ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດກຳລັງ
ຢູ່ໃນກຸງ Brussels ໃນວັນພຸດມື້ນີ້ ເພື່ອທຳການພົບປະ
ກັບບັນດາເຈົ້າໜ້າທີ່ສະຫະພາບຢູໂຣບ ແລະກຸ່ມເນໂຕ
ທີ່ຄາດກັນວ່າ ຈະເພີ່ມການຄັດຄ້ານຕື່ມອີກຂອງຝ່າຍຕາ
ເວັນຕົກຕໍ່ການທີ່ຣັດເຊຍຍຶດເອົາແຫຼມໄຄຣເມຍຈາກ
ຢູເຄຣນເຂົ້າກັບຕົນນັ້ນ.
ໃນການພົບປະຫາລືກັບກຸມເນໂຕຂອງທ່ານນັ້ນ ປະທານາທິ
ບໍດີໂອບາມາ ຈະໃຫ້ຄຳໝັ້ນໃຈຕື່ມອີກຕໍ່ພວກພັນທະມິດກ່ຽວ
ກັບການຊ່ອຍເຫຼືອຂອງສະຫະລັດ ແລະຮຽກຮ້ອງໃຫ້ພວກປະ
ເທດສະມາຊິກໃຫ້ການຊ່ອຍເຫຼືອແກ່ລັດຖະບານຢູເຄຣນ. ຫຼັງ
ຈາກນັ້ນທ່ານຈະເດີນອອກຈາກກຸງ Brussels ໄປຍັງອີຕາລີບ່ອນທີ່ທ່ານຈະພົບປະກັບສັນຕະປາປາ Francis ນັ້ນ.
ໃນການຖະແຫຼງຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ ຫຼັງຈາກເຂົ້າຮ່ວມໃນກອງປະຊຸມສຸດຍອດວ່າດ້ວນນີວເຄລຍທີ່ກຸງ Hagueແລ້ວ ທ່ານໂອບາມາ ກ່າວວ່າ ຣັດເຊຍໄດ້ທຳການເຄື່ອນໄຫວ“ຈາກຄວາມອ່ອນແອ” ໃນການຍຶດ ເອົາແຫຼມໄຄຣເມຍມາເປັນຂອງຕົນນັ້ນ ຊຶ່ງທ່ານໂອບາມາ ກ່າວວ່າ ປະຊາຄົມໂລກຈະບໍ່ຮັບຮູ້ການຍຶດເອົາແຫຼມໄຄຣເມຍຂອງຣັດເຊຍນັ້ນຈັກເທື່ອ ແຕ່ວ່າການຕອບໂຕ້ທາງທະຫານຂອງຝ່າຍຕາເວັນຕົກນັ້ນ ເບິ່ງຄືວ່າຈະບໍ່ເກີດຂຶ້ນ.
ໃນວັນຈັນຕົ້ນສັບປະດານີ້ ປະທານາທິບໍດີໂອບາມາ ແລະພວກຜູ້ນຳຈາກອັງກິດ ການາ
ດາ ຝຣັ່ງ ເຢຍຣະມັນ ອີຕາລີ ແລະຍີ່ປຸ່ນ ກ່າວວ່າ ພວກຕົນໄດ້ງົດການເຂົ້າຮ່ວມໃນກອງປະຊຸມຂອງກຸ່ມ G8 ກັບຣັດເຊຍ ຈົນກວ່າທາງກຸງມົສກູ “ຈະປ່ຽນທິດທາງໃໝ່.” ແຕ່ພວກອົງການຂ່າວຕ່າງໆຂອງຣັດເຊຍໄດ້ອ້າງຄຳເວົ້າຂອງໂຄສົກປະຈຳວັງ Krem
-lin ວ່າ ຣັດເຊຍຕຽມພ້ອມ ແລະສົນໃຈທີ່ຈະສືບຕໍ່ທຳການຕິດຕໍ່ພົວພັນກັບບັນດາປະ
ເທດເພື່ອມິດໃນກຸ່ມ G8 ນັ້ນ.