ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ສືບຕໍ່ ໂຄສະນາ ເພື່ອຂຶ້ນພາສີ ພວກຄົນຮັ່ງມີ (ວີດິໂອລາວ ແລະອັງກິດ)


ທ່ານ John Boehner (ຊ້າຍ) ປະທານສະມາສະຫະລັດພັກຣີພັບ ບລິກັນ ຂະນະຖະແຫຼງຕໍ່ສື່ມວນຊົນ ກ່ຽວກັບແຜນການຂື້ນພາສີຊາວ ອະເມຣິກັນຮັ່ງມີທີ່ສຸດ
ຮັ່ງມີທີ່ສຸດ
ທ່ານ John Boehner (ຊ້າຍ) ປະທານສະມາສະຫະລັດພັກຣີພັບ ບລິກັນ ຂະນະຖະແຫຼງຕໍ່ສື່ມວນຊົນ ກ່ຽວກັບແຜນການຂື້ນພາສີຊາວ ອະເມຣິກັນຮັ່ງມີທີ່ສຸດ ຮັ່ງມີທີ່ສຸດ

ທ່ານໂອບາມາຮ້ອງຂໍຕໍ່ຜູ້ນໍາພາກທຸລະກິດ ແຮງງານ ພ້ອມທັງສະມາຊິກສະພາ ແລະມະຫາຊົນ ຊ່ວຍຜັກດັນພັກ ຣີພັບບລິກັນ ໃຫ້ເຫັນພ້ອມ ກັບແຜນການຂຶ້ນພາສີ ຊາວອະເມຣິກັນທີ່ຮັ່ງມີທີສຸດ.

ການໂຄສະຫາສຽງ ເພື່ອສະໝັກເລືອກຕັ້ງເຂົ້າຮັບຕຳແໜ່ງ
ສະໄໝທີ່ສອງຂອງ ປະທານາທິບໍດີ ບາຣັກ ໂອບາມາອາດຜ່ານ
ພົ້ນໄປແລ້ວກໍຈິງຢູ່ ແຕ່ ການໂຄສະນາຫາສຽງ ທາງເສດຖະກິດ
ຂອງທ່ານນັ້ນ ຍັງດໍາເນີນຢູ່ຕໍ່ໄປ. ຂະນະນີ້ ທ່ານໂອບາມາໄດ້ ຮ້ອງຂໍຕໍ່ບັນດາຜູ້ນໍາພາກທຸລະກິດ ແລະແຮງງານ ຕະຫຼອດທັງ ສະມາຊິກສະພາແລະມະຫາຊົນຈົ່ງຊ່ວຍຜັກດັນໃຫ້ພັກຣີພັບ ບລິກັນໃນລັດຖະສະພາຈົ່ງເຫັນພ້ອມກັບແຜນການຂອງທ່ານ
ເພື່ອຂຶ້ນພາສີຕໍ່ຊາວອະເມຣິກັນທີ່ຮັ່ງມີທີສຸດນັ້ນໃຫ້ໄດ້. Kent
Klein ຜູ້ສື່ຂ່າວວີ ໂອເອມີລາຍງານກ່ຽວກັບເລຶ່ອງນີ້ເພີ່ມຕື່ມ
ຊຶ່ງທອງປານ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນການໂຄສະນາຫາສຽງເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງສະໄໝທີ່ສອງຂອງທ່ານທີ່ປະສົບ ຜົນສໍາເລັດແລ້ວນັ້ນ ທ່ານໂອບາມາ ຍັງໄດ້ຮ້ອງຂໍຢ່າງບໍ່ລົດລະຕໍ່ຊາວອະເມຣິກັນຊົນຊັ້ນ ກາງທັງຫຼາຍ ຈົ່ງໃຫ້ການສະໜັບສະໜຸນໂຄງການຂອງທ່ານ ເພື່ອຂຶ້ນພາສີ ສໍາລັບພວກ ຄົນຮັ່ງມີ ແລະສືບຕໍ່ຕັດພາສີ ແກ່ບຸກຄົນອື່ນໆ. ຊຶ່ງທ່ານໂອບາມາກ່າວວ່າ:

“ການຕໍ່ສູ້ຂອງເຮົາຈະດໍາເນີນຕໍ່ໄປ ຍ້ອນວ່າປະເທດຂອງເຮົານີ້ ຈະບໍ່ສາມາດ ບັນລຸຜົນສໍາເລັດໂດຍປາດສະຈາກການເຕີບໂຕແລະຄວາມ ຈະເລີນຮຸ່ງເຮືອງ ຂອງພວກຊົນຊັ້ນກາງ” ຂະຫຍາຍພວກຊົນຊັ້ນກາງ ພວກຊົນຊັ້ນກາງ ພວກຊົນ ຊັ້ນກາງ.”


ເບິ່ງວີດິໂອລາຍງານນີ້ເປັນພາສາລາວ:


ນັບຕັ້ງແຕ່ທ່ານໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງເປັນສະໄໝທີ່ສອງຂອງທ່ານໃນວັນທີ່ 6 ພະຈິກຜ່ານມານີ້ ປະທານາທິບໍດີໄດ້ງັດເອົາຍຸທະສາດ ທໍານອງດຽວກັນມາໃຊ້ ເພື່ອຜັກ ດັນ ໃຫ້ຂຶ້ນພາສີ ສໍາລັບຊາວອະເມຣິກັນ ທີ່ມີລາຍໄດ້ສູງ ໃນຂະນະທີ່ຍັງຮັກສາອັດຕາ ພາສີຂອງພວກຊົນຊັ້ນກາງ ທີ່ມີຢູ່ໃນປັດຈຸບັນໄວ້ຄືເກົ່າ.

ໃນການໃຫ້ສໍາພາດແກ່ສື່ມວນຊົນເມື່ອວັນພຸດອາທິດຜ່ານມານີ້ ທ່ານໂອບາມາໄດ້ເອີ່ຍ ເຖິງພວກຊົນຊັ້ນກາງ 21 ເທື່ອ. ທ່ານໂອບາມາກ່າວຕໍ່ໄປວ່າ

ພວກເຮົາບໍ່ຄວນຈະເອົາພວກຊົນຊັ້ນກາງມາເປັນຕົວປະກັນ ໃນຂະນະທີ່ພວກ ເຮົາຍັງໂຕ້ວາທີກັນ ເລຶ່ອງຕັດພາສີຂອງ ພວກຄົນຮັ່ງມີນັ້ນຢູ່ ຄືຢ່າງໜ້ອຍ ກໍເຮັດ ໄປຕາມທີ່ພວກເຮົາເຫັນພ້ອມນໍາກັນ ນັ້ນຄືຮັກສາລະດັບອັດຕາພາສີຂອງພວກ ຊົນຊັ້ນກາງໄວ້ໃຫ້ຕໍ່າຄືເກົ່າ.”

ປະທານາທິບໍດີໂອບາມາ ພ້ອມດ້ວຍ ບັນດາຜູ້ນຳທັງຂອງພັກເດໂມແຄຣັທ ແລະພັກຣີພັບ ບລິກັນໃນລັດຖະສະພາ ເລິ່ມຕົ້ນທໍາການເຈລະຈາຕໍ່ຮອງກັນ ແລ້ວໂດຍຫວັງວ່າຈະຫຼີກ ລ່ຽງບໍ່ໃຫ້ເກີດໃນສິ່ງທີ່ເອີ້ນກັນວ່າເຫວງົບປະມານ ຫຼື Fiscal Cliff ນັ້ນ.

ທ່ານ ຈອນ ເບນເນີ ປະທານສະພາສະຫະລັດ ທີ່ສັງກັດພັກຣີພັບບລີກັນ ຍັງຍຶດໝັ້ນໃນ ຄວາມຮຽກຮ້ອງຕ້ອງການຂອງທ່ານເພື່ອຕົກລົງກັນຕັດການໃຊ້ຈ່າຍໂຄງການສົງເຄາະ ສັງຄົມຕ່າງໆລົງ ແຕ່ທ່ານກໍກ່າວວ່າ ທ່ານເຕັມໃຈທີ່ຈະປະນີປະນອມ ກ່ຽວກັບເລຶ່ອງພາສີ. ຊຶ່ງທ່ານ ຈອນ ເບນເນີ ກ່າວຕໍ່ໄປວ່າ:

“ເພື່ອສະແດງເຖິງຄວາມຈິງຈັງຂອງພວກເຮົານັ້ນ ພວກເຮົາໄດ້ຍົກເອົາເລຶ່ອງ ລາຍໄດ້ມາເຈລະຈາກັນ ຕາບໃດທີ່ຍັງມີການຕັດຄ່າໃຊ້ຈ່າຍທີ່ສໍາຄັນຕ່າງໆລົງ ພ້ອມນັ້ນ.”

ພາຍໃຕ້ຂໍ້ຕົກລົງກັນຄັ້ງປີ 2011 ນັ້ນ ການຕັດຄ່າໃຊ້ຈ່າຍຂອງລັດຖະບານ ລົງຢ່າງຫຼວງ ຫຼາຍນັ້ນ ຈະມີຜົນບັງຄັບໃຊ້ ແລະການຜ່ອນຜັນພາສີຈະໝົດ ອາຍຸລົງໃນວັນທີ 1 ເດືອນ ມັງກອນ 2013 ຕໍ່ໜ້ານີ້.

ທ່ານ Stan Collender ເຮັດວຽກກັບລູກຄ້າ ຢູ່ໃນອຸດສາຫະກໍາການເງິນ ທີ່ບໍລິສັດ Qorvis Communication ຊຶ່ງເປັນບໍລິສັດປະຊາສຳພັນ ທີ່ມີ ສໍານັກງານຢູ່ວໍຊິງຕັນ.

ທ່ານ Collender ກ່າວວ່າ ການໄດ້ຮັບໄຊຊະນະ ເຂົ້າຮັບຕຳແໜ່ງເປັນ ສະໄໝທີ່ສອງ ຂອງທ່ານໂອບາມາ ແລະຄວາມຮີບດ່ວນໃນການທີ່ຈະມາ ເຖິງຂອງເຫວງົບປະມານເຮັດ ໃຫ້ທ່ານໂອບາມາໄດ້ປຽບທາງການເມືອງ ໃນການເຈລະຈາກັນນັ້ນ.

“ການຂຶ້ນພາສີ ຈະມີຜົນບັງຄັບໃຊ້ຢ່າງອັດຕະໂນມັດ ແລະພ້ອມກັບການ ຕັດຄ່າ ໃຊ້ຈ່າຍຕ່າງໆລົງກໍຈະມີຜົນບັງຄັບໃຊ້ ຢ່າງອັດຕະໂນມັດ. ນີ້ແມ່ນ ສິ່ງທີ່ຣີພັບ ບລີກັນຢາກຈະຍຸຕິ ແຕ່ມີວິ ທີດຽວເທົ່ານັ້ນທີ່ພວກເຂົາເຈົ້າກະທຳໄດ້ ກໍຄືຮັບ ຜ່ານຮ່າງກົດໝາຍທີ່ປະທານາທິບໍດີຈະລົງນາມ.”

ແຕ່ແນວໃດກໍຕາມ ປະທານາທິບໍດີບໍ່ຢາກສ່ຽງກ່ຽວກັບເລື່ອງນີ້. ທ່ານໄດ້ເປັນເຈົ້າພາບ ຈັດກອງປະຊຸມກັບພວກຊາວອາເມຣິກັນທີ່ມີອິດທິພົນຫຼາຍໆກຸ່ມເພື່ອສະແຫວງຫາການ ສະໜັບສະໜຸນຈາກພວກເຂົາເຈົ້າ.

