ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອນາມາເຊື່ອວ່າ ອີຈິບ ຈະບໍ່ກັບຄືນສູ່ສະພາບເດີມ ກ່ອນການປະທ້ວງ


ປະທານາທິບໍດີບາຣັກ ​ໂອ​ບາ​ມາ ສະ​ແດງ​ຄວາມ​ເຫັນກ່ຽວ​ກັບອີຈິບ ​ໃນ​ລະຫວ່າງ​ກອງ​ປະຊຸມ​ໃຫ້​ສໍາ​ພາກ​ຂ່າວ​ຮ່ວມ​ກັບ ທ່ານສະຕີ​ເວິນ ຮາຣ໌​ເປີ ນາຍົກລັດຖະມົນຕີການາດາ, ວັນ​ທີ 4 ກຸມພາ 2011 ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ. (AP Photo/Charles Dharapak)
ປະທານາທິບໍດີບາຣັກ ​ໂອ​ບາ​ມາ ສະ​ແດງ​ຄວາມ​ເຫັນກ່ຽວ​ກັບອີຈິບ ​ໃນ​ລະຫວ່າງ​ກອງ​ປະຊຸມ​ໃຫ້​ສໍາ​ພາກ​ຂ່າວ​ຮ່ວມ​ກັບ ທ່ານສະຕີ​ເວິນ ຮາຣ໌​ເປີ ນາຍົກລັດຖະມົນຕີການາດາ, ວັນ​ທີ 4 ກຸມພາ 2011 ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ. (AP Photo/Charles Dharapak)

ປະທານາທິບໍດີສະຫະລັດ ທ່ານ Barrack Obama ກ່າວວ່າ ທ່ານເຊື່ອວ່າ ອີຈິບຈະບໍ່
ກັບຄືນສູ່ສະພາບເດີມທີ່​ເຄີຍ​ເປັນຢູ່ ກ່ອນມີການປະທ້ວງ​ເພື່ອປະຊາທິປະໄຕ ທີ່​ໄດ້​ລາມ​
ໄປ​ທົ່ວປະເທດ ໃນທ້າຍເດືອນແລ້ວນີ້.

ໃນການ​ໃຫ້ສໍາພາດສົດ​ແກ່ຕານ່າງໂທລະພາບຂ່າວ FOX ໃນວັນອາທິດວານນີ້ ທ່ານ
Obama ກ່າວວ່າ ທ່ານໝັ້ນໃຈວ່າ ການປ່ຽນແປງທາງການເມືອງຢ່າງ​ເປັນ​ລະບຽບໃນ
ອີຈິບ ຈະຍັງ​ຜົນ​ໃຫ້​ມີລັດຖະບານທີ່ເປັນຕົວແທນຂອງປະຊາຊົນ ແລະທີ່ສາມາດຈະເປັນ ພາຄີກັບສະຫະລັດ​ໄດ້.

ພວກເຄື່ອນໄຫວທີ່ຕໍ່ຕ້ານລັດຖະບານອີຈິບ ໄດ້ທໍາ​ການປະທ້ວງຢ່າງ​ໃຫຍ່ຢູ່ຕາມຖະໜົນ
ຫົນທາງສາຍສໍາຄັນໆ ມາເປັນເວລາ 2 ອາທິດແລ້ວ ​ເພື່ອ​ຮຽກຮ້ອງໃຫ້ປະທານາທິບໍດີ
Hosni Mubarak ທີ່ໄດ້ຄອງອໍານາດມາເປັນເວລາເກືອບ 30 ປີແລ້ວນັ້ນ ລົງຈາກອໍາ
ນາດ​ໂດຍ​ທັນທີ. ທ່ານ Mubarak ໄດ້ສະ​ໜອງຕອບໂດຍການປະກາດວ່າ ຈະບໍ່ລົງສະ
ມັກເລືອກຕັ້ງເປັນປະທານາທິບໍດີອີກ​ເປັນສະໄໝ ທີ່ 6 ​ໃນ​ການ​ເລືອກ​ຕັ້ງທີ່​ຈະ​ມີ​ຂຶ້ນໃນ ​ເດືອນ​ກັນຍາທ້າຍ​ປີ​ນັ້ນ.

ທ່ານ Obama ກ່າວວ່າ ສະຫະລັດບໍ່ສາມາດທີ່​ຈະບົງການ​ແບບ​ບັງຄັບວ່າ ໃຫ້ທ່ານ
Mubarak ກ້າວລົງຈາກຕໍາແໜ່ງ​ໄວ​ສໍ່າ​ໃດ ແຕ່ປະທານາທິບໍດີສະຫະລັດກໍ​ໄດ້​ເນັ້ນຍໍ້າ
ທັດສະນະ​ຂອງ​ທ່ານ ທີ່​ວ່າປະທານາທິບໍດີ​ອີ​ຈິບ ຈະ​ຕ້ອງເລີ່ມຕົ້ນ​ການ​ມອບ​ໂອນອໍາ
ນາດ ນະ​ບັດ​ນີ້.

XS
SM
MD
LG