ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີໂອບາມາ ຈະພົບປະກັບ ຮອງປະທານປະເທດຈີນ ໃນວັນອັງຄານມື້ອື່ນ (ເບິ່ງວີດີໂອ)


ປະທານາທິບໍດີໂອບາມາ ຈະພົບປະກັບ ຮອງປະທານປະເທດຈີນ ໃນວັນອັງຄານມື້ອື່ນ (ເບິ່ງວີດີໂອ)
ປະທານາທິບໍດີໂອບາມາ ຈະພົບປະກັບ ຮອງປະທານປະເທດຈີນ ໃນວັນອັງຄານມື້ອື່ນ (ເບິ່ງວີດີໂອ)

ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະ​ຫະລັດ ຈະ​ຕ້ອນຮັບ​ທ່ານ ສີ ຈິນຜິ​ງ ຮອງ​ປະ​ທານ​ປະ​ເທດ​ຈີນ ທີ່​ທໍານຽບຂາວ​​ ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້. ຕາມ​ທີ່ຜູ້​ສື​ຂ່າວ​ວີ​ໂອ​ເອປະຈໍາທໍາ​ນຽບຂາວ Dan Robinson ລາຍ​ງານ​ມາ​ນັ້ນ ກໍ​ແມ່ນວ່າ ​ເປັນ​ທີ່ຄາດ​ກັນ​ວ່າ ທ່ານຮອງ​ປະທານ​ Xi ຈະ​ສືບ​ຕໍ່​ຕໍາ​ແໜ່​ງປະທານ​ປະ​ເທດ​ຈີນ​ໃນ​ປີໜ້າ​ນີ້ ​ແລະ​ການ​ເຈລະຈາ​ກັນ​ແມ່ນ​ມີ​ຂຶ້ນ ທ່າມກາງ​ສິ່ງ​ທ້າ​ທາຍ​ສໍາຄັນ​ຕ່າງໆ ​ໃນ​ຄວາມ​ສໍາພັນ​ລະຫວ່າງ​ສະຫະລັດ​ແລະ​ຈີນ​ນັ້ນ​. ທອງ​ປານມີລາຍ​ລະອ​ຽດ​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອລາຍງານພາສາອັງກິດ:

ທີ່​ປັກ​ກິ່ງ​ ເດືອນ​ມັງ​ກອນຜ່ານ​ມານີ້ ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ແລະ​ຈີນ​ ທັງ​ໃນ​ອະດີດແລະ
ປັດຈຸບັນ ​ໄດ້​ຮ່ວມ​ກັນ​ສະ​ເຫລີ​ມສະຫລອງວັນ​ຄົບຮອບ 40 ປີ ຂອງ​ການ​ຢ້ຽມຢາມ​ຈີນຂອງ
ປະທານາທິບໍດີ Richard Nixon ​ໃນ​ປີ 1972 ທີ່​ໄດ້​ແຜ້ວ​ທາງ​ໄປ​ສູ່​ການຈັດ​ຕັ້ງຄວາມ​ສໍາ
ພັນ​ແບບ​ປົກກະຕິ​ກັນ​ລະຫວ່າງ​ທັງ​ສອງປະ​ເທດ.

ຜູ້​ນຶ່ງ​ທີ່​ເຂົ້າ​ຮ່ວມໃນ​ງານສະຫລອງ​ດັ່ງກ່າວກໍ​ຄື​ຮອງ​ປະ​ທານ​ສີ ຈິນຜິ​ງ ທີ່​ໄດ້​ກ່າວແຍ້ມ​ອອກ
ມາເຖິງ​ບັນຫາ​ທີ່​ສະ​ລັບ​ຊັບຊ້ອນ​ຕ່າງໆ ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ສໍາພັນ ຈີນ-ອາເມ​ຣິກັນນັ້ນ.

ທ່ານ​ສີ ຈິນຜິ​ງ​ເວົ້າ​ວ່າ: “ພວກ​ເຮົາ​ໄດ້​ຮັກສາ​ການ​ໂອ້ລົມ​ສົນ​ທະ​ນາ​ທີ່ໃກ້​ຊິດ​ກັນ
ຢູ່​ຕະຫລອດ​ມາ ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ນານາ​ຂອງ​ໂລກ ​ເຊັ່ນ
ວິ​ກິດ​ການ​ການ​ເງິນ​ຂອງ​ລະຫວ່າງ​ຊາດ ​ແລະ​ສະພາວະ​ດິນ​ຟ້າ​ອາກາດ​ປ່ຽນ
ແປງ ​ແລະ​ການ​ຈັດການ​ຢ່າງ​ເໝາະ​ສົມ​ກັບ​ບັນຫາ​ລະດັບ​ຂົງ​ເຂດ​ທີ່ຮ້າ​ຍ​ແຮງ
ຕ່າງໆ​ ​ໂຮມທັງ​ບັນຫາ​ຢູ່ແຫລມ​ເກົາຫລີ ​ເລື່ອງນີ​ວ​ເຄລຍຂອງ​ອິຣ່ານ ພາກ
ຕາ​ເວັນ​ອອກ​ກາງ ​ແລະ​ເອ​ເຊຍ​ໃຕ້ ​ເປັນ​ຕົ້ນ.”


ຄາດວ່າ ຮອງປະທານ​ສີ ຈິນຜິ​ງ ຈະ​ໄດ້​ຂຶ້ນເປັນ​ຫົວໜ້າ​ພັກ​ຄອມ​ມີ​ວນີສຂອງ​ຈີນ ​ໃນທ້າຍ
ປີ​ນີ້ ​ແລະເຂົ້າຮັບ​ຕໍາ​ແໜ່​ງປະທາ​ນປະ​ເທດ​ ໃນ​ປີ 2013.

ທ່ານ Xi Jinping ຮອງປະທານປະເທດຈີນ
ທ່ານ Xi Jinping ຮອງປະທານປະເທດຈີນ

ທ່ານ​ຮອງ​ປະທານ​ສີ ​ຈິນຜິ​ງ ຈະ​ເດີນທາງ
ມາ​ຢ້ຽມຢາມທໍານຽບຂາວໃນ​ໄລຍະເວລາ
ປະມານນຶ່ງ​ປີ ຫລັງຈາກ​ການ​ຢ້ຽມຢາມ
ສະຫະລັດ​ຢ່າງ​ເປັນ​ທາງ​ການ​ຂອງ​ປະທານ​
ຈີນຄົນ​ປັດຈຸບັນ ທ່ານ ຫູ ຈິນ​ເຖົາ. ໃນ​ພິ
ທີ​ຕ້ອນຮັບ​ປະທານ​ຫູ ຈິນ​ເຖົາ ​ເມື່ອ​ປີຜ່ານ
ມາ​ນັ້ນ ປະທານາທິບໍດີໂອ​ບາ​ມາ ​ໄດ້​ເນັ້ນ​
ຍໍ້າເຖິງຄວາມ​ສໍາຄັນຂອງ​ຄວາມສໍາພັນ​
ລະຫວ່າງ​ສະຫະລັ​ດແລະ​ຈີນ ຊຶ່ງ​ທ່ານ
ກ່າວ​ວ່າ:

“ພວກ​ເຮົາ​ມີ​ສ່ວນໄດ້ສ່ວນ​ເສຍ​ອັນ​ໃຫຍ່​ຫລວງ ໃນ​ຄວາມ​ສໍາ​ເລັດ​ຂອງ​ກັນ
ແລະ​ກັນ ໃນ​ໂລກ​ທີ່​ເຊື່ອມ​ໂຍງ​ໃສ່​ກັນ ແລະໃນ​ເສດຖະກິດ​ຂອງໂລກ ​ຄື​ປະ​ເທດ​
ຕ່າງໆ ​ໂຮມ​ທັງ​ພວກ​ເຮົາ​ເອງນັ້ນ ​ແມ່ນ​ຈະ​ຈະ​ເຣີນຮຸ່ງ​ເຮືອງແລະ​ໝັ້ນຄົງ​ຫລາຍ
ຂຶ້ນ ​ເວລາໃດພວກ​ເຮົາ​ຫາກປະຕິບັດງານຮ່ວມ​ກັນ.”

ແຕ່​ກໍ​ຍັງ​ມີ​ຄວາມ​ເຄ່ງ​ຕຶງ​ລະຫວ່າງ​ກັນຫລາຍ​ຢູ່ ​ໃນເລື່ອງນະ​ໂຍບາຍ​ດ້ານ​ການ​ຄ້າ​ແລະ​ເງິນ
ຕາ ສິດທິ​ມະນຸດ ອິຣ່ານ ​ແລະ​ເກົາຫລີ​ເໜືອ. ​ເມື່ອ​ໝໍ່ໆ​ມາ​ນີ້ ຈີນ ພ້ອມ​ກັບຣັດ​ເຊຍໄດ້​ພາ
ກັນ​ວີ​ໂຕ້​ຫລື​ໃຊ້​ສິດ​ຍັບ​ຍັ້ງມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຊີ​ເຣຍ
ທີ່​ສະຫະລັດໄດ້​ໃຫ້ການ​ສະໜັບ​ສະ​ໜຸນ​ນັ້ນ.

ໃນ​ເວລາ​ກ່າວ​ຄໍາ​ປາ​ໃສປະ​ຈໍ​າປີ​ຕໍ່​ລັດ​ຖະສະ​ພາແລະ​ປະ​ເທດ​ຊາດ ເມື່​ເດືອນ​ຜ່ານ​ມາ​ນີ້ ​
ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ກ່າວ​ເຖິງ​ປະ​ເທດ​ຈີນ ​ເວລາ​ທ່ານ​ປະຕິຍານ​ວ່າ ​ຈະ​ກວາດ​
ລ້າງ​ການປະຕິ​ບັດຕ່າງໆທີ່ບໍ່​ຍຸຕິ​ທໍາ ທາງດ້ານການ​ຄ້ານັ້ນ.

ທ່ານ Kenneth Lieberthal ຜູ້​ອໍານວຍ​ການ​ສູງ​ກາງ​ຈີນ John L. Thornton ທີ່
ສະ​ຖາບັນ Brookings ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ​ ກ່າວ​ວ່າ:

“ປະທານາທິບໍດີ​ໂອ​ບາ​ມາ​ແມ່ນໂມ​ໂຫໃຫ້​ຈີນ​ຫລາຍ​ທີ່​ສຸດ ທີ່​ບໍ່​ປະຕິບັດ
ຕາມ​ກົດລະບຽບ​ຕ່າງໆ ​ໃນ​ເລື່ອງ​ການ​ເກື້ອກູນ​ອຸດສາຫະກໍາ​ພາຍ​ໃນ​ປະ
ເທດ ​ແລະຫລາຍ​ສິ່ງ​ຫລາຍ​ຢ່າງ​ອື່ນໆອີກ ທີ່​ເຮັດ​ໃຫ້​ພວກ​ບໍລິສັດ​ຂອງ​
ສະຫະລັດ​ແລະ​ບໍລິສັດ​ອື່ນໆ​ຂອງ​ໂລກ​ ຕົກເປັນ​ຝ່າຍເສຍປຽບ ​ແລະ
ເຮັດ​ໃຫ້​ຈີນ​ໄດ້​ປຽບ​ແຕ່​ຝ່າຍ​ດຽວນັ້ນ.”

ທາງ​ຝ່າຍຈີນ​ນັ້ນ ແມ່ນ​ເປັນ​ຫ່ວງ​ຫລາຍ ກ່ຽວກັບ​ການ​ທີ່​ສະຫະລັດ​ເສີມ​ຂະຫຍາຍ​ການ
ມີໜ້າ​ທາງ​ທະຫານ​ຂອງ​ຕົນ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍແປ​ຊິ​ຟິກຂຶ້ນ ອັນ​ມີ​ການມອງເຫັນ​ກັນ​ຢ່າງ
ກວ້າງ​ຂວາງ​ວ່າ ເພື່ອ​ຕ້າ​ນຢັນ​ກັບ​ການ​ຢືນຢັນ​ສິດທິ​ແລະ​ອໍານາດ​ຂອງ​ຈີນ ​ທີ່​ເພີ່ມ​ທະວີ​ຂຶ້ນ
ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ.

