ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະສະພາ ສະຫະລັດ ໂຕ້ຖຽງກັນ ກ່ຽວກັບ ການເດີນທາງ ຢ້ຽມຢາມຄິວບາ ຂອງທ່ານ ໂອບາມາ


Obama's Cuba Trip Debated in Congress
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ການເດີນທາງຢ້ຽມຢາມປະເທດ ຄິວບາ ຂອງປະທານາທິບໍດີ ໂອບາມາ ແມ່ນໄດ້ຮັບການ ຕິດຕາມເບິ່ງຢ່າງໃກ້ຊິດໂດຍບັນດາ ສະມາຊິກສະພາ ສະຫະລັດ ໃນລັດຖະສະພາ Capitol Hill. ນັກ ຂ່າວວີໂອເອ Michael Bowman ລາຍງານວ່າ, ປະຕິກິລິຍາ ຂອງບັນດາສະມາຊິກສະພາດັ່ງກ່າວ ແມ່ນມີແບບປະປົນກັນຢ່າງ ເຫັນໄດ້ຊັດ, ພ້ອມກັບການບໍ່ ເຫັນດີນຳກັນຢ່າງແຮງກ່ຽວກັບວ່າ ການເລີ່ມຕົ້ນສາຍພົວພັນຂອງນະຄອນຫຼວງ ວໍຊິງຕັນ ກັບ ຮາວາ ນາ ຈະຊ່ວຍປ່ຽນແປງສະຖານະພາບຂອງປະເທດເກາະດັ່ງກ່າວ ຫຼືວ່າ ຈະປົກ ປ້ອງການປົກຄອງແບບຜະເດັດການຂອງຄອມມິວ ນິສ ຕໍ່ໄປອີກ ເຊິ່ງຕໍ່ໄປ ພຸດທະສອນ ຈະນຳເອົາລາຍລະອຽດມາ ສະເໜີທ່ານ.

ສະມາຊິກພັກຣີພັບບລີກັນ ທ່ານນາງ Ileana Ros-Lehtinen ກ່າວວ່າ “ຄວາມພະຍາ ຍາມໃນການຟື້ນຟູສາຍພົວພັນຂັ້ນປົກກະຕິແມ່ນ ເປັນຄວາມຜິດພາດຢ່າງໜ້າສັງເວດ ສຳລັບເສລີພາບ ແລະ ປະຊາທິປະໄຕຢູ່ໃນເກາະດອນແຫ່ງນັ້ນ.”

ນັ້ນເປັນການກ່າວປະນາມ ກ່ຽວກັບ ການເດີນທາງຢ້ຽມຢາມປະເທດ ຄິວບາຂອງປະທາ ນາທິບໍດີ ໂອບາມາ ຢູ່ໃນສະພາຕ່ຳ.

ທ່ານນາງ Ileana Ros-Lehtinen ກ່າວວ່າ “ລະບອບການປົກຄອງຂອງທ່ານ Castro ໄດ້ກ່າວໄວ້ແລ້ວວ່າ ພວກເຂົາເຈົ້າຈະບໍ່ປ່ຽນແປງແມ່ນແຕ່ໜ້ອຍດຽວ ພາຍຫຼັງການ ຜ່ອນຜັນທັງໝົດນີ້ຂອງ ສະຫະລັດ. ປະຊາຊົນ ຄິວບາ ຄວນໄດ້ຮັບສິ່ງທີ່ດີກວ່ານີ້.”

ແມ່ນກະທັ້ງຜູ້ທີ່ສະໜັບສະໜູນການເດີນທາງດັ່ງກ່າວ ກໍບໍ່ສະບາຍໃຈຍ້ອນບັນຫາການ ທັບມ້າງລົງໂທດປະຊາຊົນ ຄິວບາ ຜູ້ທີ່ບໍ່ເຫັນດ້ວຍ, ລວມທັງໃນມື້ທີ່ທ່ານ ໂອບາມາ ໄດ້ ເດີນທາງໄປຮອດ.

ທ່ານ James Clyburn ຈາກພັກເດໂມແຄຣັດ ໄດ້ກ່າວວ່າ “ທ່ານບໍ່ໄດ້ຢູ່ໃນບ່ອນທີ່ ທ່ານຕ້ອງການໄປ, ຖ້າທ່ານບໍ່ອະນຸຍາດໃຫ້ໄດ້ຟັງສຽງຈາກຝ່າຍກົງກັນຂ້າມ.”

ແຕ່ທ່ານ Clyburn ກໍໄດ້ກ່າວເນັ້ນວ່າ, ຖ້າການພົວພັນກັບ ຄິວບາ ບໍ່ໄດ້ນຳເອົາການປ່ຽນ ແປງມາສູ່ປະເທດຢ່າງວ່ອງໄວ, ການແຍກປະເທດອອກຢ່າງໂດດດ່ຽວທີ່ມີມາດົນຫຼາຍ ທົດສະວັດ ກໍແມ່ນ ບໍ່ໄດ້ປ່ຽນແປງຄືກັນ.

ຜູ້ແທນ James Clyburn ກ່າວວ່າ “ຂ້າພະເຈົ້າສະໜັບສະໜູນຢ່າງຍິ່ງໃນການເຮັດ ໃຫ້ສາຍພົວພັນກັບ ຄິວບາ ກັບຄືນເປັນປົກກະຕິ. ເພາະວ່າ ສິ່ງທີ່ພວກເຮົາເຄີຍໄດ້ເຮັດ ມາໃນເຄິ່ງສັດຕະວັດ ແມ່ນບໍ່ໄດ້ຜົນຫຍັງ.”

ສະມາຊິກພັກເດໂມແຄຣັດ ຄົນອື່ນໆກໍມີຄວາມຫວັງຕໍ່ການປ່ຽນແປງໃນທາງບວກຢ່າງ ຖາວອນ.

ທ່ານນາງ Janice Hahn ຈາກພັກເດໂມແຄຣັດ ກ່າວວ່າ “ປະຊາຊົນ ຄິວບາ ຕອນນີ້ມີ ບ່ອນຫາຍໃຈໜ້ອຍໜຶ່ງແລ້ວ ແລະ ມີຄວາມຫວັງຂຶ້ນໜ້ອຍໜຶ່ງ ທີ່ການມີສາຍພົວພັນ ໃໝ່ກັບປະເທດ ສະຫະລັດ ເຊິ່ງເປັນໝູ່ເພື່ອນຂອງພວກເຂົາເຈົ້າ ອາດຈະມີຄວາມ ໝາຍອັນແທ້ຈິງຕໍ່ການມີເສດຖະກິດທີ່ດີຂຶ້ນ, ການມີຊີວິດທີ່ດີຂຶ້ນ, ວຽກງານທີ່ດີຂຶ້ນ ແລະ ການຖືກກົດຂີ່ໜ້ອຍລົງຢ່າງທີ່ຄາດຫວັງເອົາໄວ້.”

ໃນຂະນະທີ່ທ່ານ ໂອບາມາ ກັບ ປະທານາທິບໍດີ ຄິວບາ ທ່ານ Raul Castro ຮຽກຮ້ອງ ໃຫ້ຍຸຕິການປິດລ້ອມທາງເສດຖະກິດ ຕໍ່ ຄິວບາຢູ່ນັ້ນ ພວກຣິພັບລິກັນ ທີ່ຄວບຄຸມສະພາ ຕໍ່າ ຊໍ້າເວົ້າວ່າ ບໍ່.

