ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ພະຍາຍາມ ບັນລຸເປົ້າໝາຍ ເພື່ອປະໄວ້ ໃຫ້ເປັນ ມູນມໍລະດົກຂອງທ່ານ


Obama Looks to Burnish Legacy in Final Two Years
please wait

No media source currently available

0:00 0:02:43 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້

ໃນ​ເດືອນ​ມັງກອນ ປີ 2015 ນີ້ ປະທານາທິບໍດີ​ສະຫະລັດ ທີ່​ໄດ້​ຮັບ​ມື​ກັບ​ການ​ທ້າ​ທາຍ​ຢ່າງ​ຫຼວງ​ຫຼາຍ​ໃນ​ປີກາຍ​ນີ້ ຈາກທັງບັນຫາພາຍ​ໃນ​ປະ​ເທດ​ແລະບັນຫາ​ໂລກ ​ແມ່ນຍັງ
ຈະ​ໄດ້​ປ​ະເຊີນ​ໜ້າກັບພັກ Republican ທີ່​ມີສຽງ​ຂ້າງ​ຫຼາຍທັງ​ໃນ​ສະພາ​ຕໍ່າ ​ ແລະ​ສະພາ​ສູງ​ອີກ. ໃນ​ເດືອນ​ມັງກອນນີ້ ​ທ່ານ​ບາຣັກ ໂອ​ບາ​ມາ ​ແມ່ນ​ກ້າວ​ເຂົ້າ​ສູ່​ຊ່ວງສອງ​ປີ​ສຸດ​ທ້າຍ​ຂອງ​ການ​ດຳລົງ​ຕຳ​ແໜ່​ງປະທາທິບໍດີ​ຂອງ​ທ່ານ. ຜູ້ສື່​ຂ່າວ​ວີ​ໂອ​ເອປະຈຳ​ທຳນຽບຂາວ ນາງ Aru Pande ພິຈາລະນາ​ເບິ່ງ​ວ່າ ທ່ານ​ໂອ​ບາ​ມາຈະ​ເຮັດ​ວິທີ​ໃດ​ ເພື່ອ​ພະຍາຍາມ​ໃຫ້​ບັນລຸ​ເປົ້າ​ໝາຍ ທີ່​ທ່ານ​ຫວັງ​ຈະ​ປະ​ໄວ້​ໃຫ້​ເປັນມູນມໍລະດົກ​ຂອງ​ທ່ານ ​ເຖິງ​ແມ່ນວ່າຈະ​ມີການ​ຄັດ ຄ້ານ​ຢ່າງ​ແຂງ​ແຮງ​ໃນ​ລັດຖະສະພາ​ກໍ​ຕາມ. ສິງ​ມີ​ລາຍລະອຽດມາສະ​ເໜີ​ທ່ານ​ຕໍ່​ໄປ…

ບັນດາ​ຜູ້​ປ່ອນ​ບັດໄດ້ສະ​ແດງຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າອອກ​ມາ​ຜ່ານທາງບັດເລືອກ​ຕັ້ງ
​ທີ່​ເຂົາ​ເຈົ້າປ່ອນ​ ​ເມື່ອ​ວັນ​ທີ 4 ພະຈິກ​ຜ່ານ​ມາ ຊຶ່ງ​ໄດ້​ຂັບ​ໄລ່​ພັກ​ຂອງ​ປະທານາທິບໍດີ​ ກໍ​ຄື ​ພັກ​ເດ​ໂມ​ແຄຣັທ ອອກ​ຈາກ ຕຳ​ແໜ່​ງພັກສຽງ​ຂ້າງ​ຫຼາຍ​ໃນ​ສະພາ​ສູງ ​ແລະອຳນວຍ​ໃຫ້
ພັກ ຣີພັບ​ບລີ​ກັນ ​ໄດ້​ເຂົ້າຄວບ​ຄຸມລັດຖະສະພາ ຫລື Congress.

