ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Obama ​​​ຕ້ອນຮັບ ອົງ​ດາ​ໄລ ລາ​ມະ ທີ່ທຳນຽບຂາວ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama ​​​ພົບປະອົງ​ດາ​ໄລ ລາ​ມະ ທີ່ຫ້ອງແຜນທີ່ ໃນທໍານຽບຂາວ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ​​​ພົບປະອົງ​ດາ​ໄລ ລາ​ມະ ທີ່ຫ້ອງແຜນທີ່ ໃນທໍານຽບຂາວ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້ຕ້ອນຮັບ
ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ທາງ​ດ້ານ​ຈິດ​ໃຈ ທີ່ລີ້ໄພຢູ່ໃນຕ່າງປະເທດ
ຂອງຊາວທິເບດ​ຢູ່ທີ່ທໍານຽບຂາວໃນ​ວັນ​ສຸກ​ວານ​ນີ້ ໂດຍໄດ້ສ້າງ
ຄວາມໂກດແຄ້ນໃຫ້ຈີນທີ່ເຕືອນວ່າມັນຈະ​ສ້າງຄວາມ​ເສຍ​ຫາຍ​
ໃຫ້ແກ່ຄວາມສໍາພັນ​ ກັບສະຫະລັດ.

ການ​ພົບ​ປະ​ໃນ​ວັນ​ສຸກວານນີ້ ​ເປັນການພົບປະ​ສ່ວນ​ໂຕ ​ແລະ
​ບໍ່ອະນຸຍາດໃຫ້ສື່​ມວນ​ຊົນເຂົ້າໄປເກັບກຳຂ່າວ.

​ໂຄສົກ​ທໍານຽບຂາ​ວ ທ່ານ​ Jay Carney ກ່າວ​ວ່າ ທ່ານ Obama
​ໄດ້​ກ່າ​ວ ຢໍ້າ​ ​ເຖິງ​ການສະໜັບສະໜຸນຢ່າງແຮງຂອງທ່ານ ຕໍ່ທາງ
ສາສະໜາ​ ວັດທະນາ​ທໍາ​ແລະຂະນົບທຳນຽບທາງດ້ານພາສາ ຂອງຊາວທິເບດ​. ທ່ານໄດ້​
ຍ້ອງ​ຍໍ​ສັນ ລະ​ເສີນອົງ​ດາ​ໄລ ລາ​ມະກ່ຽວກັບວິທີການ​ທີ່ບໍ່ໃຊ້ຄວາມ​ຮຸນ​ແຮງ​ເພື່ອຮຽກຮ້ອງ
ເອົາການປົກຄອງຕົນເອງຫລາຍຂຶ້ນ ຂອງຊາວ​ທິ​ເບ​ດ ​ຢູ່​ໃນ​ຈີນ.

ທ່ານ Carney ກ່າວ​ວ່າ ອົງ​ດາ​ໄລ ລາ​ມະ ​ໄດ້​ແຈ້ງໃຫ້ປະທານາທິບໍດີຊາບວ່າ ພະອົງບໍ່​ໄດ້​ຊອກສະແຫວງ​ຫາ ການເປັນ​ເອກ​ກະລາດ​ຂອງ​ທິ​ເບ​ດ ​ແລະ​ຫວັງ​ວ່າ ​ຈະ​ມີການຟື້ນຟູ​ການ​ເຈລະຈາຫາລື​ກັບບັນດາ​ເຈົ້າ​ໜ້າ​ທີ່​ຈີນຄືນອີກ.

ທ່ານ Obama ​ໄດ້​ພົບປະ​ກັບອົງ​ດາ​ໄລ ລາ​ມະ ຢູ່ທີ່ຫ້ອງ​ແຜນ​ທີ່​ ຂອງ​ທໍານຽບ ຂາວ​ແທນ​ທີ່​
ຈະແມ່ນຫ້ອງ​ເຮັດ​ວຽກ​ຢ່າງເປັນທາງການຂອງ ປະທາ​ທິບໍດີຫຼື Oval Office ຊຶ່ງ​ຕາມ​ປະ​ເພ
ນີ​ແລ້ວ ​ເປັນບ່ອນ​ທີ່ປະທານາທິບໍດີ ​ໂອ້​ລົມ​ກັບ​ບັນດາ​ຜູ້​ນໍາ​ຂອງ​ໂລ​ກນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ທໍານຽບຂາວ ກ່າວ​ວ່າ ປະທານາທິບໍ​ດີ ​ໄດ້​ຕ້ອນຮັບອົງ​ດາ​ໄລ ລາ​ມະ ໃນ
ຖານະທີ່ເປັນຜູ້ນຳທາງ​ສາສະໜາ ​ແລະ​ຜູ້​ນໍາ​ທາງດ້ານ​ວັດທະນາ​ທໍາ ທີ່ນັບໜ້າຖືຕາ.

ກ່ອນ​ການ​ສົນທະນາ​ຫາລືກັນນັ້ນ ກະຊວງ​ການ​ຕ່າງປະ​ເທດຈີນ ​ໄດ້​ຮຽກຮ້ອງ​ໃຫ້ ທໍານຽບ
ຂາວຍົກເລີກການ​ພົບ​ປະແລະ​ເຕືອນເຖິງຄວາມເສຍຫາຍ​ທາ​ງ​ດ້ານ​ການ​ທູດ ທີ່​ຈະຕິດ​ຕາມ
​ມາ. ຈີນກ່າວ​ວ່າ ອົງ​ດາ​ໄລ ລາ​ມະ ​ໃຊ້ຜ້າ​ເຫລືອງ​ຂອງສາສະໜາ ​ເພື່ອດຳເນີນການ ຕໍ່​ຕ້ານ
ຈີນ ໃນກິດ​ຈະ​ການ​ແບ່ງ​ແຍກດິນ​ແດນນັ້ນ. ຈີນຍັງ​ໄດ້​ກ່າວ​ຫາອົງ​ດາ​ໄລ ລາ​ມະ ວ່າ ​ຊຸກຍູ້
ໃຫ້ພວກແບ່ງແຍກດິນແດນຊາວ​ທິ​ເບ​ດ​ ເຜົາ​ຕົວ​ເອງ​ ​ເພື່ອ​ເປັນການ​ປະ​ທ້ວງ. ແຕ່ອົງ​ດາ​ໄລ
ລາ​ມະ ​ຊົງໄດ້​ປະຕິ​ເສດ​ຕໍ່ການ​ກ່າວ​ຫາ​ດັ່ງກ່າວຕະ ຫຼອດມາ.

​ໃນ​ຂະນະ​ທີ່ສະຫະລັດ ​ໃຫ້ການ​ສະໜັບສະໜຸນ​ດ້ານສິດທິ​ມະນຸດຂອງຊາວ​ທິ​ເບ​ດ ​ແຕ່​ໄດ້
​ຮັບ​ຮູ້ວ່າ ທິ​ເບ​ດດິນແດນສ່ວນນຶ່ງ​ຂອງຈີນ ​ແລະ​ບໍ່​ເຫັນ​ດີກັບການແຍກໂຕ ອອກ​ເປັນ​ເອກ​
ກະລາດ ຂອງທິເບດ.


obama
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG