ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຮຽກຮ້ອງໃຫ້ສະພາອະນຸມັດ ແຜນການສ້າງວຽກງານຂອງທ່ານ (ເບິ່ງວີດີໂອລາວ/ອັງກິດ)


在利比亚的班加西,一场猛烈的沙尘暴使人们无法外出,只能待在家里。
在利比亚的班加西,一场猛烈的沙尘暴使人们无法外出,只能待在家里。

ຄໍາ​ປາ​​ໄສ​ຂອງປະ​ທາ​ນາ​ທິບໍດີ ບາຣັກ ​ໂອ​ບາ​ມາ ກ່ຽວ​ກັບ​ເສດຖະກິດ​ສະຫະລັດ ​​ຕໍ່ລັດຖະ ສະພາ ເມື່ອ​ວັນ​ພະ​ຫັດອາທິດ​ແລ້ວ​ນີ້ ເປັນພຽງ​ຄໍາ​ປາ​ໃສ​ອັນ​ຫລ້າ​ສຸດ​ເທົ່າ​ນັ້ນ ​ໃນ​ປະວັດ ສາດ​ອັນ​ຍາວ​ນານ​ຂອງ​​ຂໍ້​ສະ​ເໜີ​ຕ່າງໆຂອງ​ລັດຖະບານ ​ເພື່ອ​ກະຕຸກ​ຊຸກຍູ້​​ເສດຖະກິດ ​ແລະ​​ເພື່ອໃຫ້​ປະຊາ​ຊົນ​ກັບ​ຄື​ນມາ​ມີ​ວຽກ​ເຮັດ​ງານ​ທໍາ​ນັ້ນ. ​ແຕ່ວ່າໃນຂະນະ​ທີ່​ການ​ຂະຫຍາຍ​ຕົວ ທາງ​ເສ​​ດຖະກິດກໍາລັງ​ດໍ​າ​ເນີນ​ໄປ​ຢ່າງ​ຊັກ​ຊ້າ​ຫລາຍ​ກວ່າ​ທີ່ຄາດ​ໄວ້​ ແລະ​ບັນຍາ​ກາດທາງ ການ​ເມືອງ​ສຸ​ມ​ໃສ່​ເລຶ່ອງການ​ຕັດ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ລົງນັ້ນ ພວກ​ນັກ​ວິ​ເຄາະ​ບາງ​ຄົນ​ກໍບໍ່ແນ່ໃຈ​ວ່າ​ ລັດຖະບານ​ສາມາດ​ຈະ​ປັບປຸງ​ສະພາບການຂອງ​ເສດຖະກິດ​ຂອງ​ຊາດ​ໄດ້​ຫລື​ບໍ່. ດາຣາມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ຈາກ​ຈໍານວນ​ຊາວ​ອາ​ເມຣິກັນ​ທີ່​ກໍາລັງຫວ່າງ​ງານຢູ່ ​ເກືອບ 14 ລ້ານຄົນ ​ໃນ​ເວລາ​ນີ້ ກໍມີ​
ບາງ​ຄົນທີ່ຕັ້ງຄໍາ​ຖາມ​ຂຶ້ນມາ​ວ່າ ຂໍ້ສະ​ເໜີ​ກ່ຽວກັບວຽກ​ງານຂອງ​ປະທາ​ນາ​ທິບໍດີ ບາ​ຣັກ ​
ໂອ​ບາ​ມາ ນັ້ນ​ ຈະ​ສາມາດ​ສົ່ງ​ຜົນ​ກະທົບ​ອັນ​ສໍາຄັນ​ຕໍ່ການ​ວ່າ​ຈ້າງ​ ໄດ້ແນວໃດ.

ປະທານາທິບໍດີໂອບາມາໄດ້ກ່າວກ່ອນໜ້ານີ້ ທີ່ນະຄອນດີຕຣອຍທ໌ວ່າ ເລື້ອງນັ້ນແມ່ນຂຶ້ນ
ຢູ່ກັບລັດຖະສະພາ ຊຶ່ງທ່ານເວົ້າວ່າ:

ມັນມີວຽກໃຫ້ເຮັດ ແລະກໍ​ມີຄົນ​ງານ ທີ່ພ້ອມ​ທີ່ຈະເຮັດວຽກ ແຮງງານແມ່ນພ້ອມ
ວົງ​ການ​ທຸລະ​ກິດ​ກໍ​ພ້ອມ
ເຮົາພຽງ​ແຕ່ຕ້ອງການໃຫ້ລັດຖະສະພາ ອະນຸມັດເທົ່ານັ້ນ.
ພວກ​ເຮົາ​ຈົ່ງ
ພ້ອມກັນນໍາ​ເອົາ​ອາ​ເມຣິກາ​ຄືນ​ມາ​ທໍາ​ງານ​ອີກ.”

