ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ເສັດສິ້ນ ການຢ້ຽມຢາມ ປະເທດ ເມັກຊິໂກ (ສະໄລດ໌/ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບມາ ແລະປະທານາທິບໍດີເມັກຊິໂກ ທ່ານ Enrique Pena Nieto ພວມຍ່າງລົງຂັ້ນໃດ ທີ່ນຳນຽບແຫ່ງຊາດ ໃນນະຄອນຫຼວງ ເມັກຊິໂກ ຊີຕີ້ (2 ພຶດສະພາ 2013)
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບມາ ແລະປະທານາທິບໍດີເມັກຊິໂກ ທ່ານ Enrique Pena Nieto ພວມຍ່າງລົງຂັ້ນໃດ ທີ່ນຳນຽບແຫ່ງຊາດ ໃນນະຄອນຫຼວງ ເມັກຊິໂກ ຊີຕີ້ (2 ພຶດສະພາ 2013)
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ມີກຳນົດທີ່ຈະ ກ່າວຄຳປາໄສ ຢູ່ນະຄອນເມັກຊິໂກຊີຕີ້ ໃນວັນສຸກມື້ນີ້ ຊຶ່ງສ່ວນ ໃຫຍ່ແລ້ວແມ່ນແນໃສ່ພວກນັກສຶກສາໂດຍຈະໃຫ້ຂໍ້ສັງເກດກ່ຽວ ກັບບົດບາດ ທີ່ພວກເຂົາເຈົ້າສາມາດປະກອບສ່ວນເຂົ້າຮ່ວມໃນ
ອະນາຄົດ ໃນປະເທດເຂົາເຈົ້າ.

ທ່ານໂອບາມາຈະກ່າວຄຳປາໄສທີ່ຫໍພິພິທະພັນມະນຸດສາດແຫ່ງ
ຊາດຂອງເມັກຊິໂກ ບ່ອນທີ່ຄາດກັນວ່າ ທ່ານຈະເພັ່ງເລັງໃສ່ນະ
ໂຍບາຍຄົນເຂົ້າເມືອງຂອງສະຫະລັດ. ຫຼັງຈາກນັ້ນທ່ານກໍຈະພົບ
ປະຢ່າງເປັນການສ່ວນໂຕກັບພວກນັກທຸລະກິດເມັກຊິໂກ.

ນອກນັ້ນແລ້ວ ໃນວັນສຸກມື້ນີ້ ທ່ານຈະອອກເດີນທາງຕໍ່ ໄປຍັງປະເທດຄອສຕາຣິກາ ບ່ອນ
ທີ່ທ່ານມີແຜນການຈະພົບປະກັບປະທານາທິບໍດີ Laura Chinchilla ເພື່ອປຶກສາຫາລືກ່ຽວ ກັບບັນຫາຕ່າງໆ ລະຫວ່າງປະເທດທັງສອງ ກ່ອນໜ້າກອງປະຊຸມ ກ່ຽວກັບການພັດທະນາ
ເສດຖະກິດແບບຍືນຍົງໃນເຂດອາເມຣິກາກາງ ຊຶ່ງຈະມີຂຶ້ນໃນວັນເສົາມື້ອື່ນ.



ທີ່ນະຄອນເມັກຊິໂກຊີຕີ້ ໃນວັນພະຫັດວານນີ້ ປະທານາທິບໍດີໂອບາມາເວົ້າວ່າ ຊາຍແດນ ລະຫວ່າງສະຫະລັດກັບເມັກຊິໂກໃນເວລານີ້ແມ່ນມີຄວາມໝັ້ນຄົງຕື່ມ ຂຶ້ນແບບທີ່ບໍ່ເຄີຍມີ ມາກ່ອນໃນຮອບຫຼາຍໆປີ ແຕ່ຍັງມີຫຼາຍສິ່ງຫຼາຍຢ່າງເພີ້ມຕື່ມທີ່ຈຳເປັນຈະຕ້ອງໄດ້ກະທຳ.

ທ່ານໂອບາມາໄດ້ເຈລະຈາຫາລືກັບປະທານາທິບໍດີຄົນໃໝ່ຂອງເມັກຊິໂກທ່ານ Enrique Pena Nieto. ຜູ້ນຳຂອງສະຫະລັດ ກ່າວວ່າ ເລື່ອງຄົນເຂົ້າເມືອງແລະຄວາມໝັ້ນຄົງແມ່ນ ເປັນເງົາບົດບັງຕະຫຼອດມາຕໍ່ເສດຖະກິດຂອງເມັກຊິໂກແລະສະຫະລັດແລະເຮັດໃຫ້ຄວາມ ສຳພັນທາງດ້ານທຸລະກິດລະຫວ່າງປະເທດທັງສອງປະສົບກັບບັນຫາຍຸ່ງຍາກ.

XS
SM
MD
LG