ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Obama ຊົມເຊີຍ ແລະຂອບໃຈ ທີມ USA (ວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ໂຈະ​ການເວົ້າ​ເຖິງ​ເລື້ອງ​ການ​ເມືອງ​
ກ່ຽວ​ກັບ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ທ່ານໄວ້ ​ໃນ​ຄໍາ​ປາ​ໄສ​ປະ​ຈໍາ​
ອາທິດ ວັນ​ເສົາ​ມື້​ນີ້ ​ແລ​ະ​ໄດ້​ກ່າວ​ເຖິງ​ເລື້ອງ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ແທນ.

ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ຂອບ​ໃຈ​ບັນ​ດາ​ນັກ​ກິລາ​ຂອງ​ທີ​ມ USA ຢູ່​ໃນ​ທັງ​ການ​ແຂ່ງຂັນ​ກິລາ​
ໂອ​ລິ​ມປິກ​ລະດູ​ຮ້ອນ​ທໍາ​ມະ​ດາ ​ແລະ​ການ​ແຂ່ງ​ຂັນ​ຂອງ​ພວກ​ນັກ ກິລາ​ພິການ ທີ່​ເອີ້ນ​ວ່າ
Paralympics ນັ້ນ ທີ່​ພວກ​ເຂົາ​ເຈົ້າ​ໄດ້ “​ນໍາ​ສະ​ເໜີ​ພາບ​ພົດທີ່​ດີ​ທີ່​ສຸດ​ຂອງ​ອາ​ເມຣິກາ ຕໍ່​ໂລກ.”

ທ່ານ​ໂອ​ບາ​ມາ​ໄດ້​ເອີ່ຍ​ຊື່​ນັກ​ກິລາ​ທີ່​ເດ່​ນໆ​ຫລາຍ​ຄົນ ​ແລະ​ກ່າວ​ວ່າ​ທ່ານ​ຮູ້ສຶກ​ເຕັມ​ໄປ​ດ້ວຍ
​ຄວາມ​ພາກພູມ​ໃຈ ​ເວລາ​ທີ່​ທ່ານ​ນັ່ງ​ເບິ່ງ​ສາວ​ນ້ອຍ Gabby Douglas ອາຍຸ 15 ປີ ສະ​ແດງ​
ຄວາມສາ​ມາດດ້ານ gymnastics ທຸກໆ​ປະ​ເພດ​ຂອງ​ນາງ​ໄດ້ ຢ່າງ​ບໍ່​ຜິດ​ພາດດ້ວຍ​ຄວາມ
​ອ່ອນ​ຊ້ອຍ​ສະງ່າ​ງາມ ແລະຄ້ວາ​ເອົາ​ຫລຽນ​ຄໍາ​ໄປ​.

ປະທານາທິບໍດີ​ໂອ​ບາ​ມາ ທີ່​ສະຫລອງ​ວັນ​ຄົບ​ຮອບ​ວັນ​ເກີດ 51 ປີ ​ໃນ​ວັນ​ເສົາ​ມື້​ນີ້ ກ່າວ​ວ່າ
ການ​ເຮັດ​ວຽກເຝິກຝົນ​ຢ່າງໜັກ​ແລະ​ການ​ເສຍ​ສະລະ​ຂອງ​ນັກ​ກິລາ ທັງ​ຍິງ​ແລະ​ຊາຍ ທີ່​ເຂົ້າ​
ຮ່ວມ​ ໃນ​ການ​ແຂ່ງຂັນ​ໂອ​ລິ​ມປິກ​ທີ່​ລອນ​ດອນ​ນັ້ນ ​ແມ່ນ​ເປັນ​ສິ່ງ​ດົນ​ບັນດານ​ໃຈ​ຢ່າງ​ສູງ.

XS
SM
MD
LG