ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ພະຍາຍາມ ຊຸກຍູ້ໃຫ້ທ່ານນາງ Clinton ເປັນປະທານາທິບໍດີ ຄືກັບທ່ານ


ຜູ່ສະໝັກແຂ່ງຂັນເປັນປະທານາທິບໍດີ ທີ່ໄດ້ຖືກສະເໜີຊື່ ທ່ານນາງ Hillary Clinton ອອກມາຮ່ວມກັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຫຼັງຈາກທີ່ທ່ານກ່າວຄຳປາໄສ ຢູ່ໃນກອງປະຊຸມໃຫຍ່ພັກເດໂມແຄຣັດ ແຫ່ງຊາດ, ວັນທີ 27 ກໍລະກົດ 2016.
ຜູ່ສະໝັກແຂ່ງຂັນເປັນປະທານາທິບໍດີ ທີ່ໄດ້ຖືກສະເໜີຊື່ ທ່ານນາງ Hillary Clinton ອອກມາຮ່ວມກັບ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຫຼັງຈາກທີ່ທ່ານກ່າວຄຳປາໄສ ຢູ່ໃນກອງປະຊຸມໃຫຍ່ພັກເດໂມແຄຣັດ ແຫ່ງຊາດ, ວັນທີ 27 ກໍລະກົດ 2016.

ຂໍ້ຄວາມຂອງພັກເດໂມແຄຣັດ ທີ່ໄດ້ນຳສະເໜີ ຢູ່ທີ່ກອງປະຊຸມໃຫຍ່ຂອງພັກ ໃນຄ່ຳຄືນ ຂອງວັນພຸດວານນີ້ ຢູ່ທີ່ນະຄອນ Philadelphia ແມ່ນເປັນທີ່ຈະແຈ້ງ ຄືທ່ານນາງ Hillary Clinton ແມ່ນພ້ອມແລ້ວ ທີ່ຈະເປັນປະທານາທິບໍດີ ຄົນຕໍ່ໄປ ຂອງສະຫະລັດ ແລະ ບໍ່ ແມ່ນ ທ່ານ Donald Trump.

ປະທານາທິບໍດີ ບາຣັກ ໂອບາມາໄດ້ສະທ້ອນ​ໃຫ້​ເຫັນດ້ວຍນ້ຳສຽງທີ່ ມີຄວາມຫວັງແບບ ດຽວ​ກັນ​ກັບການໂຄສະນາຫາສຽງ ເປັນປະທານາທິ ບໍດີຂອງທ່ານ ໃນການກ່າວ ຄຳ ປາໄສ ທີ່ໄດ້ເນັ້ນ​ໃສ່ທັງຜົນສຳເລັດ​ໂດຍລັດຖະບານຂອງທ່ານ ແລະ ໄດ້ພັນລະນາ ເຖິງ ທ່ານນາງ Clinton ທີ່ເປັນຜູ້ສະໝັກ​ໃນແຂ່ງຂັນປີນີ້ ຜູ້ທີ່ເຊື່ອວ່າ ປະເທດຊາດແມ່ນດີຂຶ້ນ ເວ ລາ​ໃດປະຊາຊົນ ຈາກທຸກພື້ນຖານ ປຸ້ມລຸມສາມັກ​ຄີກັນ.

Obama Calls on Americans to 'Reject Cynicism, Reject Fear'
please wait

No media source currently available

0:00 0:03:28 0:00

ທ່ານໄດ້ກ່າວວ່າ ບໍ່ມີຜູ້ຊາຍ ຫຼື ແມ່ຍິງຜູ້ໃດ ທີ່ມີຄຸນສົບບັດພຽບພ້ອມຫຼາຍທີ່ສຸດ ທີ່ຈະເປັນ ປະທານາທິບໍດີ ກວ່າ ທ່ານນາງ Clinton ຜູ້ທີ່​ເຄີຍຮັບໃຊ້ເປັນລັດຖະມົນຕີ ການຕ່າງ ປະເທດ ໃນລະຫວ່າງສະໄໝທຳອິດຂອງທ່ານ.

