2014 ຈະເປັນປີທີ່ຫຍຸ້ງທາງການເມືອງຫຼາຍພໍສົມຄວນໃນ
ສະຫະລັດ. ປະທານາທິບໍດີ ບາຣັກ ໂອບາມາ ຈະຊີ້ແຈງໂດຍ
ສັງເຂບກ່ຽວກັບນະໂຍ ບາຍຂອງທ່ານ ເວລາທ່ານກ່າວຄໍາປາ
ໄສປະຈໍາປີ ກ່ຽວກັບສະພາບການຂອງປະເທດຊາດ ໃນວັນທີ
28 ເດືອນນີ້ ຄືໃນວັນອັງຄານອາທິດໜ້ານີ້. ໃນເດືອນພະຈິກ
ທ້າຍປີນີ້ ຊາວອາເມຣິກັນຈະພາກັນມຸ້ງໜ້າໄປຍັງບ່ອນປ່ອນ
ບັດ ເພື່ອເລືອກເອົາສະມາຊິກລັດຖະສະພາຊຸດໃໝ່ ຊຶ່ງຜົນ
ຂອງການເລືອກຕັ້ງອາດສາມາດມີເດີມພັນອັນໃຫຍ່ຫຼວງ ໃນ
ທາງການເມືອງສໍາລັບ ປະທານາທິບໍດີ ຕະຫລອດທັງບັນດາ
ສະມາຊິກສະພາຈາກທັງສອງພັກການເມືອງໃຫຍ່ຂອງສະຫະ
ລັດ. Jim Malone ຜູ້ສື່ຂ່າວພາຍໃນປະເທດຂອງ ວີໂອເອ
ມີຄາດການລ່ວງໜ້າກ່ຽວກັບການເມືອງຂອງຊາດ ຊຶ່ງດາຣາ
ຈະນໍາມາສະເໜີທ່ານ .
ປະທານາທິບໍດີໂອບາມາ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ໃນລະຫວ່າງການກ່າວຄໍາ
ປາໄສຕໍ່ປະຊາຊົນອາເມຣິກັນ ກ່ຽວກັບສະພາບການຂອງປະເທດຊາດເມື່ອປີຜ່ານມາ
ພຽງບໍ່ເທົ່າໃດອາທິດຫຼັງຈາກທ່ານໄດ້ຮັບໄຊຊະນະ ໃນການເລືອກຕັ້ງເປັນປະທານາ
ທິບໍດີສະໄໝທີສອງຂອງທ່ານ.
ທ່ານໂອບາມາ ເວົ້າວ່າ: “ມີຄວາມຄືບໜ້າຫຼາຍສິ່ງຫຼາຍຢ່າງ ທີ່ຈະລາຍງານໃຫ້ຊາບ.”
ແຕ່ປີ 2013 ໄດ້ພິສູດໃຫ້ເຫັນວ່າ ເປັນປີທີ່ຫຍຸ້ງຍາກທາງການເມືອງປີນຶ່ງ ສໍາລັບປະທາ
ນາທິບໍດີ ຊຶ່ງສາເຫດສ່ວນໃຫຍ່ກໍແມ່ນເປັນຍ້ອນການເປີດໃຊ້ກົດໝາຍຮັກສາສຸຂະພາບ
Obamacare ທີ່ບໍ່ລາບລື່ນຂອງທ່ານ.
ໃນປີນີ້ ທ່ານໂອບາມາ ຫວັງທີ່ຈະຫັນເຫຄວາມສົນໃຈ ໄປໃສ່ການຖົມຊ່ອງວ່າງດ້ານ
ລາຍໄດ້ ລະຫວ່າງຊົນຊັ້ນຮັ່ງມີທີ່ສຸດ ກັບຊົນຊັ້ນກາງ.