ທ່ານ Collender ປະທານາທິບໍດີແມ່ນເປັນທີ່ໜ້າສົນໃຈຫຼາຍທີ່ສຸດ ທີ່ໄດ້ ຮັບຄວາມສະ ໜັບສະໜຸນຈາກຜູ້ບໍລິຫານທີ່ຄັນໆຂອງບໍລິສັດຕ່າງໆ ຊຶ່ງ ສ່ວນຫຼວງຫຼາຍເປັນພັກຣີພັບ ບລີກັນນັ້ນ.

“ປະທານາທິບໍດີຈະມັກຫຼາຍໃຫ້ປະຊາຄົມທຸລະກິດ ບອກຣີພັບບລີກັນວ່າ ເບິ່ງດູ ພວກເຮົາຕົກລົງກັນໃນຈຸດນີ້ທີ່ວ່າ ການຂຶ້ນພາສີແມ່ນມີຄວາມຈຳເປັນ. ຢຸດສ້າງ ຄວາມວຸ້ນວາຍເລື່ອງນີ້ໄດ້ແລ້ວ ຍ້ອນວ່າພວກທ່ານ ຈະສ້າງຄວາມເສຍຫາຍ ໃຫ້ແກ່ເສດຖະກິດ ແກ່ການຂາຍ ​ແລະແກ່ລາຄາຮຸ້ນຂອງພວກເຮົາ​ໄດ້.”

ນອກນັ້ນທ່ານໂອບາມາ ຍັງໄດ້ພົບປະກັບພວກຜູ້ນຳແຮງງານ ເຊັ່ນທ່ານ Richard Trumka ປະທານຂອງອົງການ AFL-CIO ຊຶ່ງການສະໜັບ ສະໜຸນແມ່ນເປັນທີ່ຄໍ້າ ປະກັນຢູ່ແລ້ວ

“ພວກເຮົາມີຄວາມໝາຍໝັ້ນຕັ້ງໃຈ ​ແລະເປັນທີ່ແນ່ໃຈວ່າ ຊົນຊັ້ນກາງ ແລະ ພວກຄົນງານ ຊຶ່ງໃນທີ່ສຸດຈະໄດ້ເປັນຜູ້ແບກຫາບພາລະ ໃນການຈ່າຍພາກ ສ່ວນທີ່ອີກຝ່າຍນຶ່ງ ທີ່ພວກເຮົາບໍ່ສາມາດໃຫ້ເຂົາເຈົ້າຈ່າຍໄດ້ນັ້ນ.

ແລະບາງຄົນທີ່ເຮັດວຽກກ່ຽວກັບການໂຄສະນາຫາສຽງເພື່ອໃຫ້ປະທານາທິບໍດີໄດ້ຮັບ ເລືອກຕື່ມອີກສະໄໝນຶ່ງນັ້ນ ເວລານີ້ກຳລັງກົດດັນໃຫ້ບັນດາສະມາ ຊິກລັດຖະສະພາ

ຂ້າພະເຈົ້າຄິດວ່າ ພວກເຮົາຕ່າງກໍຮູ້ດີ ວ່າພວກເຮົາມີພາລະກິດ ທີ່ຮີບດ່ວນ ທີ່ຕ້ອງໄດ້ກະທຳ.”

ມີກຳນົດວ່າ ການເຈລະຈາກັນຈະເລີ້ມຄືນອີກໃນອາທິດສຸດທ້າຍຂອງເດືອນພະຈິກນີ້ ແລະ ເວລາກໍກຳລັງໃກ້ຈະໝົດລົງແລ້ວ.

ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້ ເປັນພາສາອັງກິດ:
XS
SM
MD
LG