ແຕ່​ພວກ​ຜູ້​ນໍາ​ຝ່າຍ​ພັກຣີພັບ​ບລິ​ກັນ​ຕ່າງ​ກໍ​ພາກັນ​ອອກສຽງ​ຄັດຄ້ານ ​ແມ່ນ​ແຕ່​ກ່ອນ​ຄໍາ​ປາ​ໃສ
ຂອງ​ປະທານາທິບໍດີ​ອີກ​ຊໍ້າ.

ນຶ່ງໃນນັ້ນກໍຄືສະມາຊິກສະພາສູງ Mitch McConnell ຜູ້​ນໍາ​ພັກຣີພັບບລິກັນໃນສະພາສູງ.

ມັນ​ມີ​ເຫດຜົນ​ທີ່​ງ່າຍ​ກວ່າ​ນັ້ນ​ຫລາຍ ທີ່​ຈະ​ຄັດຄ້ານ​ນະ​ໂຍບາຍ​ເສດຖະກິດ​ຂອງ​
ປະທານ​າທິບໍດີ ທີ່ວ່າບໍ່​ມີ​ຫຍັງກ່ຽວ​ຂ້ອງກັບ​ການ​ເມືອງ​ເລີຍ
ເພາະວ່າມັນໃຊ້​ການ​ ບໍ່​ໄດ້.

ພວກ​ນັກ​ວິຈານ​ບາງ​ຄົນເຫັນ​ວ່າການ​ເມືອງ​ເປັນ​ຕົວ​ບັນຫາ. ທ່ານ Vincent Reinhart
ເປັນນັກ​ເສດຖະສາດ​ປະ​ຈໍາ​ສະ​ຖາ​ບັນ American Enterprise ກ່າວວ່າ:

“ເຫດຜົນ​ທີ່​ພວກ​ເຮົາ​ບໍ່​ມີ​ປະສິດທິ​ຜົນຫຍັງເລີຍໃນປັດຈຸບັນ​ນີ້ ກໍ​ເປັນຍ້ອນລະບົບ
ການ​ເມືອງ​ທີ່​ຜັກ​ດັນໃຫ້ພວກເຮົາມາ​ຢູ່​ຈຸດ​ນີ້ ຄື​ພວກ​ປ່ອນ​ບັດ
ເອງ ກໍຍັງ​ບໍ່ຮູ້ຢ່າງ
ແຈ້ງຂາວວ່າ
ເຂົາ​ເຈົ້າຕ້ອງການຫຍັງແທ້ຈາກ​ລັດຖະບານ​ເພື່ອໂຕເຂົາເຈົ້າ​ເອງ
ແລະ
ສິ່ງໃດທີ່​ພວກ​ເຂົາ​ເຈົ້າຕ້ອງການ​ເພື່ອ​ຜູ້​ອື່ນ​ນໍາ​ນັ້ນ​. ​ແລະ​ຈົນ​ກວ່າ​ພວກ​ເຮົາ
ຈະຕົກລົງໃຈໄດ້ວ່າ ພວກເຮົາຕ້ອງການຫຍັງ ແທ້​ແລ້ວ
ພວກ​ເຮົາແມ່ນຈະ​ບໍ່​
ກັບ​ຄືນ​ໄປ​ສູ່​ອັດຕາການ​ເຕີບ​ໂຕທີ່​ສູງ​ໄດ້
.

