ໃນຄໍາປາໃສຂອງ ປະທານາທິບໍດີສະຫະລັດ ທ່ານ Barack Obama ທີ່ກ່າວຕໍ່ພວກ
ອອກກົດໝາຍຫລື ຜູ້ແທນສະພາຂອງອິນເດຍແມ່ນເປັນເລື້ອງທີ່ສໍາຄັນ ເພາະອິນເດຍ
ບໍ່ຄ່ອຍໄດ້ຕໍາໜິການປົກຄອງຂອງລັດຖະບານທະຫານມຽນມາ ໃນຊ່ວງໄລຍະນຶ່ງທົດສະ
ວັດຜ່ານມານີ້. ທ່ານກ່າວເຖິງເລື້ອງ ມຽນມາໃນສ່ວນນຶ່ງຂອງຄໍາປາໃສຂອງທ່ານທີ່ເວົ້າ
ກ່ຽວກັບການເສີມຂະຫຍາຍພື້ນຖານຂອງການປົກຄອງທີ່ມີປະຊາທິປະໄຕ ແລະການສະ
ໜັບສະໜູນສິດທິມະນຸດ ແລະການຕໍ່ສູ້ເພື່ອເສຣີພາບ.
ເມື່ອກ່າວເຖິງການຕໍ່ສູ້ເພື່ອຍາດເອົາເອກກະລາດ ແລະ ທ່ານ Mohandas Gandhi ຜູ້ນໍາອິນເດຍຄົນນຶ່ງ, ທ່ານປະທານາ ທິບໍດີເວົ້າວ່າ ອິນເດຍໄດ້ເປັນຕົວຢ່າງໃນການຕໍ່ສູ້ຢ່າງມີໄຊ ຍາດ ເອົາສິດໃນການປົກຄອງຕົນເອງໃຫ້ແກ່ ປະຊາຊົນໃນໂລກ ນັບແຕ່ທະວີບອາຟຣິກາຈົນ ເຖິງເອເຊຍ ແລະ ກໍໄດ້ສະໜັບສະໜູນກຸ່ມສົ່ງເສີມປະຊາທິປະໄຕ ແລະສັງຄົມ ພົນລະເຮືອນ. ຈາກນັ້ນທ່ານກໍໄດ້ຫັນໄປເວົ້າເຖິງມຽນມາວ່າດັ່ງນີ້:
“ເມື່ອໃດການເຄື່ອນໄຫວຢ່າງສັນຕິເພື່ອປະຊາທິປະໄຕຖືກປາບປາມ ດັ່ງທີ່ເກີດ
ຂຶ້ນຢູ່ໃນ ມຽນມານັ້ນແລ້ວ ປະເທດປະຊາທິປະໄຕທັງຫລາຍ ໃນໂລກກໍບໍ່ສາມາດ
ເມີນເສີຍໄດ້. ຄືມັນເປັນການທີ່ຮັບເອົາບໍ່ໄດ້ທີ່ຈະ ເຂັ່ນຂ້າຜູ້ຄົນທີ່ທໍາການປະທ້ວງ
ຢ່າງສັນຕິ ແລະຈໍາຄຸກພວກນັກໂທດການເມືອງຢ່າງບໍ່ມີວັນສິ້ນສຸດ ມັນຮັບເອົາບໍ່
ໄດ້ທີ່ຈະຍັບຍັ້ງຄວາມມຸ້ງມາດ ປາດຖະໜາຂອງປະຊາຊົນທັງຫລາຍທີ່ຖືກໄດ້ຖືກ
ຈັບເປັນຕົວປະກັນໂດຍລັດຖະບານ ທີ່ມີ ຄວາມໂລບມາກ ມີຄວາມລະແວງສົງໄສ
ແລະຂາດສິນລະທໍານັ້ນ. ມັນເປັນການຮັບເອົາບໍ່ໄດ້ທີ່ຈະລັກ ຫລືໂກງ ການເລືອກ
ຕັ້ງ ເໝືອນດັ່ງທີ່ລັດຖະບານທະຫານມຽນມາໄດ້ກະທໍາອີກ ເພື່ອໃຫ້ໝົດທັງໂລກ
ໄດ້ເຫັນນັ້ນ.”
