ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຮຽກຮ້ອງ ໃຫ້ຈ່າຍຄ່າຈ້າງ ເທົ່າທຽມກັນ ແກ່ພວກແມ່ຍິງ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ຈ່າຍຄ່າຈ້າງແຮງງານແກ່ພວກແມ່ຍິງໃນອັດຕາດຽວກັນກັບທີ່ ມີການຈ່າຍໃຫ້ແກ່ພວກຜູ້ຊາຍ ຢູ່ໃນວຽກງານດຽວກັນ.

ຜູ້ນຳຂອງສະຫະລັດ ກ່າວໃນຄຳປາໄສປະຈຳສັບປະດາຂອງ
ທ່ານໃນວັນເສົາ ມື້ນີ້ວ່າ ມັນເປັນເລື່ອງທີ່ໜ້າອັບອາຍທີ່ພວກ ແມ່ຍິງໄດ້ຮັບຄ່າຈ້າງແຮງງານ ໜ້ອຍກວ່າພວກຜູ້ຊາຍໃນອາ
ຊີບດຽວກັນແລະມີການສຶກສາເທົ່າໆກັນ.

ປະທານາທິບໍດີໂອບາມາໄດ້ອອກດຳລັດໃນສັບປະດານີ້ຫ້າມ
ບໍ່ໃຫ້ພວກບໍລິສັດສັນຍາຈ້າງຂອງລັດຖະບານກາງສະຫະລັດ
ທຳການຕອບໂຕ້ຕໍ່ພວກຄົນງານ ທີ່ໄດ້ໂອ້ລົມສົນທະນາ ກ່ຽວ
ກັບເລື່ອງເງິນເດືອນຂອງພວກເຂົາເຈົ້າ.

ດຳລັດດັ່ງກ່າວ ແມ່ນມອງກັນຢ່າງກວ້າງຂວາງວ່າ ເປັນຊ່ອງ ທາງນຶ່ງສຳລັບໃຫ້ພວກແມ່ ຍິງຮູ້ເລື່ອງດີຂຶ້ນ ກ່ຽວກັບເລື່ອງເງິນເດືອນ ຫຼືຄ່າຈ້າງແຮງງານ ຂອງພວກເຂົາເຈົ້າ.

ການຮຽກຮ້ອງເພື່ອໃຫ້ມີການຈ່າຍຄ່າຈ້າງເທົ່າທຽມກັນ ສຳລັບພວກແມ່ຍິງນີ້ ແມ່ນເປັນ ການໃຫ້ການສະໜັບສະໜຸນ ຕໍ່ບັນຫາທີ່ສຳຄັນສຸດອັນນຶ່ງ ຂອງປີເລືອກຕັ້ງ ສຳລັບພັກ ເດໂມແຄຣັດທີ່ພະຍາຍາມຈະລະດົມກຳລັງຂອງພວກແມ່ຍິງ ໃຫ້ໄປປ່ອນບັດ.

ສະມາຊິກສະພາຕ່ຳ Cathy Memories Rodgers ຈາກລັດ Washingtonເປັນຜູ້ກ່າວ ຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນ. ທ່ານນາງກ່າວວ່າ ເສດຖະກິດຂອງລັດ ຖະບານທ່ານໂອບາມາ ແມ່ນສ້າງຄວາມເສຍຫາຍໃຫ້ແກ່ພວກແມ່ຍິງ. ສະມາຊິກສະພາ
ຕ່ຳ Rodgers ເວົ້າວ່າ ຂໍ້ສະເໜີຂອງພັກຣີພັບບລີກັນ ເພື່ອຊ່ອຍທຸລະກິດຂະໜາດນ້ອຍ
ແລະເພີ້ມວຽກເຮັດງານທຳນັ້ນຈະເປັນຜົນປະໂຫຍດໃຫ້ແກ່ພວກແມ່ຍິງແລະພວກຜູ້ຊາຍ.
XS
SM
MD
LG