ເວົ້າວ່າ ທ້າວ Holmes ໄດ້ຍິງປືນເຂົ້າໃສ່ຜູ້ຄົນໃນລະຫວ່າງການສາຍຮູບເງົາຮອບ
ປະຖົມມະເລີກ The Dark Knight Rises ຊຶ່ງເປັນຮູບເງົາລ່າສຸດ ຂອງມະນຸດຄັງຄາວ ຫຼື
Batman. ຜູ້ຕ້ອງສົງໄສອາຍຸ 24 ຄົນນີ້ ໄດ້ຖືກຈັບໃນເວລາບໍ່ດົນຕໍ່ມາລຸນຫຼັງທີ່ຜູ້ກ່ຽວໄດ້ຍິງ
ປືນເຂົ້າໃສ່ຜູ້ຄົນ.
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານ
ໃນວັນເສົາ ມື້ນີ້ວ່າ ການສັງຫານໝູ່ທີ່ລັດໂຄໂລຣາໂດ ແມ່ນຢູ່ເໜືອ ຫຼືບໍ່ມີເຫດຜົນໃດໆເລີຍ
ແລະຖ້າຫາກມີສິ່ງໃດ ທີ່ຈະສາມາດຖອດຖອນບົດຮຽນໄດ້ຈາກໂສກນາດຕະກຳດັ່ງກ່າວກໍຄື
ມັນເປັນສິ່ງຊ່ອຍເຕືອນຄວາມຊົງຈຳວ່າຊີວິດນີ້ແມ່ນບອບບາງແຕກຫັກງ່າຍ.