ບາງ​ຄົນ​ກໍ​ກ່າວ​ວ່າ ຄວາມກັງວົນສົນໃຈ​ຂອງ​ປະ​ເທດ​ຊາດ ​ກ່ຽວກັບແຕ່ເລື້ອງການ​ລົດການ​ຂາດ​ດຸນ​ງົບປະມານນັ້ນ​ ​ເຮັດ​ໃຫ້​ບັນຫາຊໍ້າ​ຮ້າຍ​ລົງ​ໄປ​ອີກ. ທ່ານ Gary Burtless ນັກ​ເສດຖະສາດ​ດ້ານ​ແຮງ​ງານ​ກ່າວ​ວ່າ ການ​ທີ່​ຈະ​ໃຫ້​ເສດຖະກິດ​ເຕີບ​ໂຕ​ໄດ້​ນັ້ນ ​ແມ່ນ​ຈະຕ້ອງ ມີ​ການ​ໃຊ້​ຈ່າຍ​ຫລາຍ​ຂຶ້ນ ບໍ່​ແມ່ນ​ໜ້ອຍ​ລົງ.

“ຂ້າພະ​ເຈົ້າເອງ​ກໍຄິດ​ວ່າ ການ​ຂາດ​ດຸນ​ງົບປະມານ ​ແລະ​ໜີ້​ສິນ​ທີ່​ຖີບຕົວ​ສູງ​ຂຶ້ນ
ນັບ​ມື້​ຂອງ​ສະຫະລັດ​ນັ້ນ​ ເປັນ​ບັນຫາ ຄື ມັນ​ເປັນ​ບັນຫາ​ໄລຍະ​ຍາວ​ກໍ​ວ່າ​ໄດ້ ​ແລະ
ຂໍ້​ແກ້​ໄຂ​ບັນຫາ​ທີ່​ເອົາ​ມາ​ໃຊ້​ນັ້ນ ຂ້າພະ​ເຈົ້າຄິດ​ວ່າ ຈະ​ເຮັດ​ໃຫ້​ບັນຫາ​ໄລຍະ​ຍາວ
ອັນນັ້ນ ຊໍ້າ​ຮ້າຍລົງໄປ​ອີກ ​ເພາະວ່າ ຖ້າ​ຫາກບໍ່​ມີການເຕີບ​ໂຕ​ທີ່​ເຂັ້ມ​ແຂງ​ຂອງ​
ເສ​ດຖະກິດ​ແລ້ວ ພວກ​ເຮົາ​ກໍ​ບໍ່​ສາມາດ​ຈັດ
ການ​ກັບ​ບັນຫາ​ໜີ້​ສິນ​ໄດ້​ເລີຍ.

ພວກ​ນັກ​ວິຈານ​ຫລາຍໆ​ຄົນ​ກ່າວ​ວ່າ ການ​ລົດ​ໜີ້​ສິນ​ລົງ​ນັ້ນ ​ເບິ່ງ​ຄື​ວ່າ​ຈະມີ​ຄວາມ​ສໍາຄັນ​
ກວ່າບັນຫາ​ວຽກ​ງານໃນໄລຍະບໍ່​ເທົ່າ​ໃດ​ເດືອນ​ຕໍ່ໜ້າ​ນີ້. ​ເວລານີ້ ຄະນະ​ກໍາ​ມະການ​ຈາກ
ທັງ​ສອງ​ພັກ​ການ​ເມືອງ​ກໍາລັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ລົດ​ລະດັບ​ການ​ຂາດ​ດຸນ​ງົບປະມານ
ຂອງ​ລັດຖະບານ​ກາງ​ລົງ ​ໃຫ້​ໄດ້​ຫລາຍ​ກວ່າ ນຶ່ງ​ພັນ ​ພັນ​ລ້ານ​ໂດ​ລາ ຫລື​ນຶ່ງ​ພັນ​ຕື້​ໂດ​ລາ ​
ໃນ​ໄລຍະ​ສິບ​ປີ​ຕໍ່ໜ້າ​ ຊື່​ງ​ເຂົາ​ເຈົ້າ​ມີ​ເວລາ​ຮອດ​ເດືອນ​ພະຈິກ

ຄລິກບ່ອນນີ້ເພື່ອເບິ່ງວີດີໂອພາສາລາວ ຫລືຄລິກບ່ອນ mp4 ຫລື wmv ຂ້າງເທິງຂວາມື

ພ້ອມ​ກັບເສັ້ນ​ຕາຍທີ່​ກໍາລັງ​ຄືບ​ຄານ​ເຂົ້າມາ​ຢ່າງ​ໄວ​ນີ້ ທ່ານ Douglas Holtz-Eakin ທີ່​
ສະພາ​ກິດອາ​ເມຣິກັນ​ ກ່າວວ່າ ​ເລື່ອງ​ນີ້​ແມ່ນຈະເປັນ​ການທົດ​ສອບ​ຄວາມ​ຕັ້ງໃຈ​ທາງ​ດ້ານ​
ການ​ເມືອງ​ຂອງອາ​ເມຣິກາ.