David Lampton ຫົວໜ້າ​ໂຄງການ​ການ​ສຶກສາ​ກ່ຽວ​ກັບ​ຈີນ ທີ່​ໂຮງຮຽນ​ການ​ສຶກສາ​ນາ
ນາ​ຊາດ​ຂັ້ນ​ກ້າວໜ້າ John Hopkins ທີ່​ວໍ​ຊິງ​ຕັນ​ດີ​ຊີ ກ່າວ​ວ່າ ຮອງ​ປະທານ ສີ ຈິນຜິ​ງ
ອາດຈະສະ​ເໜີໃຫ້​ຄວາມ​ໝັ້ນ​ໃຈເພີ່ມ​ຕື່ມ​ ​ກ່ຽວ​ກັບເຈດ​ຕະນາ​ລົມ​ຕ່າງໆຂອງ​ຈີນ ​ເວລາ
ທ່ານ​ມາ​ຢ້ຽມຢາມທໍາ​ນຽບຂາວ​ ​ໃນມື້​ອື່ນ​ນີ້.

ທ່ານ​ແລມ​ເຕິ​ນ​ເວົ້າ​ວ່າ: “ຂ້າພະ​ເຈົ້າໝັ້ນ​ໃຈ​ທີ່​ສຸດ​ ຫລັງ​ຈາກ​ຫາ​ກໍ​ໄດ້​ໄປ​ປັກ​ກິ່ງ​
ມາ ແລະ​ໄດ້​ໂອ້​ລົມ ກັບ​ພວກ​ປະຊາຊົນ​ຢູ່​ທີ່​ນັ້ນ ຊຶ່ງພວກ​ເຂົາ​ເຈົ້າ​ເຂົ້າ​ໃຈ​ດີວ່າ
ການສ້າງ​ຄວາມຕື່ນ​ຕົກ​ໄປ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ນັ້ນ​ແມ່ນ​ບໍ່​ດີ​ສໍາ​ຫລັບ​ຈີນ ​ແລະ
ຂ້າພະເຈົ້າເຊຶ່ອວ່າ ​ເຫດຜົນ​ສ່ວນ​ນຶ່ງ​ຂອງການ​ມາຢ້ຽມຢາມ​ສະຫະລັດຂອງ
ຮອງ​ປະທານ​ສີ ຄັ້ງ​ນີ້ ​ແມ່ນເພື່ອ​ໃຫ້ຄວາມ​ໝັ້ນ​ໃຈ​ແກ່ໂລກ​ ວ່າ ​ໃນ​ຂະນະ​ທີ່
ອໍານາດ​ຂອງ​ຈີນເຕີບ​ໃຫຍ່​ຂຶ້ນນັບ​ມື້​ນັ້ນ ມັນຈະ​ບໍ່​ສ້າງ​ຄວາມ​ບໍ່​ໝັ້ນໃຈເພີ່ມ​ອີກ ​
ແລະ​ຈະ​ບໍ່ເປັນການ​ຂົ່ມຂູ່​ເພີ່ມ​ຂຶ້ນ​ອີກແຕ່​ຢ່າງ​ໃດ.”

ຫລັງ​ຈາກຢ້ຽມຢາມ​ນະຄອນຫລວງວໍ​ຊິງ​ຕັນ​ດີ​ຊີ​ແລ້ວ ຄາດ​ວ່າ ຮອງ​ປະທານ​ສີ ຈິນຜິ​ງ
ຈະເດີນທາງ​ໄປ​ຍັງ​ລັດ​ໄອ​ໂອວາ ​ໃນ​ພາກກາງ​ຂ້ອນ​ໄປ​ທາງ​ທິດ ຕາ​ເວັນ​ຕົກ​ຂອງສະຫະ
ລັດ ແລະ​ຈາກ​ນັ້ນ ກໍ​ຈະ​ໄປ​ລັດ​ຄາ​ລິ​ຟໍ​ເນຍ ກ່ອນເດີນທາງ​ກັບ​ຈີນ.

XS
SM
MD
LG