ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ຈະພົບປະ ກັບກະສັດ Abdullah ທີ່ກຸງຣິຢາດ (ສະ​ໄລ​ດ໌/ວີດີໂອ)


ປ. ບາຣັກ ໂອບາມາ ພວມລົງຈາກເຮືອບິນ ເຮຣີຄອບເຕີ້ ປະທານາທິບໍດີ ທີ່ເດີ່ນທຳນຽບຂາວ ກ່ອນກ່ອນເດີນທາງ ໄປຍັງຢ້ຽມຢາມຢູໂຣບ ແລະ ຊາອຸດີ ອາຣາເບຍ.
ປ. ບາຣັກ ໂອບາມາ ພວມລົງຈາກເຮືອບິນ ເຮຣີຄອບເຕີ້ ປະທານາທິບໍດີ ທີ່ເດີ່ນທຳນຽບຂາວ ກ່ອນກ່ອນເດີນທາງ ໄປຍັງຢ້ຽມຢາມຢູໂຣບ ແລະ ຊາອຸດີ ອາຣາເບຍ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ມີກຳນົດ
ຈະທຳການພົບປະສຸດຍອດກັບກະສັດ Abdullah ແຫ່ງຊາ
ອຸດີ ອາຣາເບຍ ໃນວັນສຸກມື້ນີ້ ເພື່ອແກ້ໄຂຜົນປະໂຫຍດທີ່
ແຕກຕ່າງກັນ ທາງດ້ານຄວາມໝັ້ນຄົງ ໃນທົ່ວພາກຕາເວັນ
ອອກກາງ.

ນອກເໜືອໄປຈາກການແກ້ໄຂເລື່ອງຄວາມເຄັ່ງຕຶງ ທີ່ເກີດ
ມາຈາກບັນຫາຂັດແຍ້ງ ໃນສົງຄາມກາງເມືອງ ຂອງຊີເຣຍ
ແລ້ວນັ້ນ ເຈົ້າໜ້າທີ່ສະຫະລັດກ່າວວ່າ ການເຈລະຈາຍັງມີ
ທ່າທາງວ່າ ຈະກວມທັງ ເລື່ອງອີຣ່ານ ອີຈິບ ການເຈລະຈາ
ສັນຕິພາບລະຫວ່າງອິສຣາແອລກັບປາແລສໄຕນ໌ທີ່ບໍ່ເປັນ
ໄປຕາມຄວາມຄາດໝາຍ ແລະການດຳເນີນຄວາມພະຍາຍາມເພື່ອຕ້ານຢັນພວກຫົວ ຮຸນແຮງຈັດ.

ສົງຄາມກາງເມືອງໃນຊີເຣຍ ທີ່ດຳເນີນມາເປັນເວລາ 3 ປີ ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງ ທາງດ້ານສາສະໜາໃນທົ່ວຂົງເຂດພາກຕາເວັນອອກກາງແລະຊາອຸດີ ອາຣາເບຍໄດ້ ຕຳໜິຕິຕຽນການຕັດສິນໃຈຂອງສະຫະລັດໃນປີກາຍນີ້ທີ່ໄດ້ປະຖິ້ມແຜນການຕິດອາ ວຸດໃຫ້ແກ່ພວກຕໍ່ຕ້ານ ທີ່ສູ້ລົບກັບລັດຖະບານປະທານາທິບໍດີ Bashar al-Assad.

ນອກນັ້ນ ລັດຖະບານກຸງຣິຢາດ ຍັງໄດ້ສະແດງຄວາມວິຕົກກັງວົນ ໃນການສົນທະນາ ຫາລືໃນຂັ້ນຕົ້ນຂອງລັດຖະບານທ່ານໂອບາມາທີ່ໄດ້ເລີ້ມຂຶ້ນກັບອີຣ່ານຊຶ່ງເປັນຄູ່ແຂ່ງ ທີ່ສຳຄັນຂອງຊາອຸດີ ອາຣາເບຍນັ້ນ.

ຄວາມເຫັນທີ່ແຕກຕ່າງກັນກ່ຽວກັບເລື່ອງອີີຈິບແມ່ນໄດ້ເລີ້ມຂຶ້ນໃນປີກາຍນີ້ ເວລາປະ ທານາທິບໍດີໂອບາມາໄດ້ຕຳໜິຕິຕຽນຢ່າງແຮງຕໍ່ການໂຄ່ນລົ້ມທ່ານ Mohamed Mor
si ປະທານາທິບໍດີທີ່ໄດ້ຖືກຕາມແນວທາງປະຊາທິປະໄຕ ຂອງພັກສາສະໜາອິສລາມ. ລັດຖະບານຊາອຸດີ ເປັນຜູ້ສະໜອງການສະໜັບສະໜຸນ ໃຫ້ແກ່ລັດຖະບານ ທີ່ໄດ້ຮັບ
ການໜຸນຫລັງໂດຍພວກທະຫານຂອງອີຈິບທີ່ໄດ້ເຂົ້າກຳອຳນາດແທນປະທານາທິບໍດີ
ທີ່ຖືກໂຄ່ນລົ້ມນັ້ນ.

ເປັນທີ່ຄາດກັນວ່າ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ຜູ້ຊຶ່ງ ໃນມື້ວັນພຸດຜ່ານມານີ້ ໄດ້ພົບປະ ໃນອັນທີ່ກະຊວງການຕ່າງປະເທດສະຫະລັດ ກ່າວ
ວ່າ ເປັນການເຈລະຈາ ທີ່ໃຫ້ດອກອອກຜົນ ກັບປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ນັ້ນ ກໍຈະເດີນທາງໄປສົມທົບກັບປະທານທິບໍດີໂອບາມາ ທີ່ນະ ຄອນຫຼວງຣິຢາດດ້ວຍ.
OBAMA SAUDI VO
please wait
Embed

No media source currently available

0:00 0:01:00 0:00
XS
SM
MD
LG