​ໃນ​ມື້​ຕໍ່​ມາ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝການ​ດຳລົງ​ຕຳ​ແໜ່​ງຂອງ​ປະທານາທິບໍດີ ​ເມື່ອວັນ​ທີ 4 ພະຈິກນັ້ນ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ອອກ​ມາ​ໃຫ້​ສຳພາ​ດຂ່າວ ​ແກ່ພວກ​ນັກ​ຂ່າວ​ປະຈຳ​ທຳນຽບຂາວ ທີ່​ພາກັນ​ຖາມ​ທ່ານ ກ່ຽວ​ກັບ​ການ​ເປັນຜູ້ນຳ​ທີ່ຖືກ​ຕັດອຳ​ນາດ​ໃຫ້​ອ່ອນ​ແອລົງ ຫລືປະທານາທິບໍດີ lame duck ທີ່ແປວ່າ ​ໂຕ​ເປັດ​ທີ່ເປັນ​ງ່ອຍ ເຮັດ​ຫຍັງ​ບໍ່​ໄດ້ ​ແລະ​ກ່ຽວກັບ​ວ່າ ທ່ານ​ຈະ​ປ່ຽນ​ແປງ​ຫຍັງ​ບໍ ​ໃນ​ໄລຍະການ​ດຳລົງ​ຕຳ​ແໜ່​ງ 2 ປີ​ສຸດ​ທ້າຍ​ຂອງ​ທ່ານ​ນັ້ນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ “​ເປົ້າ​ໝາຍ​ອັນ​ດັບ​ນຶ່ງ​ຂອງ​ຂ້າພະ​ເຈົ້າ ​ຄືເພາະ ວ່າຂ້າພະ​ເຈົ້າ​ບໍ່​ສະໝັກ​ເປັນ​ປະທານາທິບໍດີ​ອີກ​ແລ້ວ ຊື່ຂ້າພະ​ເຈົ້າ​ຈະ​ບໍ່​ມີຢູ່​ໃນ​ບັດປ່ອນ​ບັດ ​ແລະ​ຂ້າພະ​ເຈົ້າບໍ່​ມີ​ຄວາມ​ໄຝ່ຝັນທາງການ​ເມືອງໃດໆຕື່ມ​ອີກ ​ສະ​ນັ້ນ ເປົ້າ​ໝາຍອັນ​ດັບ​ນຶ່ງ​ຂອງ​ຂ້າພະ​ເຈົ້າ ກໍ​ຄືພ​ຽງ​ແຕ່ ພະຍາຍາມເຮັດຕາມ​ຄຳ​ໝັ້ນ​ສັນ
ຍາທີ່​ໄດ້ໃຫ້​ໄວ້​ກັບ​ປະຊາຊົນ​ອາ​ເມຣິກັນ ​ນັ້ນ ​ໃຫ້​ໄດ້ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້ ໃນ​ໄລຍະ​ສອງ​ປີ​ສຸດ​ທ້າຍນີ້.”

ນຶ່ງ​ໃນ​ຫລາຍໆ​ສິ່ງ​ທີ່​ທ່ານ​ໂອ​ບາ​ມາ​ສາມາດ​ເຮັດ​ໄດ້ ຕາມ​ຄຳ​ໝັ້ນ​ສັນຍາ​ກໍ​ແມ່ນ​ສືບ​ຕໍ່​ຊຸກຍູ້​ເສດຖະກິດ ​ແລະ​ພວກ​ຊົນ​ຊັ້ນ​ກາງຂອງສະຫະລັດ.

ທ່ານນາງ Carmel Martin ອະດີດ​ເຈົ້າ​ໜ້າ​ທີ່ລັດຖະບານໂອ​ບາ​ມາ ຊຶ່ງ​ເວລາ​ນີ້​ເຮັດ​ວຽກ​ກັບ​ສູນກາງ​ເພື່ອ​ຄວາມ​ກ້າວໜ້າ​ອາ​ເມຣິກັນ ຫຼື Center for American Progress

ທ່ານນາງMartin ກ່າວ​ວ່າ “ທ່ານ​ໂອ​ບາ​ມາ ​ໄດ້​ພາ​ພວກ​ເຮົາ​ອອກ​ຈາກເຫວ​ເລິກ ​ຖ້າເວົ້າ​ເຖິງ​ເລື່ອງສະພາບ​ເສດຖະກິດ​ຕົກ​ຕໍ່າ​ ຖອຍຫຼັງ. ພວກ​ເຮົາ​ໄດ້​ສ້າງ​ໜ້າວຽກເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ ມາ​ດົນ​ກວ່າ 50 ​ເດືອນ​ລຽນຕິດ ຮອດ 10 ລ້ານ​ໜ້າ​ວຽກ​ໃໝ່ໃນພາກສ່ວນ​ເອກະ​ຊົນ ​ແລະ​ມີອັດຕາ​ຄົນ​ຫວ່າງ​ງານ​ຕໍ່າ​ ສຸດ​ໃນຮອບ 6 ປີ. ສະ​ນັ້ນ ຂ້າພະ​ເຈົ້າ​ຈຶ່ງ​ຄາດ​ຫວັງ​ວ່າ ທ່ານໂອ​ບາ​ມາຈະ​ເພ່ງ​ເລັງ​ໃສ່​ການ​ເສດຖະກິດ ຕໍ່​ໄປ.”