“ຄວາມ​ກົດ​ດັນ​ແມ່ນ​ຈະ​ຢູ່ ທີ່ຄະນະ​ກໍາມະການ​ນີ້ ບໍ່​ແມ່ນ ໃນ​ແງ່ທີ່​ວ່າ​ເຂົາ​ເຈົ້າ​ຈະ​
ບັນລຸ​ຜົນ​ອັນ​ໃດ​ແດ່
ແຕ່ ໃນ​ແງ່ການ​ເມືອງ​ເພື່ອ​ພິສູດ​ວ່າ​ວໍ​ຊິງ​ຕັນຍັງ​ມີຄຸນຄ່າ ຕໍ່
ປະ​ເທດ​ຊາດຢູ່ ແລະ​ວ່າ ຂັ້ນ​ຕອນດ້ານ​ນິຕິບັນ​ຢັດນັ້ນ​ກໍຍັງໃຊ້ການ​ໄດ້ ຢູ່​ໃນ​ລະ
ດັບ​ໃດ​ລະດັບ​ນຶ່ງ.
ນັ້ນ​ຫລະ ທີ່ຂ້າພະ​ເຈົ້າຄິດ​ວ່າ ມັນເຮັດ​ໃຫ້ ເປັນເລື້ອງຍາກ​.”

ຢ່າງ​ໃດ​ກໍ​ຕາມ ເຖິງ​ແມ່ນ​ວ່າປະທານາທິບໍດີ​ຈະ​ສົມຫວັງ​ໃນ​ທຸກ​ສິ່ງ​ທີ່​ທ່ານ​ຕ້ອງການ​ ​ແຕ່​ບາງ
ຄົນ​ກໍ​ຍັງ​ຕີ​ລາຄາວ່າ ​ອັດຕາ​ການ​ຫວ່າງ​ງານ​ຍັງ​ຈະ​ສູງ​ກວ່າ 8 ​ເປີ​ເຊັນ​ໄປ​ຈົນ​ກວ່າຫລັງຈາກ​
ປີ 2014​. ທ່ານ Gary Burtless ​ແຮ່ງ​ເວົ້າ​ວ່າ ອັດຕາ​ການ​ຫວ່າງ​ງານ​ອາດ​ຈະ​ສູງ​ຂຶ້ນ​ໄປ
ກວ່າ​ນີ້​ອີກ​ໃນ​ປີໜ້າ.

“ຂ້າພະ​ເຈົ້າກໍຢາກ​ໃຫ້​ເປັນ​ການ​ຄາດຜິດຢູ່ ແຕ່​ຂ້າພະ​ເຈົ້າກໍ​ບໍ່​ຄິດ​ວ່າ​ຈະ​ຜິດ ​ແລະ​
ຂ້າພະເຈົ້າຄິດ​ວ່າ
ມັນ​ຈະສູງ​ກວ່າໃນ​ອີກ​ປີ​ນຶ່ງ​ນັບຈາກ​ມື້​ນີ້ ໄປຫລາຍກວ່າ​ທີ່ຈະ​ຕໍ່າ
ລົງ
ໃນອີກປີນຶ່ງ​ນັບຈາກ​ມື້​ນີ້.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ອັດຕາ​ການ​ຫວ່າງ​ງານ​ທີ່​ສືບ​ຕໍ່​ສູງ​ຂຶ້ນ​ໄປ​ເລື້​ອຍໆນັ້ນ ອາດສາມາດ
ສົ່ງ​ຜົນ​ກະທົບ​ຕໍ່​ໂອກາດໃນ​ການ​ທີ່​ຈະ​ຖືກເລືອກ​ຕັ້ງ​ຄືນ​ໃໝ່ ຂອງ​ປະທານາທິບໍດີໂອ​ບາ​ມາ ​ໃນ ປີ 2012 ​ໄດ້.

XS
SM
MD
LG