ທ່ານໂອບາມາ ເວົ້າວ່າ: “ຖ້າຈະເວົ້າອີກແນວນຶ່ງ ກໍຄືວ່າ ພວກເຮົາຕ້ອງໄດ້ເຮັດໃຫ້
ແນ່ໃຈວ່າ ການຟື້ນໂຕຄືນຂອງເສດຖະກິດ ຈະບໍ່ປະຖິ້ມຈັກຄົນໄວ້ເບື້ອງຫຼັງ ແລະ
ພວກເຮົາກໍມີພາລະກິດຫຼາຍຢ່າງທີ່ຈະຕ້ອງໄດ້ເຮັດໃນເລື້ອງ ນີ້.”
Ron Bonjean ນັກວາງຍຸທະສາດຂອງພັກຣີພັບບລິກັນ ເວົ້າວ່າ ຄາດວ່າປີນີ້ ພັກຣີພັບ
ບລິກັນຈະສືບຕໍ່ການໂຈມຕີ ຕໍ່ກົດໝາຍຮັກສາສຸຂະພາບ ຂອງປະທານາທິບໍດີຕື່ມອີກ.
ທ່ານ ບອນຈີນ ເວົ້າວ່າ: “ໃນຕອນນີ້ ມັນແມ່ນເລື້ອງການຮັກສາສຸຂະພາບຫັ້ນຫຼ່ະ.
ມັນເປັນເລື້ອງຂອງການຂາດຄວາມສາມາດ ທີ່ກໍາລັງເກີດຂຶ້ນຢູ່ພາຍໃນລັດຖະ
ບານຂອງທ່ານໂອບາມາເອງ ກ່ຽວກັບວິທີຈັດການກັບກົດໝາຍນີ້.”
ທ່ານ ຈອນ ເບນເນີ ໂຄສົກສະພາຕໍ່າ ເວົ້າວ່າ: ການເຮັດໃຫ້ໂຄງການສັງຄົມສົງເຄາະ
ຕ່າງໆ ເຕີບໂຕຊ້າລົງນັ້ນ ກໍເປັນບຸລິມະສິດປະການນຶ່ງຂອງພັກຣີພັບບລິກັນນໍາເຊັ່ນກັນ.
ທ່ານ ເບນເນີ ເວົ້າວ່າ: “ປະທານາທິບໍດີປະຕິເສດ ແລະພັກເດໂມແຄຣັດກໍປະຕິ
ເສດ ບໍ່ຍອມປຶກສາຫາລືກັນເລື້ອງການປ່ຽນແປງໂຄງການເຫຼົ່ານັ້ນ ເວັ້ນເສຍ
ແຕ່ວ່າພັກຣີພັບບລິກັນຈະເຕັມໃຈຂຶ້ນພາສີ ແຕ່ພວກເຮົາຈະບໍ່ຂຶ້ນພາສີ.”
ທ່ານ Thomas Mann ປະຈໍາສະຖາບັນ Brookings Institution ເວົ້າວ່າ ຄາດໝາຍ
ໄດ້ໂລດວ່າ ປະທານາທິບໍດີຈະເນັ້ນໜັກໃສ່ຮ່ອງຮອຍທີ່ໃຫ້ກໍາລັງໃຈໃນດ້ານເສດຖະກິດ
ຂອງສະຫະລັດ ແລະບັນຫາລາຍໄດ້ ທີ່ບໍ່ກໍ້າເກິ່ງກັນ.
ທ່ານ ແມນ ຊີ້ແຈງວ່າ: “ເປັນຕົ້ນວ່າ ເສດຖະກິດກໍາລັງດໍາເນີນໄປຢ່າງໃດ ຊຶ່ງໝາຍ
ເຖິງທັງວຽກງານ ການເຕີບໂຕ ແລະຄ່າຈ້າງ ແຕ່ທີ່ຢູ່ເບື້ອງຫຼັງນັ້ນ ກໍຄືຄວາມບໍ່ເທົ່າ
ທຽມກັນດ້ານເສດຖະກິດ ແລະບັນຫາ ສອງອາເມຣິກາ ກໍຄືອາເມຣິກາຂອງຄົນຮັ່ງ
ແລະຂອງຄົນທຸກ.”