​ເຖິງ​ແມ່ນ​ມີ​ຄວາມ​ກ້າວໜ້າ​ທາງ​ດ້ານ​ເສດຖະກິດ​ກໍ​ຕາມ ​ແຕ່​ປະທານາທິບໍດີໂອ​ບາ​ມາ ກໍ​ກ້າວ​ເຂົ້າ​ສູ່​ປີ 2015 ດ້ວຍ​ຄະ​ແນນນິຍົມທີ່​ຫລຸດ​ລົງເກືອບສູ່ລະດັບຕໍ່າ​ ສຸດ​ໃນ​ປະຫວັດ
ສາດ​.

ທ່ານ Allan Lichtman ອາຈານ​ສອນວິຊາ​ປະຫວັດ​ສາດ​ທີ່​ມະຫາ ວິທະຍາ​ໄລ Ame-
rican University ສະ​ແດງ​ຄວາມ​ເຫັນ​ດັ່ງ​ນີ້:

“ບໍ່​ໄດ້​ມີ​ການ​ຕົກ​ຕໍ່າ ຖອຍຫຼັງທີ່​ຫຼວງ​ຫຼາຍ ໃນ​ພາກສ່ວນ​ເສດຖະກິດ. ບໍ່ໄດ້ມີ​ຂ່າວ​ນອງ​ນັນ​ທີ່​ໜ້າ​ຢ້ານ​ກົວ. ​ໄດ້​ມີ​ຊ່ວງ​ເວລາທີ່ດີ​ສົມຄວນ ​ແຕ່ ​ເຖິງ​ປານ​ນັ້ນ ປະຊາຊົນ​ຍັງ​ບໍ່ດີ​ອົກ​ດີ​ໃຈ​ແບບ​ໃດ​ແບບ​ນຶ່ງ​ຢູ່. ພວກ​ທ່ານ ຮູ້ບໍ?ບາງ​ຄັ້ງ​ບາງ​ຄາວ ຂ້າພະ​ເຈົ້າ​ກໍຄຶດ​ວ່າ ປະຊາຊົນອາ​ເມຣິກັນ​ພາ ກັນຄາດ​ຫວັງ​ຫຼາຍ​ໂພດ​ ຈາກ​ປະທານາທິບໍດີ​ຂອງ​ເຂົາ​ເຈົ້າ.”

​ແຕ່​ຖ້າ​ເວົ້າເລື່ອງມູນ​ມໍລະດົກ​ຂອງ​ປະທານາທິບໍດີ ທ່ານ Lichtman ກ່າວ​ວ່າ ຄະ​ແນນ​ນິຍົມ​ແມ່ນບໍ່​ມີ​ຄວາມ​ໝາຍ​ຫຍັງ​ຫຼາຍ.

ທ່ານ​ກ່າວ​ຕໍ່​ໄປ​ວ່າ ​ໃນທ່າມກາງສະພາບ​ແວດ​ລ້ອມ​ທາງ​ດ້ານ​ການ​ເມືອງ​ທີ່ມີ​ການແຕກ​ແຍກ​ກັນຫລາຍ​ຂຶ້ນນີ້ ​ເບິ່ງ​ຄື​ວ່າ ປະທານາທິບໍດີ​ໂອ​ບາ​ມາ ຈະ​ໃຊ້​ເວລາ​ໃນ​ປີ 2015 ​ແລະ2016 ນີ້ ຄົງ​ໃຊ້​ສິດ​ດ້ານ​ບໍລິຫານ​ຂອງ​ທ່ານ ​ເພື່ອຂ້າມ​ຜ່ານລັດຖະສະພາ ​ແລະ​ພະຍາຍາມ​ປະ​ມູນ​ມໍລະດົກ​ຂອງ​ທ່າ​ນ​ໄວ້ ​ໃນ​ດ້ານ​ນະ​ໂຍບາຍ​ຕ່າງປະ​ເທດ​.

