ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ສັ່ງໃຫ້ ເພີ້ມ 'ທະວີ' ຄວາມພະຍາຍາມ ຕໍ່ຕ້ານ ກຸ່ມລັດອິສລາມ


ປະທານາທິບໍດີ ສະຫະລັດ ທ່ານ Barack Obama cແລະ ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໂອບກອດກັນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມ ໃນຫ້ອງກ້ຳຕາເວັນອອກຂອງທຳນຽບຂາວທີ່ວໍຊິງຕັນ, ວັນທີ 24 ພະຈິກ 2015.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama cແລະ ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໂອບກອດກັນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມ ໃນຫ້ອງກ້ຳຕາເວັນອອກຂອງທຳນຽບຂາວທີ່ວໍຊິງຕັນ, ວັນທີ 24 ພະຈິກ 2015.

ໃນການພົບປະກັບສະພາຄວາມໝັ້ນຄົງແຫ່ງຊາດຂອງທ່ານ
​ໃນ​ວັນ​ອັງ ຄານ​ວານ​ນີ້ ປະທານາທິບໍດີ ບາຣັກ ໂອບາມາ ໄດ້
ຮຽກຮ້ອງໃຫ້​ແນວ​ໂຮມເພີ້ມການໂຈມຕີທາງອາກາດຕໍ່ກຸ່ມລັດ
ອິສລາມ.

ທຳນຽບຂາວ ກ່າວໃນວັນອັງຄານວານນີ້ ວ່າ “ປະທານາທິບໍດີ
ໄດ້ສັ່ງໃຫ້ທີມງານ ຄວາມໝັ້ນຄົງແຫ່ງຊາດຂອງທ່ານ ສືບຕໍ່​
ເພີ້ມທະວີຄວາມພະຍາຍາມ ເພື່ອເຮັດໃຫ້ກຸ່ມ​ລັດ​ອິສລາມ
ຊຸດໂຊມລົງ ແລະ ຖືກທຳ ລາຍ​ໃນ​ທີ່​ສຸດ.”

ທຳນຽບຂ່າວກ່າວວ່າ ຄວາມພະຍາຍາມຢ່າງຕໍ່ເນື່ອງນັ້ນ ​ແມ່ນ
​ຮວມທັງ ການເພີ້ມການຮ່ວມມືທາງດ້ານທະຫານ ກັບກຸ່ມພັນທະມິດ ລົບກວນເຄືອຂ່າຍ
ຕ່າງໆ ຂອງພວກນັກຕໍ່ສູ້ຕ່າງຊາດ ຢຸດຢັ້ງການຂະຫຍາຍຕົວ ອອກນອກ ຊີເຣຍ ແລະ
ອີຣັກ ຂອງກຸ່ມລັດອິສລາມ ແລະ ລົບກວນຄວາມພະຍາຍາມໃດໆ ໃນການວາງແຜນກໍ່
ການຮ້າຍ ຢູ່ພາຍນອກຂອງກຸ່ມລັດອິສລາມ ແລະ ກ່າວຕື່ມອີກວ່າ ທີມງານຄວາມໝັ້ນຄົງ
ແຫ່ງຊາດ ເຫັນວ່າ “ບໍ່ມີການຂົ່ມຂູ່ ທີ່ເຈາະຈົງ ແລະ ເຊື່ອຖືໄດ້​ໃດໆ​ເທື່ອ” ຕໍ່ສະຫະລັດ
ໃນປັດຈຸບັນນີ້.

Hollande, Obama Discuss Turkey's Downing of Russian Fighter Jet
please wait

No media source currently available

0:00 0:00:36 0:00

ເຖິງຢ່າງໃດກໍຕາມ ປະທານາທິບໍດີ ມີແຜນທີ່ຈະພົບປະກັບ ບັນດາສະມາຊິກ ທີມງານຄວາມ
ໝັ້ນຄົງແຫ່ງຊາດຂອງທ່ານອີກ ໃນວັນພຸດມື້ນີ້ ເພື່ອຮັບຟັງການລາຍ​ງານ ກ່ຽວກັບຄວາມ
ປອດໄພຂອງປະເທດ ທ່າມກາງໂສກນາດຕະກຳ ການໂຈມຕີກໍ່ການຮ້າຍ ໃນຝຣັ່ງ.

