ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ເລີ່ມ ເຈລະຈາ ກັບ ນາຍົກເອທິໂອເປຍ ທ່ານ ເດີ​ແສ​ລ​ເລງ​ນ໌


On The Scene: Anita Powell Reports from Addis Ababa, Ethiopia
please wait

No media source currently available

0:00 0:00:53 0:00

ຊົມວີດີໂອ ລາຍງານ ຂອງຜູ້ສື່ຂ່າວວີໂອເອ ອານິຕາ ພາວວຽວ ຈາກນະຄອນຫຼວງ ອາດິສ ອາບາບາ ປະເທດ ເອທິໂອເປຍ.

ມື້ໜຶ່ງຫຼັງຈາກ​ລະ​ເບີດ​ແຕກ​ ຮ້າຍ​ແຮງ​ເຖິງແກ່​ຊີວິດ ທີ່​ຖືກອ້າງເອົາ​
ຄວາມ​ຮັບຜິດຊອບໂດຍ​ກຸ່ມ ​ແອວ-ຊາ​ບາບ ​ໄດ້​ທະ​ລົ່ມ​ໂຮງ​ແຮງ​
ແຫ່ງ​ໜຶ່ງ​ໃນ​ນະຄອນຫຼວງ​ໂມ​ກາ​ດິສຊູ ​ໃນ​ຂະນະ​ທີ່​ປະທານາທິບໍດີ
ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ເດີນທາງ​ໄປ​ຮອດ ຜາ​ສາດ
​ແຫ່ງ​ຊາດ ​ໃນ​ປະ​ເທດ​ເພື່ອນ​ບ້ານ ​ເອ​ທິ​ໂອ​ເປຍ ​ເພື່ອ​ເຈລະຈາ ກັບ
​ນາຍົກລັດຖະມົນຕີ ທ່ານ ແຮ​ວ​ເລີ​ແມຣຽມ ເດີ​ແສ​ລ​ເລງ​ນ໌ ​ແລະ ​
ເປີດ​ກອງ​ປະຊຸມ​ບັນດາ​ຜູ້ນຳ​ເຂດ​ອາ​ຟຣິກາ​ຕາ​ເວັນ​ອອກ ​ເພື່ອ
​ປຶກສາ​ຫາລື​ກັນ ​ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງ​ໃນ​ຊູ​ແດນ​ໃຕ້.

ການ​ປຶກສາ​ຫາລືກັບ ທ່ານ ເດີ​ແສ​ລ​ເລງ​ນ໌ ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​
ຄາດ​ກັນ​ວ່າ ຈະ​ເພັ່ງ​ເລັງ​ໃສ່​ເລື່ອງ​ການ​ຕໍ່ຕ້ານລັດທິ​ກໍ່​ການ​ຮ້າຍ
ຊຶ່ງ​ສະຫະລັດ​ມອງ​ເຫັນ​ວ່າ ​ເອທິ​ໂອ​ເປຍ ​ເປັນ​ພັນທະ​ມິດ​ທີ່​ສຳຄັນ ​ໃນ​ການ​ຕໍ່ສູ້​ກັບ​ກຸ່ມພວກ
ຫົວ​ຮຸນ​ແຮງ​ ແອວ-ຊາ​ບາບ ​ແລະ ຊ່ວຍ​ເຫຼືອ ເພື່ອ​ເຮັດ​ໃຫ້​ໂຊ​ມາ​ເລຍ ມີ​ສະຖຽນ​ລະ​ພາບ​.