ຜູ້ແທນສະພາຕໍ່າ ໂຈ ວິລຊັນ ກ່າວວ່າ “ທ່ານປ. ສະໜັບສະໜູນແຜນການການລົງໂທດ ດ້ານການຄ້າ ແຕ່ວ່າ ບໍ່ໄດ້ເອົາຫົວຊາຕໍ່ຄວາມຈິງທີ່ວ່າ ການຄ້າທີ່ເພີ້ມຂຶ້ນນັ້ນ ຈະບໍ່ຕົກ ໄປເຖິງຊາວຄິວບາ ມັນຈະໄປເຖິງແຕ່ທາງການທະຫານແລະອົງການສືບລັບເທົ້ານັ້ນ."

ບັນດານັກວິເຄາະກ່າວເນັ້ນວ່າ ທ່ານ ໂອບາມາ ໄດ້ຜ່ອນຜັນການປິດລ້ອມທາງເສດຖະ ກິດບາງຈຸດ.

ທ່ານນາງ Elizabeth Newhouse ຈາກສູນກາງເພື່ອນະໂຍບາຍສາກົນ ກ່າວວ່າ “ທ່ານ ໂອບາມາ ນຳເອົາການລົບລ້າງທັງໝົດນີ້ມາ, ໂດຍດຳເນີນການປະຕິບັດການຫຼາຍຢ່າງ ທີ່ເຮັດໃຫ້ການປິດລ້ອມທາງເສດຖະກິດນີ້ເຕັມໄປດ້ວຍຊ່ອງຫວ່າງ. ທ່ານໄດ້ອະນຸຍາດ ໃຫ້ມີການເຊັນສັນຍາກ່ຽວກັບຜະລິດຕະພັນການຄ້າຂາຍຕ່າງໆ ແລະ ອະນຸຍາດໃຫ້ ຂະຫຍາຍການເດີນທາງຫຼາຍຂຶ້ນກວ່າເກົ່າອີກ, ແລະ ກົດລະບຽບທາງດ້ານການເງິນ ກໍໄດ້ຜ່ອນເບົາລົງ.”

ການເປີດສາຍພົວພັນຂອງ ອາເມຣິກາ ກັບ ຄິວບາ ແມ່ນເບິ່ງຄືວ່າຈະເປັນທີ່ໂຕ້ຖຽງກັນ ສຳລັບອີກຫຼາຍປີທີ່ຈະມາເຖິງນີ້.

ທ່ານນາງ Ileana Ros-Lehtinen ກ່າວວ່າ “ອາເມຣິກາ ພາຍໃຕ້ລັດຖະບານທ່ານ ໂອບາມາ, ໄດ້ລະຖິ້ມປະຊາຊົນຜູ້ທີ່ໄດ້ຮັບຄວາມທຸກທໍລະມານພາຍໃຕ້ການກົດຂີ່ຂູດ ຮີດຂອງທ່ານ Castro ຊຶ່ງເປັນໜ້າເສົ້າໃຈຫຼາຍ."

ທ່ານນາງ Janice Hahn ຈາກພັກເດໂມແຄຣັດ ໄດ້ກ່າວວ່າ “ສາຍຕາຂອງຄົນໃນທົ່ວ ໂລກ ແມ່ນກຳລັງເຝົ້າເບິ່ງຫຼາຍຍິ່ງຂຶ້ນ ຕໍ່ປະທານາທິບໍດີ Castro ແລະ ປະຊາຊົນ ຄິວບາ ໃນຄວາມຫວັງເພື່ອການດຳເນີນຊີວິດໄປຕາມແນວຄິດ ເຊິ່ງພວກເຮົາຈະມີສາຍ ພົວພັນປົກກະຕິລະຫວ່າງກັນ.”

ສ່ວນວ່າການເປີດປະເທດຕໍ່ກັນຂັ້ນປົກກະຕິຈະຍືນຍົງໄປໄດ້ດົນເທົ່າໃດນັ້ນ ມັນຂຶ້ນຢູ່ກັບ ຜູ້ທີ່ຈະຖືກເລືອກຕັ້ງໃນເດືອນພະຈິກນີ້ ເພື່ອສືບທອດຕຳແໜ່ງປະທານາທິບໍດີຂອງທ່ານ ໂອບາມາ.

XS
SM
MD
LG