ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປ.ໂອ​ບາ​ມາ ເວົ້າ​ຕະລົກ ເຍາະເຍີ້ຍຕົວເອງ ໃນງານ ລ້ຽງ​ອາຫານ​ຄ່ຳ​ ປະຈຳປີ ຂອງພວກ​ນັກ​ຂ່າວ (ວີດີໂອ)


US CORRESPONDENTS VOSOTVO
please wait

No media source currently available

0:00 0:00:51 0:00

ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ໄດ້​ມີ​ຄວາມ​ເຫັນ ​ແບບ​ຕະລົກໆ ​ແລະ​ເຍາະ​ເຍີ້​ຍ​ລັດຖະບານ ຂອງທ່ານ​ເອງ ໃນງານລ້ຽງ​ອາຫານ​ຄ່ຳ ຂອງພກວນັກຂ່າວປະຈຳທຳນຽບຂາວ, ຄືນວັນທີ 3 ເມສາ 2014​.

ບຸກຄົນ​ສຳ​ຄັນໆ​ ແລະ ​ມີ​ຊື່​ສຽງ ຂອງ​ວໍ​ຊິງ​ຕັນ​ກັບ​ຮອລລີ​ວູ​ດ ​
ໄດ້​ມາ​ເຕົ້າ​ໂຮມ​ກັນ ​ເມື່ອ​ຄືນ​ ວັນ​ເສົາ​ວານ​ນີ້ ​ໃນ​ງານ​ລ້ຽງ​
ອາຫານ​ຄ່ຳ​ ປະຈຳປີ ຄັ້ງທີ 100 ຂອງພວກ​ນັກ​ຂ່າວປະຈຳ​
ທຳນຽບຂາວ ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ ຫຼື ​
White House Correspondents Association .

ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ກໍ​ຄື​ກັບ​ປະທານ​າທິບໍດີ​ ຄົນ​
ກ່ອນໆ ທີ່​ໄດ້​ປະຕິບັດ​ມາ​ເປັນ​ປະ​ເພນີ​ນັ້ນ ກໍ​ໄດ້​ໄປ​ຮ່ວມ​ໃນ​ງານ​
ລ້ຽງ​ດັ່ງກ່າວ ​ແລະ​ ໄດ້​ມີ​ຄວາມ​ເຫັນ ​ແບບ​ຕະລົກໆ ​ແລະ​ ເຍາະ​
ເຍີ້​ຍ​ລັດຖະບານ​ຂອງ ທ່ານ​ເອງ.

ທ່ານ​ໂອ​ບາ​ມາ​ ໄດ້​ເວົ້າ​ຕະລົກ ກ່ຽວ​ກັບ​ການ​ເລີ້ມ​ຕົ້ນ​ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ໃນການ
​ເປິ​ດ​ເວັບ​ໄຊ້ ຂອງ​ລະບົບ​ຮັກສາ​ສຸຂະພາບ Obamacare ຂອງ​ທ່ານ ຊຶ່ງ​ທ່ານ​ເວົ້າ​ວ່າ
“ໃນ​ປີ 2008 ຄຳ​ຂວັນ​ຂອງ​ຂ້າພະ​ເຈົ້າ​ແມ່ນ ‘Yes, we can' ​ແຕ່​ມາ​ໃນ​ປີ 2013
ມັນ​ແມ່ນ ​ ‘control, alt, delete.’”


ແລະ​ທ່ານ​ໄດ້​ເວົ້າ​ຢອກ ສະຖານີ​ໂທລະພາບ Fox TV ທີ່​ນິຍົມ​ແນວທາງ​ເດີມ ຊຶ່ງ​ພວກດຳ​
ເນີນ​ລາຍການ​ຕ່າງໆ​ ແລະ​ ພວກ​ວິຈານ​ຂ່າວ ​ໄດ້ພາ ກັນ​ຕັ້ງ​ຂໍ້​ສົງ​ໄສ ກ່ຽວ​ກັບ​ສະຖານະ​
ພາບ ການ​ເປັນ​ພົນລະ​ເມືອງ​ ອາ​ເມຣິກັນ​ ຂອງ​ທ່ານ​ໂອ​ບາ​ມາ. ຄຳ​ເວົ້າ​ຢ​ອກ​ຂອງ​ທ່ານ​
ໄດ້​ກວມ​ໄປ​ເຖິງ​ ທ່ານ​ນາງ Hillary Clinton ທີ່​ອາດ​ສາມາດ​ຕັດ​ສິນ​ໃຈ​ລົງສະມັກເລືອກ​
ຕັ້ງປະທານາທິບໍດີ​ ກໍ​ໄດ້ ​ໃນ​ປີ 2016 ນັ້ນ.
XS
SM
MD
LG