ທ່ານປະທານາທິບໍດີ Obama ໄດ້ຍົກເອົາສະພາບຂອງ
ມຽນມາມາເປັນກອບເລື້ອງ ເພື່ອຢາກສົ່ງສັນຍານໃຫ້ຮູ້
ວ່າ ການຢ້ຽມຢາມຂອງທ່ານເປັນເວລາ 3 ວັນນັ້ນ ແມ່ນ
ຄວາມຕັ້ງໃຈທີ່ຢາກຈະບອກວ່າ ອິນເດຍໄດ້ກາຍມາເປັນ
ປະເທດນຶ່ງ ທີ່ກໍາລັງກ້າວຂຶ້ນເປັນປະເທດທີ່ມີອໍານາດໃນ
ຂົງເຂດ ແລະໃນໂລກ. ຊຶ່ງທ່ານໄດ້ຊີ້ແຈງດັ່ງນີ້:
“ມັນເປັນຄວາມຮັບຜິດຊອບຂອງປະຊາຄົມນານາຊາດ
ໂດຍສະເພາະພວກຜູ້ນໍາເຊັ່ນສະຫະລັດ ແລະອິນ
ເດຍທີ່ຈະປະນາມພຶດຕິການນີ້ໄດ້ ຄືຖ້າຈະເວົ້າແບບ
ກົງໄປກົງມາແລ້ວ ຢູ່ໃນເວທີສາກົນນັ້ນມີຢູ່ເລື້ອຍໆ
ທີ່ອິນເດຍຫລີກລ້ຽງບໍ່ຫຍຸ້ງກ່ຽວກັບບັນຫາເຫລົ່ານີ້. ແຕ່ຖ້າຈະລຸກຂຶ້ນເວົ້າເພື່ອ
ພວກປະເທດທີ່ບໍ່ສາມາດເຮັດສໍາລັບພວກເຂົາເຈົ້າເອງນັ້ນໄດ້ ກໍບໍ່ຖືວ່າເປັນ
ການແຊກແຊງກິດຈະການຂອງປະເທດອື່ນໆ. ມັນກໍບໍ່ເປັນການຝ່າຝືນສິດທິ
ຕ່າງໆ ຂອງພວກປະເທດອະທິປະໄຕທັງຫລາຍ. ມັນຈະຕ້ອງຝັງຢູ່ໃນຄວາມ
ຈິງ ຕໍ່ຫລັກ ການປະຊາທິປະໄຕຂອງພວກເຮົາ ມັນໃຫ້ຄວາມໝາຍຕໍ່ສິດທິມະ
ນຸດທີ່ພວກເຮົາວ່າ ມັນເປັນເລຶ່ອງຂອງສາກົນ. ແລະມັນປະຄັບປະຄອງຄວາມ
ກ້າວໜ້າທີ່ຂົງເຂດເອເຊຍ ແລະໃນ ທົ່ວໂລກທີ່ໄດ້ຊ່ວຍຫັນປ່ຽນພວກຜະເດັດ
ການທັງຫລາຍໄປສູ່ປະເທດທີ່ ເປັນປະຊາທິປະໄຕ ແລະໃນສຸດທ້າຍແລ້ວກໍ
ເພີ່ມຄວາມໝັ້ນຄົງຂອງພວກເຮົາໃນໂລກ.”
ຢູ່ໃນຖະແຫລງການຢ່າງເປັນທາງການທີ່ນຳອອກເຜີຍແຜ່ໃນວັນເລືອກຕັ້ງຂອງມຽນມາ ທ່ານ
Obama ເວົ້າວ່າ ສະຫະລັດ ຈະຕິດຕາມເບິ່ງສະພາບການໃນມຽນມາຢ່າງໃກ້ສິດ ໃນໄລ
ຍະຫຼາຍອາທິດ ແລະຊຸມເດືອນຕໍ່ໜ້ານີ້.
ທ່ານກ່າວອີກວ່າ ສະຫະລັດຈະສືບຕໍ່ປະຕິບັດຍຸດທະສາດ ທີ່ໃຊ້ທັງການກົດດັນ ແລະການ
ພົວພັນໂດຍອີງຕາມ “ສະພາບເງື່ອນໄຂໃນມຽນມາ ແລະການກະທໍາຂອງເຈົ້າໜ້າ
ທີ່ມຽນມາ”
ທ່ານປະທານາທິບໍດີ ຍັງໄດ້ຮຽກຮ້ອງອີກເທື່ອນຶ່ງວ່າ ໃຫ້ປ່ອຍ ທ່ານນາງ ອອງຊານ ຊູຈີ
ຈາກການກັກບໍລະເວນ ແລະໃຫ້ປ່ອຍພວກນັກໂທດການເມືອງ ໃຫ້ເປັນອິດສະລະຢ່າງບໍ່ມີ
ເງື່ອນໄຂໃນທັນທີ ຊຶ່ງທ່ານໃຫ້ຄໍາເຫັນວ່າ ມີແຕ່ການເວົ້າລົມກັນຢ່າງບໍລິສຸດໃຈແບບລວມເອົາ
ທຸກຝ່າຍເທົ່ານັ້ນ ຈຶ່ງຈະສາມາດນໍາເອົາມຽນມາໄປສູ່ເສັ້ນທາງທີ່ກ້າວໄປຫາການມີປະຊາທິປະ
ໄຕຕາມແບບມີຜູ້ຕາງໜ້າທີ່ແທ້ຈິງ.