ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວຄຳປາໄສ ກ່ຽວກັບ ກຸ່ມຫົວຮຸນແຮງ ລັດອິສລາມ ທີ່ ສປຊ (ສະໄລດ໌/ວີດີໂອ)


US, Allies Hit Islamic State, Al-Qaida Affiliate in Syria
please wait

No media source currently available

0:00 0:02:09 0:00

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ເດີນ
ທາງ​ໄປອົງການ ສະຫະ​ປະຊາ​ຊາດ ​ເພື່ອ​ກ່າວຄຳປາໄສ ​ໃນ​
ວັນພຸດ​ມື້​ນີ້ ​ໃນ​ເວລາ 11 ​ໂມງເຊົ້າ​ຕາມ​ເວລາ​ທ້ອງ​ຖິ່ນຫລື 11
​ໂມງຕອນ​ແລງ ຕາມ​ເວລາໃນ​ເມືອ​ງລາວ​ ທີ່​ຈະແນໃສ່​ ການ​ສູ້​
ລົບຕ້ານພວກ​ຫົວ​ຮຸນ​ແຮງລັດ​ອິສລາມ.

ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງຂອງລັດຖະບານກ່າວ​ວ່າ ຄຳ​ປາໄສຂອງ​
ປະ​ທາ​ນາ​ທິບໍດີ ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະປະຊາຊາດ
ທີ່​ນະຄອນ​ນິວຢອກ ຈະເນັ້ນໜັກ​ ໃສ່​ເລື້ອງຄວາມ​ພະຍາຍາມ​ກ່ຽວກັບການສ້າງຕັ້ງແນວໂຮມນາໆ​ຊາດ​ເພື່ອ​ຕໍ່ສູ້​ກັບ​ກຸ່ມຫົວຮຸນ
ແຮງ​ທີ່​ເຂົ້າຄວບ​ຄຸມ​ຂົງ​ເຂດ​ອັນ​ກວ້າງ​ໃຫຍ່​ໃນຊິີເຣຍ ​ແລະ ອີຣັກ.

ຫລັງຈາກນັ້ນໃນ​ວັນ​ພຸດ​ມື້ນີ້ ທ່ານ Obama ຈະ​ເປັນ​ປະທານກອງ​ປະຊຸມສະພາ ຄວາມ
​ໝັ້ນຄົງສະຫະ​ປະຊາ​ຊາດ ​ບ່ອນ​ທີ່​ບັນດາ​ສະມາ​ຊິກພາກັນ​ຄາດ​ວ່າ​ ຈະ​ຮັບ​ຮອງເອົາມະ
ຕິສະບັບນຶ່ງເພື່ອແກ້ໄຂບັນຫາ​ພວກ​ນັກ​ລົບ​ຕ່າງ​ຊາດທີ່​ພາກັນ​ລຸ​ຫລັ່ງ ໄປຮ່ວມກຸ່ມ​ກໍ່​
ການ​ຮ້າຍນັ້ນ.

ການ​ປະ​ຊຸມດັ່ງກ່າວ ມີຂຶ້ນລຸນຫລັງການ​ຂະຫຍາຍການປະຕິບັດງານຂອງກອງທັບ
​ສະຫະລັດ ​ໃນ​ການ​ໂຈມ​ຕີ​ທາງ​ອາກາດຕໍ່ກຸ່ມ​ລັດ​ອິສລາມຈາກ​ຂົງ​ເຂດ​ຕ່າງໆ ຢູ່​ໃນ​
ອີ​ຣັກ ​ໄປ​ຫາ​ການ​ໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆ​ ຂອງ​ພວກ​ຫົວ​ຮຸນ​ແຮງ ຢູ່​ໃນຊີ​ເຣຍ.

ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດໃນຊີເຣຍ​ທີ່​ມີ​ຫ້ອງການ​ຢູ່ນະຄອນ​ລອນ​ດອນ ລາຍ​ງານ​ວ່າ ມີ
ການ​ໂຈມ​ຕີ​ທາງອາກາດຄັ້ງ​ໃໝ່ໃນຄືນແລ້ວນີ້​ ຢູ່ໃນພາກ​ເໜືອ​ຂອງຊິ​ເຣຍ ​ເລາະ​ຕາມ
ບໍລິເວນໃກ້​ກັບຊາຍແດນ​ເທິ​ກີ ບ່ອນ​ທີ່​ພວກ​ຫົວ​ຮຸນແຮງໄດ້ບຸກ​ຄືບ​ໜ້າ​ໃນອາທິດ​ແລ້ວ
​ນີ້ ​ໄດ້ເຮັດ​ໃຫ້ປະຊາຊົນ 130.000 ຄົນພາກັນ​ຫລົບໜີ​ຂ້າມ​ຊາຍ​ແດນເຂົ້າໄປໃນເທີກີ.

ຍັງ​ບໍ່​ທັນ​ມີ​ການ​ຢືນຢັນເທື່ອຈາກທຳນຽບຫ້າ​ແຈກ່ຽວກັບການໂຈມຕີດັ່ງກ່າວ ຫລື​ການ​
ກວດພິສູດ​ໃນການ​ໂຈມ​ຕີ​ທາງ​ອາກາດ​ຂອງ ກຸ່ມແນວໂຮມທີ່ນຳພາໂດຍສະ ຫະລັດນັ້ນ.
ການ​ໂຈມ​ຕີເທຶ່ອທຳ​ອິດ​ໃນຊີເຣຍ ແມ່ນໄດ້ຮັບ​ການ​ຊ່ວຍ​ເຫຼືອ​ຮວມ ທັງຈາກ Bahrain,
Saudi Arabia, Jordan, Qatar ​ແລະສະຫະລັດ Arab Emirates.

XS
SM
MD
LG