Obama Remarks in Addis Ababa, Ethiopia
please wait

No media source currently available

0:00 0:00:21 0:00

ເພື່ອ​ໃຫ້ສອດ​ຄ້ອງ​ກັບ​ການ​ເຈລະຈາ​ສອງ​ຝ່າຍ ທຳນຽບຂາວ​ໄດ້​ປະ​ກາດ​ວ່າ ສະຫະລັດ​ມີ​ຈຸດປະສົງ ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫຼືອຕື່ມ​ອີກ ຢ່າງ​ນ້ອຍ 40 ລ້ານ​ໂດ​ລາ ທີ່​ກ່ຽວ​ພັນ​ກັບ​ການ​ຕໍ່ຕ້ານລັດທິກໍ່ການ​ຮ້າຍ​ ຢູ່​ໃນ​ອາ​ ຟຣິກາຕາ​ເວັນ​ອອກ ນອກ​ເໜືອ​ຈາກການທີ່​ໄດ້ສະ​ເໜີໃຫ້​ທຶນ​ເພື່ອ ການເຝິກ​ແອບ, ​ອຸປະກອນ​ຕ່າງໆ, ການ​ສ້າງຕັ້ງສະມັດຖະ​ພາບ ​ແລະ ການ​ຕໍ່ຕ້ານ​ລັດທິ​ຫົວ​ຮຸນ​ແຮງ​ ອັນ​ເປັນ​ການ​ລິ​ເລີ້ມ​ໃນ​ທົ່ວອາ​ຟຣິກາ ທີ່​ມີມູນ​ຄ່າປະມານ 465 ລ້ານ​ໂດລາ​ແລ້ວນັ້ນ.

ນາຍົກລັດຖະມົນຕີ ເອທິໂອເປຍ ທ່ານ ແຮ​ວ​ເລີ​ແມຣຽມ ເດີ​ແສ​ລ​ເລງ​ນ໌ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມກັນກັບ ປ. ສະຫະລັດ ທ່ານ ບາຣັກ ໂອບາມາ ຢູ່ທີ່ນະຄອນຫຼວງອາດິສ ອາບາບາ ປະເທດເອທິໂອເປຍ, ວັນທີ 17 ກໍລະກົດ 2015.
ນາຍົກລັດຖະມົນຕີ ເອທິໂອເປຍ ທ່ານ ແຮ​ວ​ເລີ​ແມຣຽມ ເດີ​ແສ​ລ​ເລງ​ນ໌ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມກັນກັບ ປ. ສະຫະລັດ ທ່ານ ບາຣັກ ໂອບາມາ ຢູ່ທີ່ນະຄອນຫຼວງອາດິສ ອາບາບາ ປະເທດເອທິໂອເປຍ, ວັນທີ 17 ກໍລະກົດ 2015.

ກາ​ນຊ່ວຍ​ ເຫຼືອດັ່ງກ່າວ​ ມີ​ຂຶ້ນ​ໃນ​ຂະນະ​ທີ່ ບັນດາ​ເຈົ້າໜ້າ​ທີ່​ທຳນຽບຂາວ ​ໄດ້​ປະນາມ​ຢ່າງ​ແຂງ​ແຮງ​ ຕໍ່​ການວາງ​ລະ​ເບີດໃສ່​ໂຮງ​ແຮມ Jazeera ​ໃນ​ນະຄອນຫຼວງ ​ໂມ​ກາ​ດິສຊູ ​ເມື່ອ​ວັນ​ອາທິດ​ວານ​ນີ້ ທີ່​ໄດ້​ສັງຫານ​ຢ່າງ​ນ້ອຍ 13 ຄົນ. ​ໃນ​ລະຫວ່າງ​ການ​ຢ້ຽມຢາມເອ​ທິ​ໂອ​ເປຍ​ເປັນ​ຄັ້ງທຳ​ອິດຂອງ​ທ່ານ​ໂອ​ບາ​ມາ ຜູ້​ດຳລົງ​ຕຳ