ທ່ານ Lichtman ກ່າວ​ວ່າ “ທ່ານ​ໂອ​ບາ​ມາ​ ສາມາດ​ດຶງ​ເອົາ​ຈີນ ເຂົ້າ​ມາເຊັນ​ຂໍ້
​ຕົກລົງ​ແບບ​ໃດ​ແບບ​ນຶ່ງ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ອັນ​ເປັນ
ສິ່ງ​ນຶ່ງ​ທີ່​ຈີນບໍ່​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ເຮັດຈັກ​ໜ້ອຍ​ເລີຍ ​ແຕ່ໃດໆມາ​ແລ້ວ. ອັນ​
ນີ້ ນັບ​ວ່າ​ເປັນ​ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫລວງ ອັນ​ນຶ່ງ. ມັນ​ຈະ​ເປັນ​ໄຊຊະນະ​
ຢ່າງ​ມະຫາສານ ຖ້າ​ຫາກ​ທ່ານ​ສາມາດ​ບັນລຸ​ຂໍ້​ຕົກ​ລົງ​ດ້ານ​ນີວ​ເຄລຍທີ່​ໜ້າ​ເຊື່ອ
​ຖື​ໄດ້​ກັບ​ອີຣ່ານ. ອັນນັ້ນ​ແມ່ນ​ເກືອບຈະ​ເທົ່າ​ກັນ​ກັບ ຂໍ້​ຕົກລົງ Camp David
ທີ່​ປະທານາທິບໍດີ Jimmy Carter ​ໄດ້​ບັນລຸ​ຂໍ້ຕົກລົງກັບ ອິສຣາ​ແອ​ລ​ແລະ​
ອີ​ຈິບ​ນັ້ນ.”

ບັນດາ​ນັກວິ​ເຄາະ ກ່າວ​ວ່າ ​ເວລາ 2 ປີ ທີ່​ຍັງ​ເຫຼືອແມ່ນ​ພຽງພໍ ສຳລັບ​ປະທານາທິບໍດີຄົນ​ໃດ​ໜຶ່ງ ທີ່​ຈະ​ປະສົບ​ຜົນ​ກະທົບ​ທີ່​ຍືນ​ຍົງໄວ້ໄດ້​ ແລະ​ວ່າ ບໍ່​ຄວນ​ຖື​ເບົາຄວາມສາມາດ​
ຂອງ​ທ່ານ​ໂອ​ບາ​ມາ ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້ ​ໂດຍ​ສະ​ເພາະ​ໃນດ້ານ​ທີ່​ກ່ຽວ​ກັບສະຖານະ​ການ​ຂອງ​ໂລກ.

(( TITLE: Yearender: Obama Legacy (TV)

HEAD: Obama Looks to Burnish Legacy in Final Two Years

((INTRODUCTION))
[[In January 2015, a U.S. president who has dealt with numerous domestic and global challenges this year, will also face a Republican majority in both houses of Congress. As Barack Obama enters the final two years of his presidency, VOA White House correspondent Aru Pande takes a look at how the American leader will try and burnish his legacy despite what is likely to be strong Congressional opposition.]]


((NARRATOR))
The voters spoke with their ballots on November 4th - ousting the president's party as the U.S. Senate majority and giving the Republicans total control of Congress.

The next day after the midterm elections, President Obama stood before the White House press corps, fielding questions about being a lame duck ((weakened leader)) and whether he would change anything in his last two years in office.

((PRESIDENT BARACK OBAMA))
"My number one goal - because I am not running again, I'm not on the ballot, I don't have any further political aspirations - my number one goal is just to deliver as much as I can for the American people in these last two years."

((NARRATOR))
One of his deliverables - continuing to shore up the U.S. economy and the middle class.

Former Obama administration official Carmel Martin is with the Center for American Progress.

((CARMEL MARTIN, CENTER FOR AMERICAN PROGRESS ))
"He has taken us back from the abyss in terms of the Great Recession. We have had over 50 months of job growth, 10 million new private (sector) jobs, and the lowest unemployment in six years. So I expect that moving forward, he will continue to focus on the economy."

((NARRATOR))
Yet, despite progress on the economy -- the president is going into 2015 with near record low approval ratings.

American University History Professor Allan Lichtman.

((ALLAN LICHTMAN, AMERICAN UNIVERSITY))
"There has been no enormous downturn in the economy. There has been no horrific scandal. It's been decent enough times, and yet somehow people are still unhappy. You know, sometimes I think the American people expect too much of their president."

((NARRATOR))
Yet when it comes to a president's legacy, Lichtman says ratings do not mean much.

He says amid an even more polarized political environment

President Obama will likely spend 2015 and 2016 using executive action to bypass Congress and trying to leave his mark on foreign policy.

((ALLAN LICHTMAN, AMERICAN UNIVERSITY))
"He has already got China to come to some kind of agreement on climate change, something historically they have been entirely unwilling to do. That was a big breakthrough. It would be a huge triumph if he could get a credible nuclear deal with Iran. That would be almost comparable to the Camp David deal that Jimmy Carter worked out between Israel and Egypt."

((NARRATOR))
Analysts say two years is still enough time for a president to leave a lasting impact, and that Barack Obama's ability to do so - particularly globally - should not be underestimated.

((Aru Pande, VOA News, at the White House))



XS
SM
MD
LG