ເມື່ອຕອນເຊົ້າວັນອັງຄານວານນີ້ ບັນດາຜູ້ນຳຂອງສະຫະລັດ ແລະ ຝຣັ່ງໄດ້ຢືນຄຽງຂ້າງກັນ
ຢູ່ທີ່ທຳນຽບຂາວ ພ້ອມດ້ວຍຄຳເວົ້າທີ່​ສະ ​ແດງ​ໃຫ້​ເຫັນ​ເຖິງຄວາມສາມັກຄີເປັນອັນນຶ່ງອັນ ດຽວ ແລະ ປະຕິຍານ ວ່າ ຈະທຳ​ການ​ໂຈມ​ຕີກຸ່ມລັດອິສລາມ ຢູ່​ທີ່​ຕັ້ງຂອງ​ພວກ​ເຂົາ.

ທ່ານໂອບາມາ ໄດ້ເວົ້າອີກວ່າ ສະຫະລັດຢືນຄຽງຂ້າງກັບຝຣັ່ງ ໃນເຫດການໂຈມຕີ ເມື່ອວັນ
ທີ 13 ພະຈິກ ທີ່ໄດ້ສັງຫານ 130 ຄົນ ແລະກ່າວຕື່ມອີກວ່າ ໃນເວລາໂສກນາດຕະກຳດັ່ງກ່າວ
ເກີດຂຶ້ນ “ຫົວ ໃຈຂອງພວກເຮົາແຕກສະຫລາຍ ເຊັ່ນກັນ.” ທ່ານ Hollande ໄດ້ທົບທວນ
ຄືນເຖິງ ເວລາສອງໂມງເຊົ້າ ສາຍໂທລະສັບຂອງ ຄູ່ຕຳແໜ່ງຈາກອາເມຣິກາຂອງທ່ານດັງ​
ຂຶ້ນ ຊຶ່ງເປັນຄັ້ງທຳອິດຈາກຜູ້ນຳຂອງໂລກ ດ້ວຍຂໍ້ຄວາມວ່າ ສະຫະລັດຢືນຄຽງຂ້າງຝຣັ່ງ
ແລະ ພ້ອມທີ່ຈະສະເໜີ ການຊ່ວຍເຫຼືອ ທີ່ບໍ່ມີຂໍ້ຈຳກັດ ແລະ ຈະທຳງານຮ່ວມກັນເພື່ອ ຕໍ່ສູ້
ກັບພວກກໍ່ການຮ້າຍ.

Obama, Hollande Vow to Intensify Fight Against Islamic State
please wait

No media source currently available

0:00 0:02:20 0:00

​In a meeting with his National Security Council Tuesday, U.S. President Barack Obama called for increased coalition airstrikes against Islamic State.
"The president directed his national security team to continue to intensify ongoing efforts to degrade and destroy ISIL," the White House said late Tuesday.
Ongoing efforts include increased military cooperation with allies, disrupting foreign fighter networks, halting IS expansion outside of Syria and Iraq, and disrupting any IS external plotting efforts, the White House said, adding that the national security team sees "no specific, credible threat" to the U.S. currently.
Nevertheless, the president plans to meet with members of his national security team Wednesday to be briefed on homeland security in the wake of the tragic terror attacks in France.
Earlier Tuesday, the leaders of the United States and France stood together in the White House East Room, with words of solidarity and a vow to take the fight to the Islamic State militant group.
Obama said the United States stands with France in the wake of the Novemebr 13 attacks that killled 130 people, adding that when tragedy struck, "our hearts broke, too."
Hollande recalled a 2 a.m. phone call from his American counterpartthe first from a world leader - with a message that the U.S. stood by France and was ready to offer unlimited assistance, and work jointly to fight terrorism.

XS
SM
MD
LG