​ແໜ່​ງປະທານາທິບໍດີ​ຢູ່​ນັ້ນ ທ່ານ​ຈະ​ເນັ້ນຢ້ຳຄວາມ​ໝັ້ນໝາຍ​ ຂອງ​ສະຫະລັດ ເພື່ອທຳ​ງານ​ຮ່ວມ​ກັນ​ກັບ​ບັນ​ດາ​ເຈົ້າໜ້າ​ທີ່ ​ໂຊ​ມາ​ເລຍ ​ແລະ ຄູ່​ຮ່ວມ​ງານ​ໃນ​ຂົງ​ເຂດ ໃນ​ການຕໍ່ຕ້ານກັບ​ລັດທິ​ຫົວ​ຮຸນ​ແຮງ​. ບັນຫາ​ດັ່ງກ່າວ ຍັງ​ເປັນ​ຈຸດ​ເພັ່ງ​ເລັງ ​ໃນ​ລະຫວ່າງ​ການ​ເຈລະຈາ​ຂອງ​ຜູ້ນຳ​ຈາກ​ອາ​ເມຣິກາ ກັບ​ປະທານາທິບໍດີ ​ເຄັນ​ຢາ ທ່ານ ອູ​ຮູຣູ ​ເຄັນ​ຢາຕາ ຢູ່​ໃນ​ນະຄອນຫຼວງ ​ໄນ​ໂຣບີ ​ເມື່ອ​ວັນ​ທີ 25 ກໍລະກົດ​ຜ່ານ​ມາ. ທ່ານ ເຄັນ​ຢາຕາ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ ກັບປະທານາທິບໍດີ ​ໂອ​ບາ​ມາ ​ແລະ ບັນດາ​ຜູ້ນຳ​ຈາກ​ສະຫະພາ​ບອາ​ຟຣິກາ, ຢູການ​ດາ ​ແລະ ຊູ​ແດນ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ການ​ເຈລະຈາ ທີ່​ເພັ່ງ​ເລັງ​ໃສ່ ​ເລື່ອງ​ວິ​ກິດ​ການ​ໃນ​ຊູແດນ​ໃຕ້.

ລົດລະເບີດ ທຳລາຍສ່ວນໜຶ່ງຂອງໂຮງແຮງ ຈາຊີຣາ ໃນນະຄອງຫຼວງໂມກາດີຊູ ປະເທດໂຊມາເລຍ, ເມື່ອວັນອາທິດ ທີ 26 ກໍລະກົດ 2015. (Courtesy photo by Mohamed MoalimuuD
ລົດລະເບີດ ທຳລາຍສ່ວນໜຶ່ງຂອງໂຮງແຮງ ຈາຊີຣາ ໃນນະຄອງຫຼວງໂມກາດີຊູ ປະເທດໂຊມາເລຍ, ເມື່ອວັນອາທິດ ທີ 26 ກໍລະກົດ 2015. (Courtesy photo by Mohamed MoalimuuD

ການ​ຢ້ຽມຢາມ ອີ​ທິ​ໂອ​ເປຍ​ຂອງທ່ານ​ໂອ​ບາ​ມາ ໃນ​ຄັ້ງນີ້ ​ໄດ້​ຖືກ​ຕຳ​ນິຕິ​ຕຽນ​ຈາກ​ບັນດາ​ນັກ​ເຄື່ອນ​ໄຫວ ປົກປ້ອງ​ສິດທິ​ມະນຸດ ຜູ້​ທີ່​ກ່າວ​ວ່າ ລະບອບ ປາບ​ປາມ ຂອງນາຍົກລັດຖະມົນຕີ ເດີ​ແສ​ລ​ເລງ​ນ໌ ​ໄດ້​ກວດ​ຕ້ອນ​ເອົາ​ບັນດາ​ນັກ​ຂ່າວ, ​ຜູ້​ທີ່​ບໍ່​ເຫັນ​ດີ​ນຳ ​ແລະ ສະມາຊິກ​ຂອງຝ່າຍ​ຄ້ານ ​ໃນ​ລະຫວ່າງ​ການ​ປະຕິ​ບັດ​ງານ ຕໍ່ຕ້ານ​ລັດທິ​ຫົວ​ຮຸນ​ແຮງ​ຈັດ. ຄາດ​ກັນ​ວ່າ ຜູ້ນຳ​ສະຫະລັດ ​ຈະ​ຍົກ​ເອົາເລື່ອງ​ປະວັດສິດທິ​ມະ​ນຸດ​ຂອງ​ອີ​ທິ​ໂອ​ເປຍ​ຂຶ້ນມາ ​ໃນ​ລະຫວ່າງ​ການ​ເຈລະຈາ ໃນ​ວັນ​ຈັນ​ມື້​ນີ້.

Obama Africa
please wait
Embed

No media source currently available

0:00 0:00:53 0:00

ກ່ອນ​ໜ້າການ​ ເຈລະຈາ​ໃນ ​ວັນ​ຈັນ​ມື້​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ຖືກ​ຕ້ອນຮັບ​ຢູ່​ທີ່​ຜາສາດ​ແຫ່ງ​ຊາດ ​ໃນ​ນະຄອນຫຼວງອາ​ດິສ ອາ​ບາ​ບາ ບ່ອນ​ທີ່​ທ່ານ ​ແລະ ທ່ານ ເດີ​ແສ​ລ​ເລງ​ນ໌ ​ໄດ້​ຮັບ​ຟັງ​ການບັນ​ເລງ​ເພງ​ຊາດ​ຂອງ​ທັງ​ສອງ​ປະ​ເທດ ​ໂດຍ​ກອງ​ດຸລິ​ຍາງທະຫານ. ນອກ​ນັ້ນ ທ່ານ​ໂອ​ບາ​ມາ ຍັງ​ມີ​ແຜນ​ທີ່​ຈະ​ພົບ​ປະ​ກັບ​ປະທານາທິບໍດີ ອີ​ທິ​ໂອ​ເປຍ ທ່ານ ມູລາ​ທູ ເທ​ໂຊມມີ ນຳ​ດ້ວຍ.

Obama Encourages Kenya to Fix Cultures of Corruption, Discrimination
please wait

No media source currently available

0:00 0:02:02 0:00

A day after a deadly bomb blast claimed by al-Shabab struck a Mogadhishu hotel, U.S. President Barack Obama arrived at the National Palace in neighboring Ethiopia for talks with Prime Minister Hailemariam Desalegn and to convene a meeting of East African heads of state to discuss the South Sudan conflict.

Monday's discussions with Mr. Desalegn were expected to focus on anti-terrorism, with the United States seeing Ethiopia as a key ally in fighting the Islamist extremist group al-Shabab and helping to stabilize Somalia. In line with the bilateral talks, the White House announced the United States intends to provide at least $40 million in assistance related to countering violent extremism in East Africa on top of some $465 million in proposed funding for training, equipment, capacity building and countering violent extremist initiatives throughout Africa.

The assistance comes as White House officials strongly condemned Sunday's bombing of the Jazeera Hotel in Mogadishu that killed at least 13 people. During his visit to Ethiopia - the first by a sitting U.S. president - Mr. Obama will reiterate U.S. commitment to working with Somali authorities and regional partners to counter extremism. The issue was also a focus during the American leader's talks with Kenyan President Uhuru Kenyatta in Nairobi on July 25. Mr. Kenyatta will join President Obama and leaders from the African Union, Uganda and Sudan later Monday for talks focused on the crisis in South Sudan.

Mr. Obama's visit to Ethiopia has drawn criticism from human rights activists who say Prime Minister Desalegn's repressive regime has rounded up journalists, dissidents and members of the opposition during counterterrorism operations. The U.S. leader is expected to raise the country's human rights record during talks Monday.

Ahead of the Monday talks, Mr. Obama was welcomed at the National Palace in Addis Ababa, where he and Mr. Desalegn listened to Ethiopia's National Marching Band play the national anthems of both their countries. Mr. Obama also planned to meet with Ethiopian President Mulatu Teshome.

XS
SM
MD
LG