ທ່ານໂອບາມາ ເວົ້າວ່າ “ປີນີ້ ໃນການເລືອກຕັ້ງນີ້ ຂ້າພະເຈົ້າຂໍໃຫ້ທ່ານເຂົ້າຮ່ວມກັບ ຂ້າພະເຈົ້າ ເພື່ອປະຕິເສດ ຕໍ່ການເຍາະເຢີ້ຍຖາກຖາງ ແລະ ປະຕິເສດ ຕໍ່ຄວາມ ຢ້ານກົວ ແລະ ໃຫ້ຮວບຮວມ ອັນທີ່ດີເດັ່ນໃນຈິດໃຈພວກເຮົາ ເພື່ອເລືອກເອົາທ່ານ ນາງ Hillary Clinton ເປັນປະທານາທິບໍດີ ສະຫະລັດ ຄົນຕໍ່ໄປ ແລະ ສະແດງ ໃຫ້ໂລກເຫັນວ່າ ພວກເຮົາຍັງເຊື່ອໃນສັນຍາ ຂອງປະເທດທີ່ຍິ່ງໃຫຍ່ນີ້.”

ທ່ານໄດ້ກ່າວອີກວ່າ ບໍ່ມີຫຍັງເລີຍ ທີ່ກຽມພ້ອມບຸກຄົນຜູ້ໜຶ່ງໄດ້ຢ່າງແທ້ຈິງ ໃຫ້ເປັນ ປະທານາທິບໍດີ ແຕ່ທຽບໃສ່ ປະສົບປະການຂອງທ່ານນາງ Hillary Clinton ກັບທ່ານ Trump ນັ້ນ ນັກທຸລະກິດ ທີ່ບໍ່ເຄີຍກຳຕຳແໜ່ງໃນລັດຖະບານມາ​ກ່ອນ.

Obama: Don't Boo, Vote
please wait

No media source currently available

0:00 0:00:12 0:00

ທ່ານ ໂອບາມາ ເວົ້າຕື່ມວ່າ “ຈົນກວ່າວ່າ ທ່ານຈະໄດ້ນັ່ງທີ່ໂຕະນັ້ນ ແລ້ວ ທ່ານກໍຈະ ບໍ່ຮູ້ຈັກເລີຍວ່າ ມັນເປັນຄືຈັ່ງໃດໃນການຈັດການກັບວິກິດການຂອງໂລກ ຫຼື ສົ່ງ ພວກຄົນໜຸ່ມນ້ອຍໄປສົງຄາມ. ແຕ່ທ່ານນາງ Hillary ໄດ້ເຂົ້າໄປຢູ່ໃນຫ້ອງນັ້ນ ມາ​ກ່ອນ ທ່ານ​ນາງ​ເຄີຍ​ມີ​ສ່ວນ​ ໃນ​ການຕັດສິນ​ໃຈ​ເຫລົ່ານັ້ນ. ທ່ານ​ນາງ​ຮູ້​ວ່າ ມັນ​ມີ​ຄວາມ​ສຳຄັນ​ສ່ຳ​ໃດ​ໃນ ການ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຂອງ​ພວກ​ເຮົາ ມັນ​ມີ​ຄວາມ​ສຳຄັນ​ ສ່ຳ​ໃດ​ຕໍ່​ບັນດາ​ຄອບຄົວ​ທີ່​ເຮັດວຽກ​ເຮັດ​ການ ຕໍ່​ພວກ​ທີ່​ສູງ​ອາຍຸ ຕໍ່​ພວກ​ເຈົ້າຂອງ​ທຸລະ​ກິດ​ຂະໜາດ​ນ້ອຍ ຕໍ່​ພວກ​ທະຫານ ​ແລະ​ຕໍ່​ພວກ​ນັກ​ລົບ​ເກົ່າ.

ພວກ​ທີ່​ເຂົ້າຮ່ວມ​ກອງປະຊຸມ​ໃຫຍ່​ຂອງ​ພັກ​ທີ່​ນະຄອນ Philadelphia ​ໄດ້​ພາກັນ​ຮ້ອງ​ໂຮ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ເວລາ​ທ່ານ​ໂອ​ບາ​ມາ ກ່າວ​ເຖິງ​ ທ່ານ Trump ຊຶ່ງ​ທ່ານ​ໂອ​ບາ​ມາ ກ່າວ​ຕອບ​ວ່າ​ ບໍ່​ຈຳ​ເປັນ​ຕ້ອງ​ຮ້ອງ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ ​ແຕ່​ຕ້ອງ​ໄປ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

DNC Obama on Hillary
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG