ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂອບາມາ ກ່າວວ່າ ອີຈິບຕ້ອງເລີ່ມ ໂອນອໍານາດ ໂດຍສັນຕິວິທີ ແຕ່ບັດນີ້


ການປະທ້ວງທີ່ອີຢິບທີ່ຍັງກໍາລັງດໍາເນີນຕໍ່ໄປ
ການປະທ້ວງທີ່ອີຢິບທີ່ຍັງກໍາລັງດໍາເນີນຕໍ່ໄປ

ເຈົ້າໜ້າທີ່ທໍານຽບຂາວກ່າວວ່າ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວ​ ຕໍ່ຜູ້ນໍາໂລກຫລາຍໆຄົນວ່າ ປະທານາ ທິບໍດີອີຈິບ ທ່ານ Hosni Mubarak ຈະ​ຕ້ອງ​ໄດ້ທໍາການ
ໂອນອໍານາດຢ່າງສັນຕິແລະຢ່າງເປັນລະບຽບ ເລີ່ມຕົ້ນແຕ່ ບັດນີ້ເປັນຕົ້ນໄປ.

ຖະແຫລງການຂອງທໍານຽບຂາວສະບັບນຶ່ງເວົ້າວ່າ ປະທາ
ນາທິບໍດີໂອບາມາໄດ້ໃຫ້ຂໍ້ຄິດເຫັນດັ່ງກ່າວ​ໃນວັນເສົາວານ
ນີ້ ​ໃນ​ການໂອ້ລົມທາງໂທລະສັບ ກັບນາຍົກລັດຖະມົນຕີ
ອັງກິດ ທ່ານ David Cameron, ນາຍົດລັດຖະມົນຕີ
ເຢຍລະມັນ ທ່ານນາງ Angela Merkel ແລະອົງມົງກຸດ Mohammed bin Zayed
ຂອງສະຫະລັດ​ອາຫຣັບ Emirates.

ໂຄສົກລັດຖະບານອັງກິດກ່າວວ່າ ທ່ານ Cameron ແລະ ທ່ານໂອບາມາ ເຫັນພ້ອມນໍາ
ກັນວ່າ ອີຈິບແມ່ນຕ້ອງການ​ແຜນ​ທີ່​ຫົນທາງທີ່ແຈ້ງຂາວ ແລະ ເຊື່ອຖື​ໄດ້ ​ໄປ​ສູ່ການປ່ຽນ
ແປງທາງການເມືອງ ໃຫ້ໄວເທົ່າທີ່ຈະໄວໄດ້.

ພວກເຈົ້າໜ້າທີ່ທໍານຽບຂາວ​ກ່າວໃຫ້​ຮູ້​ອີກວ່າ ຮອງປະທານາທິບໍດີສະຫະລັດ ທ່ານໂຈ
ບາຍເດັນ ກໍໄດ້ເນັ້ນຍໍ້າຄວາມ​ເຫັນຂອງທ່ານໂອບາມາ ກັບ ທ່ານ Omar Suleiman
ຮອງປະທານາທິບໍດີອີຈິບ ໂດຍທາງໂທລະສັບໃນວັນເສົາວານນີ້. ນອກນັ້ນ ທ່ານບາຍ
ເດັນ ຍັງ​ໄດ້ຖາມທ່ານ Suleiman ກ່ຽວກັບຄວາມກ້າວໜ້າຂອງອີຈິບ ໃນການເລີ່ມຕົ້ນ
ການເຈລະຈາທີ່ຮວມ​ເອົາ​ໝົດ​ທຸກ​ຝ່າຍ ເພື່ອແກ້ໄຂບັນຫາຄວາມປາດຖະໜາຕ່າງໆຂອງ ປະຊາຊົນອີຈິບນັ້ນ.

ທໍານຽບຂາວກ່າວວ່າ ຮອງປະທານາທິບໍດີ ບາຍເດັນ ໄດ້ຮຽກຮ້ອງໃຫ້ລັດຖະບານອີຈິບ ຈົ່ງນໍາສະເໜີລາຍການປະຕິຮູບທີ່ເປັນຮູບ​ປະ​ທໍາ ມີກໍານົດເວລາທີ່ແຈ້ງຂາວ ແລະ​ໃຫ້ເອົາ
ບາດກ້າວໃນທັນທີ ເພື່ອສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຂອງຕົນ ທີ່ຈະທໍາການປະຕິ ຮູບນັ້ນ.

XS
SM
MD
LG