ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຕກຽວ ກ່າວວ່າ ປ. ໂອບາມາ ສະແດງຄວາມເສຍໃຈ ກ່ຽວກັບ ການສອດແນມ ຢູ່ຍີ່ປຸ່ນ


ທ່ານ Yoshihide Suga.
ທ່ານ Yoshihide Suga.

ຍີ່ປຸ່ນກ່າວວ່າ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ໄດ້ສະແດງຄວາມເສຍໃຈກ່ຽວກັບການກ່າວຫາທີ່ວ່າ ສະຫະລັດ
ໄດ້ຕິດຕາມສອດແນມເບິ່ງເຈົ້າໜ້າທີ່ອະວຸໂສຂອງຍີ່ປຸ່ນ.

ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນໃນການໂທລະສັບໂອ້ລົມ ລະ
ຫວ່າງ ປະທານາທິບໍດີ ໂອບາມາ ແລະນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານ Shinzo Abe ອີງຕາມຄຳເວົ້າໂຄສົກຂອງລັດຖະບານຍີ່ປຸ່ນທ່ານ Yoshihide Suga.

ທ່ານ Suga ກ່າວວ່າ “ປະທານາທິບໍດີໂອບາມາເວົ້າວ່າທ່ານຮູ້ສຶກເສຍໃຈຫຼາຍໃນຂະນະ
ທີ່ກໍລະນີດັ່ງກ່າວໄດ້ກໍ່ໃຫ້ເກີດມີການອະພິປາຍຢ່າງໃຫຍ່ຫຼວງຢູ່ໃນປະເທດຍີ່ປຸ່ນ.” ແຕ່ກໍ ບໍ່ໄດ້ກ່າວວ່າ ທ່ານໂອບາມາໄດ້ໃຫ້ການຢືນຢັນຢ່າງເປັນການສະເພາະຫຼືບໍ່ກ່ຽວກັບການ ສອດແນມນີ້.

ທ່ານກ່າວຕື່ມວ່າ ທ່ານ Abe ໄດ້ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບເຫດການ ດັ່ງກ່າວແລະໃຫ້ຂໍ້ສັງເກດວ່າ ການກ່າວຫານີ້ອາດຈະບ່ອນທຳລາຍຕໍ່ຄວາມໄວ້ເນື້ອເຊື່ອ ໃຈລະຫວ່າງປະເທດພັນທະມິດທັງສອງ.

ເຈົ້າໜ້າທີ່ທຳນຽບຂາວຍັງບໍ່ໄດ້ໃຫ້ການຢືນຢັນເທື່ອ ກ່ຽວກັບການຫາລືເລື້ອງນີ້.

ໃນເດືອນແລ້ວນີ້ ອົງການ WikiLeaks ສື່ມວນຊົນ ທີ່ເປີດເຜີຍການກະທຳຜິດຕ່າງໆ ໄດ້ ພິມເຜີຍແຜ່ເອກກະສານທີ່ອົງການດັ່ງກ່າວ ເວົ້າວ່າ ສະແດງໃຫ້ເຫັນເຖິງການສອດແນມ ຂອງສະຫະລັດທີ່ມີຕໍ່ 35 ບໍລິສັດກະຊວງຕ່າງໆຂອງລັດຖະບານແລະສ່ວນບຸກຄົນໃນປະ ເທດຍີ່ປຸ່ນ.

ອົງການ WikiLeaks ກ່າວວ່າ ການຈັບເອກກະສານເຫຼົ່ານີ້ ແມ່ນພົວພັນກັບເລື້ອງຕ່າງໆ ເຊັ່ນຄວາມສຳພັນລະຫວ່າງສະຫະລັດກັບຍີ່ປຸ່ນ ການເຈລະຈາດ້ານການຄ້າແລະຍຸດທະ ສາດໃນການປ່ຽນແປງຂອງດິນຟ້າອາກາດ. ນອກນັ້ນແລ້ວ ອົງການດັ່ງກ່າວ ຍັງເວົ້າວ່າ ການສອດແນມຂອງສະຫະລັດແມ່ນຢ້ອນຄືນໄປເຖິງ ປີ 2006 ເວລານາຍົກລັດຖະມົນຕີ Abe ເຂົ້າຮັບຕຳແໜ່ງໃນສະໄໝທຳອິດ.

Japan says U.S. President Barack Obama has exprssed regret about alleged U.S. surveillance of senior Japanese officials.

The comments came during a phone call between Mr. Obama and Japanese Prime Minister Shinzo Abe, according to Tokyo government spokesman Yoshihide Suga.

"President Obama said he was very sorry...as the case caused a big debate in Japan," said Suga, who did not say whether Mr. Obama specifically confirmed the spying.

He added that Mr. Abe expressed his "serious concern" over the incident and noted the allegations could undermine trust between the two allies.

White House officials have not yet commented on the discussion.

Media whistleblower WikiLeaks last month published documents it says show the U.S. spied on 35 companies, government ministries, and individuals in Japan.

WikiLeaks said the intercepts related to topics such as U.S.-Japan relations, trade negotiations, and climate change strategy. It said the surveillance dates as far back as 2006, the first term of Prime Minister Abe.

It is the latest of several spying revelations that have strained relations between Washington and its allies.

In June, WikiLeaks released documents saying the United States spied on the last three French presidents, prompting a diplomatic dispute between the nations, despite friendly ties dating back to the 1700s.

In 2013, WikiLeaks reported that the U.S. National Security Agency had wiretapped German Chancellor Angela Merkel's private phone. The report sparked a political scandal in Germany and prompted an official inquiry.

The United States and Japan have been allies for more than a half-century following the end of World War II.

XS
SM
MD
LG