ທ່ານ ຈອນ ຟໍເທຍ ປະຈໍາສູນກາງນະໂຍບາຍສອງພັກ ສະແດງຄວາມເຫັນວ່າ ປະທາ
ນາທິບໍດີໃນສະໄໝທີ່ສອງ ມັກຈະມີບັນຫາໃນການກູ້ເອົາ ອິດທິພົນທາງການເມືອງກັບ
ຄືນມາ.
ທ່ານ ຟໍເທຍ ເວົ້າວ່າ: “ປົກກະຕິແລ້ວ ປະທານາທິບໍດີຈະເຫັນຄະແນນນິຍົມຂອງ
ເຂົາເຈົ້າເສື່ອມລົງໄປໜ້ອຍນຶ່ງ ເຊັ່ນວ່າ ພວກເຂົາເຈົ້າມັກຈະປະເຊີນກັບລັດຖະ
ສະພາ ທີ່ຢູ່ພາຍໃຕ້ການຄວບຄຸມຂອງອີກພັກນຶ່ງ ຫຼືຢ່າງໜ້ອຍກໍພາກສ່ວນນຶ່ງ
ຂອງສະພາ ແລະດັ່ງນັ້ນ ປະທານາທິບໍດີກໍບໍ່ມີຄວາມສາມາດທີ່ຈະນໍາເອົາແຜນ
ປະຕິບັດງານຂອງທ່ານຜ່ານສະພາໄດ້ ຄືກັນກັບ ທີ່ທ່ານເຮັດໄດ້ໃນຕອນເລີ່ມ
ຕົ້ນສະໄໝທີນຶ່ງຂອງທ່ານ.”
ທ່ານ ຟໍເທຍ ເວົ້າຕື່ມວ່າ ການຕໍ່ສູ້ກັນທາງການເມືອງ ທີ່ຈະດໍາເນີນໄປຈົນເຖິງເວລາ
ເລືອກຕັ້ງເອົາສະມາຊິກລັດຖະສະພາໃນເດືອນພະຈິກນັ້ນ ມີທາງວ່າຈະເປັນເລື້ອງທີ່
ຄອບງໍາປີນີ້.
ທ່ານ ຟໍເທຍ ເວົ້າວ່າ: “ທ່າອຽງໄລຍະຍາວຂອງການເລືອກຕັ້ງກາງສະໄໝການ
ດໍາລົງຕໍາແໜ່ງຂອງປະທານາທິບໍດີນັ້ນ ມັກຈະມີຜົນອອກມາໃນທາງ ທີ່ເປັນ
ການຕໍ່ຕ້ານປະທານາທິບໍດີ. ຂ້າພະເຈົ້າຄິດວ່າ ຄໍາຖາມທີ່ສໍາຄັນທີ່ສຸດສໍາລັບ
ພັກຣີພັບບລິກັນນັ້ນ ກໍຄືວ່າ ເຂົາເຈົ້າຈະສາມາດຍາດເອົາບ່ອນນັ່ງມາໄດ້
ຫລາຍພໍທີ່ຈະຄອບງໍາສະພາສູງໄດ້ຫຼືບໍ່?”
ໃນເດືອນພະຈິກທ້າຍປີນີ້ ຊາວອາເມຣິກັນຈະພາກັນປ່ອນບັດເອົາຜູ້ແທນຊຸດໃໝ່ທັງໝົດ
ຂອງສະພາຕໍ່າ ທີ່ມີບ່ອນນັ່ງ 435 ບ່ອນ ແລະເວລານີ້ ຄວບຄຸມໂດຍພັກຣີພັບບລິກັນນັ້ນ
ແລະເລືອກເອົາ ນຶ່ງສ່ວນສາມຂອງຜູ້ແທນສະພາສູງ ທີ່ຄວບຄຸມໂດຍພັກເດໂມແຄຣັດນັ້ນ
ແລະຜູ້ປົກຄອງລັດ 36 ລັດ.